ຜູ້ທີ່ຕ້ອງການຊື້-ຂາຍພັນທະບັດລັດຖະບານໃນຕະຫຼາດຂັ້ນສອງຜ່ານ ຕລຊລ ແມ່ນຈະຕ້ອງມີບັນຊີເງິນ ແລະ ບັນຊີພັນທະບັດ. ສໍາລັບບັນຊີເງິນ ແມ່ນຈະຕ້ອງເປີດກັບທະນາຄານຕົວແທນຂອງສະມາຊິກ ແລະ ບັນຊີພັນທະບັດ ແມ່ນຈະຕ້ອງເປີດກັບສະມາຊິກໃດໜຶ່ງຂອງ ຕລຊລ (ບໍລິສັດຫຼັກຊັບ).
ກະດານສະແດງຂໍ້ມູນຄວາມຕ້ອງການຊື້ ຂາຍພັນທະບັດ (ຕໍ່ໄປນີ້ເອີ້ນວ່າ: “ກະດານສະແດງຂໍ້ມູນ”) ໝາຍເຖິງເວັບໄຊ ທີ່ຖືກສ້າງຂຶ້ນໂດຍ ຕລຊລ ເພື່ອອໍານວຍຄວາມສະດວກໃຫ້ຜູ້ຕ້ອງການຊື້-ຂາຍພັນທະບັດ ໄດ້ສະແດງຂໍ້ມູນຄວາມຕ້ອງການຊື້-ຂາຍພັນທະບັດ ແລະ ສາມາດເຈລະຈາຕໍ່ລອງກັບຄ້າໄດ້ໂດຍກົງ.
ປະຈຸບັນ ຕລຊລ ອະນຸຍາດໃຫ້ພຽງສະມາຊິກເທົ່ານັ້ນທີ່ສາມາດເບິ່ງກະດານສະແດງຂໍ້ມູນດັ່ງກ່າວໄດ້. ກໍລະນີນັກລົງທຶນຕ້ອງການສະແດງຂໍ້ມູນຊື້ ຂາຍພັນທະບັດຂອງຕົນເອງໃນກະດານຂໍ້ມູນ ຈະຕ້ອງຕິດຕໍ່ຫາສະມາຊິກເພື່ອສະແດງຂໍ້ມູນດັ່ງກ່າວເຂົ້າໃນກະດານສະແດງຂໍ້ມູນຄວາມຕ້ອງການຊື້ ຂາຍພັນທະບັດຂອງ ຕລຊລ. ສະມາຊິກທີ່ຕ້ອງການສະແດງຂໍ້ມູນຄວາມຕ້ອງການຊື້-ຂາຍພັນທະບັດ ທີ່ເປັນຂອງລູກຄ້າ ຫຼື ຂອງຕົນເອງ ຈະຕ້ອງປ້ອນຂໍ້ມູນຄວາມຕ້ອງການເຂົ້າໄປ ກະດານສະແດງຂໍ້ມູນ ຕາມລາຍລະອຽດດັ່ງນີ້:
ນັກລົງທຶນຕ້ອງມອບສິດສົ່ງຄຳສົ່ງຊື້ ຂາຍ ໃຫ້ສະມາຊິກ ແລະ ເມື່ອສະມາຊິກ ໄດ້ຮັບການມອບສິດສົ່ງຄຳສັ່ງແທນຈາກລູກຄ້າແລ້ວ, ຈະຕ້ອງຮຽກເກັບຄວາມພຽງພໍຂອງການຝາກຈາກລູກຄ້າດັ່ງກ່າວໃນຈໍານວນເງິນຮ້ອຍສ່ວນຮ້ອຍ ສໍາລັບການສັ່ງຊື້ ແລະ ຈໍານວນຫຼັກຊັບຮ້ອຍສ່ວນຮ້ອຍ ສໍາລັບການສັ່ງຂາຍ.
ສະມາຊິກຕ້ອງສົ່ງຂໍ້ມູນການສະເໜີລາຄາເຂົ້າໃນລະບົບຊື້ ຂາຍຂອງ ຕລຊລ ເຊິ່ງຕ້ອງລະບຸລາຍລະອຽດຕ່າງໆລຸ່ມນີ້:
AI = | ດອກເບ້ຍໜ້າໃນພັນທະບັດ | x | ຈຳນວນວັນທີ່ຜູ້ຂາຍຖືຄອງນັບຈາກວັນຈ່າຍດອກເບ້ຍຄັ້ງລ່າສຸດຈົນເຖິງມື້ຊື້ ຂາຍ |
---|---|---|---|
ຈຳນວນວັນຄິດໄລ່ດອກເບ້ຍຂອງພັນທະບັດໃນງວດນັ້ນ |
ດອກເບ້ຍຄ້າງຮັບ = (1,000,000 x 10%/2) x (37/181) = 10,220 ຕໍ່ໜ່ວຍ
Data and information on the LSX website are provided for the purpose of improving availability of information for investment, not for trading securities. In spite of the efforts made in ensuring the accuracy of data and information, the LSX recognizes that unintentional and chance errors and delays occur. The LSX is not responsible for any loss resulted from the investments made using the data and information provided on its website.