ດັດຊະນີ ຕລຊລ

ສະຫຼຸບໂດຍຫຍໍ້ກ່ຽວກັບດັດຊະນີລວມ ຕລຊລ

ສະຫຼຸບໂດຍຫຍໍ້ກ່ຽວກັບດັດຊະນີລວມ ຕລຊລ ດັດຊະນີແມ່ນຖືກໃຊ້ເປັນຕົວຊີ້ບອກໃນການສະແດງເຖິງລາຄາໂດຍລວມຂອງຕະຫຼາດຫຼັກຊັບ ຫຼື ສະແດງໃຫ້ເຫັນເຖິງຄວາມຜັນຜວນຂອງລາຄາຮຸ້ນ, ດັດຊະນີລາຄາຮຸ້ນໄດ້ຖືກໃຊ້ເປັນໜຶ່ງວິທີທີ່ສໍາຄັນໃນການວັດແທກຫາສະຖານະພາບຂອງເສດຖະກິດຂອງປະເທດ. ທັງນີ້ກໍ່ຂຶ້ນຢູ່ກັບຂັ້ນຕອນຂອງການພັດທະນາຂອງພາກອຸດສາຫະກໍາການເງິນ, ດັດຊະນີລາຄາຮຸ້ນໄດ້ຖືກນໍາມາໃຊ້ໃນຫຼາຍໆວິທີດ້ວຍກັນລວມທັງໃຊ້ເປັນມາດຖານໃນການວັດແທກປະສິດທະພາບຂອງກຸ່ມຜະລິດຕະພັນທາງການ ເງິນທີ່ເຊື່ອມໂຍງກັບດັດຊະນີ.


ຕະຫຼາດຫຼັກຊັບລາວໄດ້ເລີ່ມຄິດໄລ່ ແລະ ກະຈາຍຂໍ້ມູນກ່ຽວກັບດັດຊະນີລວມຕະຫຼາດຫຼັກຊັບລາວ (ດັດຊະນີລວມ ຕລຊລ) ແມ່ນອີງຕາມມູນຄ່າຕະຫຼາດໃນປີ 2011,

  • ສະຫຼຸບ / ຂໍ້ແທ້ຈິງພື້ນຖານ
    ຊື່ : ດັດຊະນີລວມ ຕລຊລ (ດັດຊະນີລວມຕະຫຼາດຫຼັກຊັບລາວ)
    composite-image
    ວີທີການຄິດໄລ່ : ມູນຄ່າຕາມຕະຫຼາດຖ່ວງນໍ້າໜັກຕາມຈໍານວນຮຸ້ນ
    ມື້ຖານ ແລະ ຄ່າ : 11 ມັງກອນ, 2011 = 1000 ຈຸດ
    ຈໍານວນຂອງຮຸ້ນທີ່ຈົດທະບຽນ : 10 ຮຸ້ນ
    ການປັບໂຄງສ້າງຫຸ້ນສ່ວນປະກອບຢ່າງສະໝໍ່າສະເໝີ: ທຸກປີ
    ຊື່ : ດັດຊະນີລວມ ຕລຊລ (ດັດຊະນີລວມຕະຫຼາດຫຼັກຊັບລາວ)
    ການຈັດປະເພດອຸດສາຫະກໍາ : ບໍ່ມີ

Data and information on the LSX website are provided for the purpose of improving availability of information for investment, not for trading securities. In spite of the efforts made in ensuring the accuracy of data and information, the LSX recognizes that unintentional and chance errors and delays occur. The LSX is not responsible for any loss resulted from the investments made using the data and information provided on its website.