ຜະລິດຕະພັນ

ຮຸ້ນກູ້

ຮຸ້ນກູ້ ແມ່ນເຄື່ອງມືທາງດ້ານການເງິນປະເພດໜີ້ ທີ່ອອກໂດຍບໍລິສັດ ເຊິ່ງມີຈຸດປະສົງເພື່ອລະດົມທຶນໂດຍການກູ້ຢືມໃນໄລຍະເວລາໃດໜຶ່ງ. ໂດຍທົ່ວໄປ, ຜູ້ຖືຮຸ້ນກູ້ ແມ່ນມີຖານະເປັນເຈົ້າໜີ້ ແລະ ຈະໄດ້ຮັບການຄໍ້າປະກັນວ່າຈະໄດ້ຮັບເງິນຕົ້ນຄືນພ້ອມດ້ວຍດອກເບ້ຍໃນໄລຍະເວລາໃດໜຶ່ງທີ່ແນ່ນອນ (ໃນມື້ຄົບກຳນົດ). ແຕ່ຜູ້ຖືຮຸ້ນກູ້ຈະບໍ່ໄດ້ຮັບສິດໃນການຕັດສິນໃຈໃນບັນຫາຕ່າງໆຂອງບໍລິສັດຄືກັບການຖືເຄື່ອງມືທາງການເງິນປະເພດທຶນ (ຮຸ້ນສາມັນ).

ຜົນປະໂຫຍດຂອງການລົງທຶນໃນຮຸ້ນກູ້
  • ດອກເບ້ຍທີ່ສະໝໍ່າສະເໝີ ຜູ້ຖືຮຸ້ນກູ້ ຈະໄດ້ຮັບຜົນຕອບແທນໃນຮູບແບບຂອງດອກເບ້ຍທີ່ມີການກຳນົດໄວ້ໃນອັດຕາຄົງທີ່ ເຊິ່ງຈະເຮັດໃຫ້ນັກລົງທຶນສາມາດຄາດຄະເນລາຍຮັບ ແລະ ວາງແຜນການບໍລິຫານການເງິນຂອງຕົນໄດ້ ເນື່ອງຈາກກະແສເງິນສົດທີ່ຈະໄດ້ຮັບແມ່ນມີຄວາມແນ່ນອນທັງດ້ານຈຳນວນເງິນ ແລະ ໄລຍະເວລາທີ່ຈະໄດ້ຮັບເງິນ.
  • ໄດ້ຮັບເງິນຕົ້ນ ການລົງທຶນໃນຮຸ້ນກູ້ປຽບເໝືອນການສະສົມເງິນໄວ້ເພື່ອອານາຄົດ (ການອອມ) ເນື່ອງຈາກ ຮຸ້ນກູ້ເປັນປະເພດຫຼັກຊັບທີ່ມີຄວາມສ່ຽງຕໍ່າ ແລະ ມີອາຍຸ (ກຳນົດໄຖ່ຖອນຄືນ) ທີ່ແນ່ນອນ ແລະ ຜູ້ຖືຮຸ້ນກູ້ ມີຖານະເປັນເຈົ້າໜີ້ຂອງບໍລິສັດ. ດັ່ງນັ້ນ, ເມື່ອເຖິງກຳນົດຕາມສັນຍາການໄຖ່ຖອນຄືນ, ຜູ້ຖືຮຸ້ນກູ້ຈະໄດ້ຮັບເງິນຕົ້ນຄືນ.
  • ສິດຂອງການທົດແທນ ເນື່ອງຈາກ ຜູ້ຖືຮຸ້ນກູ້ມີຖານະເປັນເຈົ້າໜີ້, ສ່ວນຜູ້ຖືຮຸ້ນສາມັນມີຖານະເປັນເຈົ້າຂອງ. ດັ່ງນັ້ນ, ເຈົ້າໜີ້ຈະໄດ້ຮັບສິດໃນການຮຽກຮ້ອງຕໍ່ບໍລິສັດຜູ້ອອກຈຳໜ່າຍຫຼັກຊັບຫຼາຍກວ່າເຈົ້າຂອງເຊັ່ນ: ບໍລິສັດຜູ້ອອກຈຳໜ່າຍຫຼັກຊັບຕ້ອງຈ່າຍດອກເບ້ຍຮຸ້ນກູ້ໃຫ້ແກ່ຜູ້ຖືຮຸ້ນກູ້ (ເຈົ້າໜີ້) ກ່ອນຈ່າຍເງິນປັນຜົນໃຫ້ແກ່ຜູ້ຖືຮຸ້ນສາມັນ (ເຈົ້າຂອງ) ແລະ ໃນກໍລະນີມີການຍຸບເລີກກິດຈະການ, ບໍລິສັດຕ້ອງນຳເງິນທີ່ໄດ້ຈາກການຂາຍຊັບສິນມາຈ່າຍໃຫ້ກັບຜູ້ຖືຮຸ້ນກູ້ (ເຈົ້າໜີ້້) ກ່ອນ ສ່ວນທີ່ເຫຼືອຈຶ່ງນຳໄປສະເລ່ຍຈ່າຍໃຫ້ຜູ້ຖືຮຸ້ນສາມັນ (ເຈົ້າຂອງ).
  1. ພັນທະບັດ ມີຢູ່ 2 ປະເພດຄື:

    • ພັນທະບັດລັດຖະບານ: ອອກໂດຍລັດຖະບານ
    • ຮຸ້ນກູ້: ອອກໂດຍບໍລິສັດ (ຮຸ້ນກູ້ ຍັງບໍ່ເຄີຍອອກຜ່ານ ຕລຊລ)

ຄວາມແຕກຕ່າງພື້ນຖານລະຫວ່າງ ຮຸ້ນສາມັນ ແລະ ພັນທະບັດ

ຄວາມແຕກຕ່າງ

ຮຸ້ນສາມັນ

ພັນທະບັດ

ລັດຖະບານ

ຮຸ້ນກູ້

ປະເພດເຄື່ອງມືທາງການເງິນ

ປະເພດທຶນ

ປະເພດ

ປະເພດ

ສະຖານະຜູ້ຖື

ເຈົ້າຂອງ

ເຈົ້າໜີ້

ເຈົ້າໜີ້

ອອກຈຳໜ່າຍໂດຍ

ບໍລິສັດມະຫາຊົນ

ລັດຖະບານ

ບໍລິສັດ

ຜົນຕອບແທນ

ເງິນປັນຜົນ

ດອກເບ້ຍ

ດອກເບ້ຍ

ບູລິມະສິດໃນການຊຳລະຄືນ

ຕໍ່າ

ສູງ

ສູງ

ສິດທິໃນການອອກສຽງ

ມີສິດ

ບໍ່ມີສິດ

ບໍ່ມີສິດ

ຄວາມສ່ຽງ

ສູງ

ຂ້ອນຂ້າງຕໍ່າ

ຂ້ອນຂ້າງຕໍ່າ

ການຄໍ້າປະກັນການຈ່າຍຄືນ

ບໍ່ມີ

ມີ

ມີ

Data and information on the LSX website are provided for the purpose of improving availability of information for investment, not for trading securities. In spite of the efforts made in ensuring the accuracy of data and information, the LSX recognizes that unintentional and chance errors and delays occur. The LSX is not responsible for any loss resulted from the investments made using the data and information provided on its website.