ອົງປະກອບທີ່ສຳຄັນໃນການສົ່ງເສີມຄວາມສຳເລັດຂອງການພັດທະນາ ແລະ
ເຊື່ອມໂຍງເສດຖະກິດກັບ ພາກພື້ນ ແມ່ນຕິດພັນກັບກຳນົດມາດຕະຖານ,
ກົນໄກ,ນະໂຍບາຍ ແລະ ແນວທາງຈັດຕັ້ງປະຕິບັດ ທີ່ຖືກຕ້ອງ, ຈະແຈ້ງ ແລະ
ຮັດກຸມ. ສຳລັບ ສປປ ລາວ ການພັດທະນາຕະຫຼາດຫຼັກຊັບທີ່ມີປະສິດທິພາບ,
ເຂັ້ມແຂງ ແລະ ໂປ່ງໃສຍິ່ງຂຶ້ນ
ແມ່ນຮຽກຮ້ອງການຄຸ້ມຄອງບໍລິຫານທີ່ດີເຂົ້າມາມີບົດບາດ
ເພື່ອຈະຊ່ວຍເພີ່ມຄວາມເຊື່ອໝັ້ນໃຫ້ແກ່ຜູ້ມີສ່ວນຮ່ວມໃນຕະຫຼາດ ແລະ
ສາມາດສ້າງຜົນຕອບແທນ ແລະ ເພີ່ມມູນຄ່າໄລຍະຍາວໃຫ້ກັບຜູ້ຖືຮຸ້ນ.
ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບລາວ
ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານການຄຸ້ມຄອງບໍລິຫານ (Corporate
Governance: CG) ຕໍ່ກັບການພັດທະນາແບບຍືນຂອງບໍລິສັດຈົດທະບຽນ.
ສະນັ້ນ, ຈຶ່ງໄດ້ຄົ້ນຄວ້າ ແລະ
ຖອດຖອນບົດຮຽນກ່ຽວກັບການຄຸ້ມຄອງບໍລິຫານຂອງບັນດາປະເທດໃນພາກພື້ນ ແລະ
ສາກົນ ໂດຍສົມທົບກັບ ອົງການການເງິນສາກົນ (IFC)
ນຳເອົາບັນດາຫຼັກການຄຸ້ມຄອງບໍລິຫານທີ່ດີ ມານຳໃຊ້ ແລະ ສ້າງ “ຄຳແນະນຳ
ວ່າດ້ວຍການຄຸ້ມຄອງບໍລິຫານສຳລັບບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ”
ຂຶ້ນມາເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດໃຫ້ແກ່ບໍລິສັດຈົດທະບຽນ
ແນ່ໃສ່ຍົກລະດັບຄຸນນະພາບການຄຸ້ມຄອງບໍລິຫານຂອງບໍລິສັດຈົດທະບຽນ
ໃຫ້ສອດຄ່ອງກັບມາດຕະຖານຂອງປະເທດໃນພາກພື້ນ ແລະ ສາກົນຂຶ້ນເທື່ອລະກ້າວ
ໂດຍອີງໃສ່ຫຼັກການຄຸ້ມຄອງບໍລິຫານຂອງອົງການພັດທະນາ ແລະ
ຮ່ວມມືທາງດ້ານເສດຖະກິດ (G20/OECD) ແລະ
ຫຼັກການປະເມີນການຄຸ້ມຄອງບໍລິຫານຂອງສະມາຄົມບັນດາປະເທດອາຊີຕະເວັນອອກສຽງໃຕ້
(ASEAN Corporate Governance Score-card).
ການຄຸ້ມຄອງບໍລິຫານອົງກອນທີ່ດີ
ຈະຊ່ວຍປັບປຸງຜົນການດຳເນີນງານຂອງບໍລິສັດ,
ສ້າງສະພາບແວດລ້ອມການລົງທຶນທີ່ເອື້ອອຳນວຍ ແລະ
ປະກອບສ່ວນເຂົ້າໃນການພັດທະນາຕະຫຼາດທຶນ ແລະ ແບບຍືນຍົງ. ນອກຈາກນັ້ນ,
ການປະຕິບັດການຄຸ້ມຄອງບໍລິຫານອົງກອນທີ່ດີ ຈະຊ່ວຍໃຫ້ບໍລິສັດ
ເຄື່ອນໄຫວວຽກງານ ຢ່າງມີປະສິດທິພາບ, ໂປງໃສ ແລະ ຍຸດຕິທຳ. ພ້ອມນັ້ນ,
ບໍລິສັດທີ່ມີລະບົບການຄຸ້ມຄອງບໍລິຫານທີ່ດີ
ຈະສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ລົງທຶນ ແລະ ດຶງດູດການລົງທຶນຈາກພາຍໃນ
ແລະ ຕ່າງປະເທດ ໄດ້ຫຼາຍຂຶ້ນ.
ການປະເມີນການຈັດຕັ້ງປະຕິບັດການຄຸ້ມຄອງບໍລິຫານຂອງບໍລິສັດຈົດທະບຽນ ໃນ ຕລຊລ ມີຈຸດປະສົງດັ່ງນີ້:
ກົນໄກໃນການປະເມີນນຳໃຊ້ແບບຟອມ Lao CG Scorecard ຊື່ງປະກອບຄຳຖາມທັງໝົດ 100 ຄຳຖາມ 100 ຄະແນນ. ຄຳຖາມຈະຖືກແບ່ງອອກເປັນ 4 ພາກຫຼັກ ປະກອບດ້ວຍ:
ສະຖານະ | ການຈັດປະເພດ | ຊ່ວງຄະແນນ |
---|---|---|
ດີຫຼາຍ | ນັບແຕ່ 80 ຄະແນນ ຂຶ້ນໄປ | |
ດີ | ນັບແຕ່ 70 ຫາ 79,99 ຄະແນນ | |
ປານກາງ | ນັບແຕ່ 50 ຫາ 69,99 ຄະແນນ | |
ອ່ອນ | ຕ່ຳກວ່າ 50 ຄະແນນ |
Data and information on the LSX website are provided for the purpose of improving availability of information for investment, not for trading securities. In spite of the efforts made in ensuring the accuracy of data and information, the LSX recognizes that unintentional and chance errors and delays occur. The LSX is not responsible for any loss resulted from the investments made using the data and information provided on its website.