ການຊື້ຂາຍຮຸ້ນ

ການບໍລິການຊື້ ຂາຍຮຸ້ນຂັ້ນພື້ນຖານ

ຂັ້ນຕອນການເປີດບັນຊີຮຸ້ນ
  • ຕ້ອງມີບັນຊີຊື້ ຂາຍຮຸ້ນກັບ ບໍລິສັດຫຼັກຊັບໃດໜຶ່ງທີ່ເປັນ ສະມາຊິກ ຕະຫຼາດຫຼັກຊັບລາວ (ຕລຊລ).
  • ສະເພາະນັກລົງທຶນຕ່າງປະເທດຕ້ອງ ມີລະຫັດການຊື້ ຂາຍຫຼັກຊັບທີ່ອອກໃຫ້ໂດຍ ຕລຊລ, ເຊິ່ງນັກລົງທຶນສາມາດມອບສິດໃຫ້ແກ່ ບໍລິສັດຫຼັກຊັບ ຫຼື ທະນາຄານດູແລຊັບສິນ ເປັນຜູ້ດຳເນີນການແທນ.
ການສົ່ງຄຳສັ່ງຊື້ ຂາຍຮຸ້ນ
  • ເພື່ອເລີ່ມການຊື້ ຂາຍຮຸ້ນໃນ ຕລຊລ, ຜູ້ຊື້ຕ້ອງມີເງິນໃນບັນຊີທະນາຄານຮ້ອຍສ່ວນຮ້ອຍ (100%) ຂອງມູນຄ່າທີ່ຕ້ອງການຊື້ ແລະ ຜູ້ຂາຍຕ້ອງມີຮຸ້ນໃນບັນຊີຮຸ້ນຮ້ອຍສ່ວນຮ້ອຍ (100%) ຕາມຈໍານວນທີ່ຕ້ອງການຂາຍ.
  • ນັກລົງທຶນ ສາມາດໂອນເງິນຈາກບັນຊີທະນາຄານ ໄປເຂົ້າບັນຊີຮຸ້ນຂອງຕົນ ເພື່ອເປັນເງິນວາງມັດຈຳລ່ວງໜ້າ ໂດຍລວມເອົາ ມູນຄ່າ ແລະ ຄ່າທຳນຽມໃນການຊື້ຢ່າງຄົບຖ້ວນ.
  • ການສົ່ງຄຳສັ່ງຊື້ ຂາຍຮຸ້ນ, ນັກລົງທຶນສາມາດສົ່ງຄຳສັ່ງຜ່ານ 3 ຊ່ອງທາງຄື:
  • -  ການສົ່ງຄໍາສັ່ງຊື້ ຂາຍຜ່ານການຂຽນແບບພິມ:

    ນັກລົງທຶນສາມາດສັ່ງຊື້ ຂາຍຮຸ້ນ ຜ່ານການຕື່ມຂໍ້ມູນໃສ່ແບບພິມ ທີ່ຫ້ອງຄ້າຫຼັກຊັບ ຂອງບໍລິສັດຫຼັກຊັບດ້ວຍຕົວເອງ.

    -  ການສົ່ງຄໍາສັ່ງຊື້ ຂາຍຜ່ານໂທລະສັບ ແລະ ອີເມວ

    ນັກລົງທຶນສາມາດສັ່ງຊື້ ຂາຍຮຸ້ນຜ່ານທາງໂທລະສັບ ແລະ ອີເມວ ໂດຍທີ່ນັກລົງທຶນສາມາດສົ່ງຄໍາສັ່ງຊຶ້ ຂາຍໄດ້ຈາກທຸກບ່ອນທີ່ມີສັນຍານມືຖື ແລະ ອິນເຕີເນັດ ໂດຍບໍ່ຈໍາເປັນຕ້ອງ ເຂົ້າໄປຫາບໍລິສັດຫຼັກຊັບ.

    -  ການສົ່ງຄໍາສັ່ງຊື້ ຂາຍຜ່ານທາງລະບົບອິນເຕິເນັດ:

    ນັກລົງທຶນສາມາດສົ່ງຄໍາສັ່ງຊື້ ຂາຍຜ່ານທາງລະບົບອິນເຕິເນັດ (Home Trading System ຫຼື HTS). ນັກລົງທຶນສາມາດດາວໂຫລດໂປຼແກມດັ່ງກ່າວນໍາເວັບໄຊຂອງ ບໍລິສັດຫຼັກຊັບ ເພື່ອຕິດຕັ້ງໃນຄອມພິວເຕີ (ພີຊີ ຫຼື ໂນດບຸກ) ແລະ ຂໍລະຫັດການນໍາໃຊ້ ໂດຍທີ່ນັກລົງທຶນສາມາດສົ່ງຄໍາສັ່ງຊຶ້ ຂາຍໄດ້ຈາກທຸກບ່ອນທີ່ມີສັນຍານອິນເຕີເນັດ.

ການຍົກເລີກຄຳສັ່ງ

  • ນັກລົງທຶນສາມາດຍົກເລີກຄຳສັ່ງຊື້ ຫຼື ຄໍາສັ່ງຂາຍຂອງຕົນຖ້າຄຳສັ່ງດັ່ງກ່າວຍັງບໍ່ທັນຖືກຈັບຄູ່.
  • ໃນການຍົກເລີກຄໍາສັ່ງຊື້ ຂາຍຮຸ້ນ ນັກລົງທຶນສາມາດສົ່ງຄຳສັ່ງຜ່ານພະນັກງານທີ່ຫ້ອງຄ້າຫລັກຊັບບໍລິສັດຫຼັກຊັບ, ໂທລະສັບ, ອີເມວ ແລະ ຜ່ານລະບົບຊື້ ຂາຍທາງອິນເຕິເນັດ.

ການບັນລຸການຊື້ ຂາຍ

  • ລະບົບຈັບຄູ່ການຊື້ ຂາຍ ຂອງຕະຫຼາດຫຼັກຊັບລາວ ແມ່ນຕ້ອງໄດ້ນໍາໃຊ້ ຫຼັກການ ການຈັບຄູ່ຄໍາສັ່ງຊື້ ຂາຍ ທີ່ທາງ ຕລຊລ ວາງອອກ.

ສະຫຼຸບຜົນການຊື້ ຂາຍ

  • ບໍລິສັດຫຼັກຊັບຈະແຈ້ງໃຫ້ນັກລົງທຶນຮັບຊາບໂດຍທັນທີ ທີ່ຄຳສັ່ງຊື້-ຂາຍຂອງນັກລົງທຶນໄດ້ມີການຈັບຄູ່ ຕາມຊ່ອງທາງຕິດຕໍ່ສື່ສານຕ່າງໆທີ່ໄດ້ຕົກລົງກັນໄວ້.

    ໝາຍເຫດ:

    ສຳລັບຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່ບໍລິສັດຫຼັກທີ່ທ່ານໄດ້ເປີດບັນຊີນໍາ.

ການຊໍາລະສະສາງ

  • ຕລຊລ ຈະດໍາເນີນການຊໍາລະເງິນ ແລະ ສົ່ງມອບຫຼັກຊັບສຸດທິຂອງທຸລະກໍາທີ່ມີການຊື້ ຂາຍທັງໝົດ (netting).

ການຮັບຝາກ

  • ຕ້ອງມີການຝາກຫຼັກຊັບໄວ້ກັບ ຕະຫຼາດຫຼັກຊັບລາວ (ສູນຮັບຝາກຫຼັກຊັບ).

ພາບລວມການຊື້ ຂາຍຫຼັກຊັບ

Stock Trade IMG

Data and information on the LSX website are provided for the purpose of improving availability of information for investment, not for trading securities. In spite of the efforts made in ensuring the accuracy of data and information, the LSX recognizes that unintentional and chance errors and delays occur. The LSX is not responsible for any loss resulted from the investments made using the data and information provided on its website.