ພັນທະບັດ ແມ່ນເຄື່ອງມືທາງດ້ານການເງິນປະເພດໜີ້ ເຊິ່ງມີຈຸດປະສົງເພື່ອລະດົມທຶນໂດຍການກູ້ຢືມໃນໄລຍະເວລາໃດໜຶ່ງ. ໂດຍທົ່ວໄປ, ຜູ້ຖືພັນທະບັດ ແມ່ນມີຖານະເປັນເຈົ້າໜີ້ ແລະ ຈະໄດ້ຮັບການຄໍ້າປະກັນວ່າຈະໄດ້ຮັບເງິນຕົ້ນຄືນພ້ອມດ້ວຍດອກເບ້ຍໃນໄລຍະເວລາໃດໜຶ່ງທີ່ແນ່ນອນ (ໃນມື້ຄົບກຳນົດ). ແຕ່ຜູ້ຖືພັນທະ ບັດຈະບໍ່ໄດ້ຮັບສິດໃນການຕັດສິນໃຈໃນບັນຫາຕ່າງໆຂອງບໍລິສັດຄືກັບການຖືເຄື່ອງມືທາງການເງິນປະເພດທຶນ (ຮຸ້ນສາມັນ). ພັນທະບັດທີ່ອອກໂດຍລັດຖະບານຈະຖືກເອີ້ນວ່າ: ພັນທະບັດລັດຖະບານ ແລະ ຮຸ້ນກູ້ທີ່ອອກໂດຍບໍລິສັດຈະຖືກເອີ້ນວ່າ: ຮຸ້ນກູ້.
ຜູ້ຖືພັນທະບັດ ຈະໄດ້ຮັບຜົນຕອບແທນໃນຮູບແບບຂອງດອກເບ້ຍທີ່ມີການກຳນົດໄວ້ໃນອັດຕາຄົງທີ່ ເຊິ່ງຈະເຮັດໃຫ້ນັກລົງທຶນສາມາດຄາດຄະເນລາຍຮັບ ແລະ ວາງແຜນການບໍລິຫານການເງິນຂອງຕົນໄດ້ ເນື່ອງຈາກກະແສເງິນສົດທີ່ຈະໄດ້ຮັບແມ່ນມີຄວາມແນ່ນອນທັງດ້ານຈຳນວນເງິນ ແລະ ໄລຍະເວລາທີ່ຈະໄດ້ຮັບເງິນ.
ການລົງທຶນໃນພັນທະບັດປຽບເໝືອນການສະສົມເງິນໄວ້ເພື່ອອານາຄົດ (ການອອມ) ເນື່ອງຈາກ ພັນທະບັດເປັນປະເພດຫຼັກຊັບທີ່ມີຄວາມສ່ຽງຕໍ່າ ແລະ ມີອາຍຸ (ກຳນົດໄຖ່ຖອນຄືນ) ທີ່ແນ່ນອນ ແລະ ຜູ້ຖືພັນທະບັດ ມີຖານະເປັນເຈົ້າໜີ້ຂອງພາກສ່ວນທີ່ອອກຈຳໜ່າຍພັນທະບັດ. ດັ່ງນັ້ນ, ເມື່ອເຖິງກຳນົດຕາມສັນຍາການໄຖ່ຖອນຄືນ, ຜູ້ຖືພັນທະບັດຈະໄດ້ຮັບເງິນຕົ້ນຄືນ.
ເນື່ອງຈາກ ຜູ້ຖືພັນທະບັດມີຖານະເປັນເຈົ້າໜີ້, ສ່ວນຜູ້ຖືຮຸ້ນສາມັນມີຖານະເປັນເຈົ້າຂອງ. ດັ່ງນັ້ນ, ເຈົ້າໜີ້ຈະໄດ້ຮັບສິດໃນການຮຽກຮ້ອງຕໍ່ບໍລິສັດຜູ້ອອກຈຳໜ່າຍຫຼັກຊັບຫຼາຍກວ່າເຈົ້າຂອງເຊັ່ນ: ບໍລິສັດຜູ້ອອກຈຳໜ່າຍຫຼັກຊັບຕ້ອງຈ່າຍດອກເບ້ຍພັນທະບັດໃຫ້ແກ່ຜູ້ຖືພັນທະບັດ (ເຈົ້າໜີ້) ກ່ອນຈ່າຍເງິນປັນຜົນໃຫ້ແກ່ຜູ້ຖືຮຸ້ນສາມັນ (ເຈົ້າຂອງ) ແລະ ໃນກໍລະນີມີການຍຸບເລີກກິດຈະການ, ບໍລິສັດຕ້ອງນຳເງິນທີ່ໄດ້ຈາກການຂາຍຊັບສິນມາຈ່າຍໃຫ້ກັບຜູ້ຖືພັນທະບັດ (ເຈົ້າໜີ້້) ກ່ອນ ສ່ວນທີ່ເຫຼືອຈຶ່ງນຳໄປສະເລ່ຍຈ່າຍໃຫ້ຜູ້ຖືຮຸ້ນສາມັນ (ເຈົ້າຂອງ).
ຄວາມແຕກຕ່າງ | ຮຸ້ນສາມັນ | ພັນທະບັດ | |
---|---|---|---|
ລັດຖະບານ | ຮຸ້ນກູ້ | ||
ປະເພດເຄື່ອງມືທາງການເງິນ | ປະເພດທຶນ | ປະເພດ | ປະເພດ |
ສະຖານະຜູ້ຖື | ເຈົ້າຂອງ | ເຈົ້າໜີ້ | ເຈົ້າໜີ້ |
ອອກຈຳໜ່າຍໂດຍ | ບໍລິສັດມະຫາຊົນ | ລັດຖະບານ | ບໍລິສັດ |
ຜົນຕອບແທນ | ເງິນປັນຜົນ | ດອກເບ້ຍ | ດອກເບ້ຍ |
ບູລິມະສິດໃນການຊຳລະຄືນ | ຕໍ່າ | ສູງ | ສູງ |
ສິດທິໃນການອອກສຽງ | ມີສິດ | ບໍ່ມີສິດ | ບໍ່ມີສິດ |
ຄວາມສ່ຽງ | ສູງ | ຂ້ອນຂ້າງຕໍ່າ | ຂ້ອນຂ້າງຕໍ່າ |
ການຄໍ້າປະກັນການຈ່າຍຄືນ | ບໍ່ມີ | ມີ | ມີ |
Data and information on the LSX website are provided for the purpose of improving availability of information for investment, not for trading securities. In spite of the efforts made in ensuring the accuracy of data and information, the LSX recognizes that unintentional and chance errors and delays occur. The LSX is not responsible for any loss resulted from the investments made using the data and information provided on its website.