ການເປີດເຜີຍຂໍ້ມູນ

ການເປີດເຜີຍຂໍ້ມູນແມ່ນຫຍັງ?

ການເປີດເຜີຍຂໍ້ມູນແມ່ນ ການແຈ້ງຂໍ້ມູນສຳຄັນຂອງ ບໍລິສັດຈົດທະບຽນຮຸ້ນ, ບໍລິສັດຈົດທະບຽນຮຸ້ນກູ້ ແລະ ພັນທະບັດຈົດທະບຽນ ທີ່ອາດຈະສົ່ງ ຫຼື ສົ່ງຜົນກະທົບໃຫ້ແກ່ການຕັດສິນໃຈຂອງນັກລົງທຶນ ໂດຍຜ່ານລະບົບເປີດເຜີຍຂໍ້ມູນຂອງ ຕລຊລ ກ່ອນ ການເປີດເຜີຍຂໍ້ມູນຜ່ານຊ່ອງທາງອື່ນ ເພື່ອໃຫ້ມວນຊົນຮັບຊາບ ແລະ ສາມາດເຂົ້າເຖິງຂໍ້ມູນຂ່າວສານໄດ້ຢ່າງທົ່ວເຖິງ.

ເປັນຫຍັງຈຶ່ງຕ້ອງເປີດເຜີຍຂໍ້ມູນ?

ບໍລິສັດຈົດທະບຽນຮຸ້ນ, ບໍລິສັດຈົດທະບຽນຮຸ້ນກູ້ ແລະ ພັນທະບັດຈົດທະບຽນຕ້ອງເປີດເຜີຍຂໍ້ມູນສໍາຄັນຕ່າງໆໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ, ຈະແຈ້ງ ແລະ ທັນເວລາ ແນໃສ່ຮັບປະກັນໃຫ້ການເປີດເຜີຍຂໍ້ມູນມີຄວາມໂປ່ງໃສ ແລະ ຍຸດຕິທໍາ ຊຶ່ງຜົນປະໂຫຍດຂອງການເປີດເຜີຍຂໍ້ມູນດັ່ງກ່າວມີດັ່ງນີ້:

1.  ຜົນປະໂຫຍດສໍາລັບບໍລິສັດຈົດທະບຽນ:
  • ສ້າງພາບພົດທີ່ດີ
  • ສ້າງຄວາມໂປ່ງໃສ
  • ສ້າງຄວາມດຶງດູດແກ່ນັກລົງທຶນ
2.  ຜົນປະໂຫຍດສໍາລັບນັກລົງທຶນ:
  • ໄດ້ຮັບຂໍ້ມູນບໍລິສັດຢ່າງຖືກຕ້ອງ
  • ຫຼີກລ່ຽງຄວາມສ່ຽງຈາກການນໍາໃຊ້ຂໍ້ມູນທີ່ຜິດພາດໃນການຕັດສິນໃຈລົງທຶນ
  • ມີໂອກາດທີ່ຈະປະສົບຜົນສໍາເລັດໃນການລົງທຶນ

Data and information on the LSX website are provided for the purpose of improving availability of information for investment, not for trading securities. In spite of the efforts made in ensuring the accuracy of data and information, the LSX recognizes that unintentional and chance errors and delays occur. The LSX is not responsible for any loss resulted from the investments made using the data and information provided on its website.