Data and information on the LSX website are provided for the purpose of improving availability of information for investment, not for trading securities. In spite of the efforts made in ensuring the accuracy of data and information, the LSX recognizes that unintentional and chance errors and delays occur. The LSX is not responsible for any loss resulted from the investments made using the data and information provided on its website.
ຕະຫຼາດຫຼັກຊັບລາວ (ຕລຊລ) ເປັນຕະຫຼາດຮຸ້ນ ແຫ່ງດຽວໃນ ສປປ ລາວ
ທີ່ເປັນທາງເລືອກໃໝ່ຂອງການລົງທຶນ ແລະ ລະດົມທຶນໄລຍະຍາວຢ່າງມີປະສິດທິພາບ
ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າດ້ວຍການເປັນອີກ “ຂາ”
ໜຶ່ງຂອງຕະຫຼາດການເງິນແຫ່ງ ສປປ ລາວ ທີ່ຊຸກຍູ້ໃຫ້ມີຫຼາຍຜົນງານພົ້ນເດັ່ນ
ເຂົ້າໃນການພັດທະນາເສດຖະກິດແຫ່ງຊາດ.
ດ້ວຍການກ້າວສູ່ປະຕູປະຊາຄົມເສດຖະກິດອາຊຽນ, ຕລຊລ
ຈະເປັນສ່ວນໜຶ່ງຂອງຕະຫຼາດທຶນອາຊຽນ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ກຳນົດ ແລະ
ມາດຕະການອັນຖືກຕ້ອງເພື່ອກ້າວສູ່ການເຄື່ອນຍ້າຍເສລີຂອງສິນຄ້າ ແລະ
ບໍລິການ, ການລົງທຶນ, ແຮງງານທີ່ມີທັກສະຄວາມສາມາດ, ແລະ ທີ່ສຳຄັນກໍຄື
“ການເຄື່ອນຍ້າຍເງິນທຶນຢ່າງເສລີ”.
ຕລຊລ
ເຊື່ອໝັ້ນຢ່າງໜັກແໜ້ນທີ່ຈະກາຍເປັນຕະຫຼາດທຶນໃນການຂັບເຄື່ອນທຸລະກິດພາຍໃນຂອງ
ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ສາມາດ ແຂ່ງຂັນກັບບັນດາປະເທດໃນພາກພື້ນ
ແລະ ສາກົນຢ່າງໂປ່ງໃສຍຸດຕິທຳ
ເພື່ອກ້າວໄປສູ່ການເປັນສູນກາງຂອງຕະຫຼາດຫຼັກຊັບຂອງພາກພື້ນໃນອະນາຄົດ.