ຜະລິດຕະພັນ

ຮຸ້ນສາມັນ

ຮຸ້ນສາມັນ ແມ່ນເຄື່ອງມືທາງດ້ານການເງິນປະເພດໜຶ່ງ ທີ່ອອກຈຳໜ່າຍໂດຍບໍລິສັດມະຫາຊົນເຊິ່ງ ມີຈຸດປະສົງເພື່ອລະດົມທຶນຈາກມວນຊົນມານຳໃຊ້ເຂົ້າ ໃນການດຳເນີນ ແລະ ຂະຫຍາຍທຸລະກິດຂອງຜູ້ອອກຈຳໜ່າຍ. ຜູ້ຖືຮຸ້ນສາມັນ ແມ່ນມີຖານະເປັນເຈົ້າຂອງບໍລິສັດທີ່ຕົນຊື້ຮຸ້ນຕາມສັດສ່ວນການຖືຄອງ ຂອງຕົນ ພ້ອມທັງໄດ້ຮັບສິດໃນການໂຫວດແຕ່ລະວາລະໃນກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດ ແລະ ສາມາດປະກອບຄຳເຫັນຕໍ່ການດຳເນີນທຸລະກິດຂອງບໍລິສັດດັ່ງກ່າວ. ຜູ້ຖືຮຸ້ນສາມັນຈະໄດ້ຮັບຜົນຕອບແທນໃນຮູບແບບຂອງເງິນປັນຜົນທີ່ໄດ້ຈາກກຳໄລສຸດທິຈາກການດຳເນີນງານຂອງທຸລະກິດ.

  • ຜົນປະໂຫຍດຂອງການລົງທຶນໃນຮຸ້ນສາມັນ
    ໄດ້ຮັບເງິນປັນຜົນ

    ນັກລົງທຶນຈະໄດ້ຮັບຜົນຕອບແທນຈາກການລົງທຶນໃນຮຸ້ນສາມັນໃນຮູບແບບຂອງເງິນປັນຜົນ ເຊິ່ງຂຶ້ນຢູ່ກັບຜົນການດຳເນີນກິດຈະການຂອງບໍລິສັດໃນແຕ່ລະໄລຍະ (ກຳໄລຂອງບໍລິສັດ).

    ກຳໄລຈາກການຊື້ ຂາຍ

    ລາຄາຮຸ້ນຈະມີການເໜັງຕີງຕະຫຼອດເວລາ ເຊິ່ງຂຶ້ນກັບກົນໄກຕະຫຼາດ ຫຼື ລະດັບອຸປະສົງ ແລະ ອຸປະທານຮຸ້ນ. ດັ່ງນັ້ນ, ຖ້າລົງທຶນຢ່າງມີການວິເຄາະ ແລະ ພິຈາລະນາສະພາບຕະຫຼາດໄດ້ ກໍອາດຈະເຮັດໃຫ້ນັກລົງທຶນສາມາດສ້າງກຳໄລຈາກການຊື້-ຂາຍໄດ້ ເຊິ່ງຈະເກີດຂຶ້ນເມື່ອສາມາດຂາຍຮຸ້ນໄດ້ໃນລາຄາທີ່ສູງກວ່າລາຄາຊື້.

    ມີສ່ວນຮ່ວມເປັນເຈົ້່າຂອງກິດຈະການ

    ຜູ້ຖືຮຸ້ນຈະມີສ່ວນຮ່ວມໃນການບໍລິຫານບໍລິສັດຕາມສັດສ່ວນຂອງຮຸ້ນທີ່ຕົນຖື ໂດຍການເຂົ້າຮ່ວມກອງປະຊຸມຜູ້ຖືຮຸ້ນເພື່ອລົງຄະແນນສຽງໃນການຕັດສິນບັນຫາສຳຄັນຕ່າງໆຂອງກິດຈະການ, ຜູ້ຖືຮຸ້ນ 1 ຮຸ້ນມີສິດອອກສຽງ 1 ສຽງ.

    ຈອງຊື້ຮຸ້ນອອກໃໝ່

    ຈອງຊື້ຮຸ້ນອອກໃໝ່ ຜູ້ຖືຮຸ້ນຂອງບໍລິສັດໃດໜຶ່ງ ອາດຈະໄດ້ຮັບສິດທິພິເສດໃນການຈອງຊື້ຮຸ້ນທີ່ອອກໃໝ່ຂອງກິດຈະການ ອາດຈະເປັນໃນຮູບແບບໃຫ້ຈອງຊື້ກ່ອນ ແລະ/ຫຼື ໄດ້ຮັບສ່ວນຫຼຸດພິເສດຕໍ່ລາຄາຮຸ້ນໃໝ່.

ຄວາມແຕກຕ່າງພື້ນຖານລະຫວ່າງ ຮຸ້ນສາມັນ ແລະ ພັນທະບັດ

ຄວາມແຕກຕ່າງ

ຮຸ້ນສາມັນ

ພັນທະບັດ

ລັດຖະບານ

ຮຸ້ນກູ້

ປະເພດເຄື່ອງມືທາງການເງິນ

ປະເພດທຶນ

ປະເພດ

ປະເພດ

ສະຖານະຜູ້ຖື

ເຈົ້າຂອງ

ເຈົ້າໜີ້

ເຈົ້າໜີ້

ອອກຈຳໜ່າຍໂດຍ

ບໍລິສັດມະຫາຊົນ

ລັດຖະບານ

ບໍລິສັດ

ຜົນຕອບແທນ

ເງິນປັນຜົນ

ດອກເບ້ຍ

ດອກເບ້ຍ

ບູລິມະສິດໃນການຊຳລະຄືນ

ຕໍ່າ

ສູງ

ສູງ

ສິດທິໃນການອອກສຽງ

ມີສິດ

ບໍ່ມີສິດ

ບໍ່ມີສິດ

ຄວາມສ່ຽງ

ສູງ

ຂ້ອນຂ້າງຕໍ່າ

ຂ້ອນຂ້າງຕໍ່າ

ການຄໍ້າປະກັນການຈ່າຍຄືນ

ບໍ່ມີ

ມີ

ມີ

Data and information on the LSX website are provided for the purpose of improving availability of information for investment, not for trading securities. In spite of the efforts made in ensuring the accuracy of data and information, the LSX recognizes that unintentional and chance errors and delays occur. The LSX is not responsible for any loss resulted from the investments made using the data and information provided on its website.