ການຈົດທະບຽນຫຼັກຊັບໃນ ຕລຊລ

ເປັນຫຍັງຈຶ່ງຈົດທະບຽນຫຼັກຊັບໃນ ຕລຊລ?

  • ຮຸ້ນສາມັນ

    1. ດ້ານເງິນທຶນ:ໂດຍທົ່ວໄປແລ້ວ ໃນການດຳເນີນທຸລະກິດ ແຕ່ລະບໍລິສັດລ້ວນແຕ່ມີການຫາເງິນທຶນໂດຍການກູ້ຢືມຈາກຫຼາຍໆສະຖາບັນການເງິນທີ່ແຕກຕ່າງງກັນ ເພື່ອນຳໃຊ້ເປັນເງິນທຶນໝູນວຽນ ແລະ ເງິນລົງທຶນໃນທຸລະກິດຕົນ. ເຖິງຢ່າງໃດກໍຕາມ, ເງິນທຶນດັ່ງກ່າວລ້ວນແຕ່ເປັນເງິນທຶນໄລຍະສັ້ນ ພ້ອມທັງຕ້ອງມີການຊຳລະດອກເບ້ຍ ແລະ ຕົ້ນທຶນຄືນໃຫ້ແກ່ສະຖາບັນການເງິນ ເຊິ່ງສິ່ງດັ່ງກ່າວຖືເປັນອຸປະສັກສຳຄັນສຳລັບບັນດາວິສາຫະກິດ ເພື່ອບັນລຸເປົ້າໝາຍໄລຍະຍາວ. ແຕ່ສຳລັບຕະຫຼາດທຶນ, ບໍລິສັດສາມາດລະດົມທຶນຈາກມວນຊົນ ເພື່ອຫາເງິນທຶນໄລຍະຍາວທີ່ປາສະຈາກການຊຳລະຄືນຕົ້ນທຶນ ແລະ ດອກເບ້ຍ ພ້ອມທັງມີຕົ້ນທຶນຕໍ່າເພື່ອມານຳໃຊ້ຂະຫຍາຍ ແລະ ດຳເນີນທຸລະກິດເຊິ່ງຈະເຮັດໃຫ້ບໍລິສັດມີສະພາບຄ່ອງສູງ ແລະ ສາມາດດຳເນີນທຸລະກິດໃຫ້ບັນລຸເປົ້າໝາຍໄດ້.

    2. ພາບຫຼັກຂອງອົງກອນ:ການທີ່ມີຫຼັກຊັບຈົດທະບຽນໃນຕະຫຼາດຫຼັກຊັບ ຈະເຮັດໃຫ້ບໍລິສັດມີຄວາມໝັ້ນຄົງທາງດ້ານການເງິນ ແລະ ມີຄວາມສາມາດໃນການບໍລິຫານງານທີ່ດີຂຶ້ນ ເນື່ອງຈາກ ບໍລິສັດໄດ້ມີການປັບປຸງລະບົບບັນຊີໃຫ້ມີຄວາມຖືກຕ້ອງ ແລະ ໂປ່ງໃສ, ປ່ຽນແທນຈາກການບໍລິຫານ ກິດຈະການແບບຄອບຄົວ ມາເປັນການບໍລິຫານແບບມືອາຊີບ ເຊິ່ງຈະເຮັດໃຫ້ມວນຊົນເຫັນໄດ້ເຖິງເປົ້າໝາຍຂອງບໍລິສັດ, ການດຳເນີນທຸລະກິດທີ່ໂປ່ງໃສ, ຄວາມເຂັ້ມແຂງທາງດ້ານການເງິນ ແລະ ຄວາມໝັ້ນຄົງຂອງອົງກອນ.

    3. ຊື່ສຽງຂອງອົງກອນ:ຄຽງຄູ່ກັບການເປັນແຫຼ່ງລະດົມທຶນໄລຍະຍາວທີ່ປາສະຈາກການຊຳລະຄືນຕົ້ນທຶນ ແລະ ດອກເບ້ຍໃຫ້ແກ່ບໍລິສັດແລ້ວ, ການຈົດທະບຽນໃນຕະຫຼາດຫຼັກຊັບ ຍັງສາມາດເຮັດໃຫ້ບໍລິສັດມີຊື່ສຽງ ແລະ ເປັນທີ່ຮູ້ຈັກຂອງມວນຊົນ ກໍຄືນັກລົງທຶນຫຼາຍຂຶ້ນທັງ ໃນຂອບເຂດພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນຜົນດີໃຫ້ແກ່ບໍລິສັດໃນການເພີ່ມຄູ່ຄ້າ, ຜູ້ສະໜອງ, ຜູ້ໃຫ້ບໍລິການ ແລະ ລູກຄ້າຂອງບໍລິສັດ ພ້ອມທັງຍັງຈະເຮັດໃຫ້ຄວາມສາມາດໃນການແຂ່ງຂັນຂອງບໍລິສັດສູງຂຶ້ນ.

    4.  ນະໂຍບາຍດ້ານອາກອນ:ອີງຕາມມາດຕາ 16 ອັດຕາອາກອນກໍາໄລ ເພີ່ມ ຫຼື ຫຼຸດ ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ ເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019 ແລະ ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021, ບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ຈະໄດ້ຮັບນະໂຍບາຍອັດຕາອາກອນກຳໄລຫຼຸດ 7% ຈາກອັດຕາປົກກະຕິ ຫຼື ຈາກ 20% ມາເປັນ 13% ເປັນໄລຍະເວລາ 4 ປີຕິດຕໍ່ກັນ ນັບແຕ່ປີຈົດທະບຽນ. ນອກຈາກນັ້ນ, ການຊື້ ຂາຍຮຸ້ນ ແລະ ເງິນປັນຜົນຂອງຮຸ້ນທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ຍັງໄດ້ຮັບການຍົກເວັ້ນອາກອນລາຍໄດ້.

    ຮຸ້ນກູ້

    1.  ດ້ານເງິນທຶນ:ການລະດົມທຶນໂດຍການອອກຈຳໜ່າຍຮຸ້ນກູ້ ກໍເປັນອີກຊ່ອງທາງໜຶ່ງທີ່ສາມາດເຮັດໃຫ້ບໍລິສັດໄດ້ຮັບເງິນທຶນຈຳນວນຫຼາຍ ເພື່ອນຳໃຊ້ເຂົ້າໃນການດຳເນີນ ແລະ ຂະຫຍາຍທຸລະກິດ ເຮັດໃຫ້ບໍລິສັດມີສະພາບຄ່ອງໃນການດຳເນີນທຸລະກິດ. ສ່ວນອັດຕາດອກເບ້ຍຂອງຮຸ້ນກູ້ແມ່ນອັດຕາດອກເບ້ຍຄົງທີ່ ແລະ ມີໄລຍະເວລາໄຖ່ຖອນທີ່ແນ່ນອນ ເຊິ່ງບໍລິສັດຜູ້ອອກຈຳໜ່າຍເປັນຜູ້ກຳນົດເອງໂດຍອີງຕາມຄວາມສາມາດຊຳລະຂອງບໍລິສັດ ເຊິ່ງຈະເຮັດໃຫ້ບໍລິສັັດສາມາດວາງແຜນການບໍລິຫານການເງິນຂອງຕົນໄດ້ດີຂຶ້ນ.

    2.  ອຳນາດໃນການບໍລິຫານ:ເຈົ້າຂອງບໍລິສັດທີ່ອອກຮຸ້ນກູ້ ຈະບໍ່ສູນເສຍອຳນາດໃນການບໍລິຫານທຸລະກິດ ເນື່ອງຈາກຜູ້ຖືຮຸ້ນກູ້ ມີຖານະເປັນເຈົ້າໜີ້ ເຊິ່ງບໍ່ໄດ້ຮັບສິດໃນການເຂົ້າຮ່ວມກອງປະຊຸມຜູ້ຖືຮຸ້ນ, ອອກສຽງ ແລະ ລົງມະຕິຕໍ່ບັນຫາຕ່າງໆພາຍໃນບໍລິສັດ. ດັ່ງນັ້ນ, ເຈົ້າຂອງບໍລິສັດ ແມ່ນໄດ້ຮັບສິດໃນການບໍລິຫານທຸລະກິດຢ່າງເຕັມທີ່.

Data and information on the LSX website are provided for the purpose of improving availability of information for investment, not for trading securities. In spite of the efforts made in ensuring the accuracy of data and information, the LSX recognizes that unintentional and chance errors and delays occur. The LSX is not responsible for any loss resulted from the investments made using the data and information provided on its website.