ການຫັກບັນຊີ ແລະ ຮັບຝາກຫຼັກຊັບ

ພາບລວມຂອງການຫັກບັນຊີ ແລະ ຮັບຝາກຫຼັກຊັບ

ສູນຮັບຝາກຫຼັກຊັບ ຕລຊລ ຖືກສ້າງຕັ້ງຂຶ້ນພາຍໃຕ້ກົດໝາຍວ່າດ້ວຍຫຼັກຊັບ, ຊີ້ນໍາ ແລະ ຄຸ້ມຄອງໂດຍຄະນະກໍາມະການຄຸ້ມຄອງຫຼັກຊັບ. ສູນຮັບຝາກຫຼັກຊັບມີໜ້າທີ່ຫຼາຍຢ່າງຄື: ຂຶ້ນທະບຽນຫຼັກຊັບ, ຮັບຝາກຫຼັກຊັບ, ໂອນຫຼັກຊັບ, ນາຍທະບຽນຫຼັກຊັບ, ໄລ່ລຽງ ແລະ ຫັກບັນຊີຫຼັກຊັບ. ສູນຮັບຝາກຫຼັກຊັບ ຕລຊລ ເປັນສູນຮັບຝາກແຫ່ງດຽວໃນ ສປປ ລາວ.

  1. ສູນຮັບຝາກຫຼັກຊັບແມ່ນຫຍັງ?

    ສູນຮັບຝາກຫຼັກຊັບ ແມ່ນ ສະຖາບັນການເງິນ ທີ່ດໍາເນີນທຸລະກິດກ່ຽວກັບການຂຶ້ນທະບຽນຫຼັກຊັບ, ເປັນນາຍທະບຽນຫຼັກຊັບ, ຮັບຝາກຫຼັກຊັບ, ໂອນຫຼັກຊັບ ແລະ ຫັກບັນຊີຫຼັກຊັບ.

    • ປຶ້ມບັນທຶກສົ່ງມອບຫຼັກຊັບ

      ໝາຍເຖິງ ບັນຊີປະເພດອີເລັກໂຕຣນິກ ເຊິ່ງຖືກໃຊ້ໃນການບັນທຶກການສົ່ງມອບ ຫຼື ການໂອນຫຼັກຊັບຕ່າງໆໂດຍບັນທຶກແບບອັດຕະໂນມັດຜ່ານລະບົບອີເລັກໂຕຣນິກທີ່ທັນສະໄໝ ເຊິ່ງມີເອກະສານຫຼັກຖານໃນການບັນທຶກເປັນລະບົບອີເລັກໂຕຣນິກຢ່າງຄົບຊຸດ.

  2. ການໄລ່ລຽງແມ່ນຫຍັງ?

    ແມ່ນຊຸດຂັ້ນຕອນຂອງການເຂົ້າເປັນຄູ່ສັນຍາ (CCP) ເພື່ອດຳເນີນການສົ່ງມອບ, ການກະທົບຍອດ ແລະ ໃນບາງກໍລະນີແມ່ນດຳເນີນການຢືນຢັນຄຳສັ່ງຄຳສັ່ງຈ່າຍເງິນ ຫຼື ຄຳສັ່ງໂອນຫຼັກຊັບ ເພື່ອຮັບປະກັນການຫັກບັນຊີໂດຍການຕັດຍອດບັນຊີຊັບສິນ ແລະ ໜີ້ສິນສຸດທິ ລະຫວ່າງຜູ້ຂາຍ ແລະ ຜູ້ຊື້ ແລະ ໃຫ້ຄຳແນະນຳແກ່ຕົວແທນຫັກບັນຊີ ເພື່ອດຳເນີນການຫັກບັນຊີ.

    • ການສົມທຽບການຊື້-ຂາຍ

      ການສົມທຽບສາມາດປະຕິບັດໄດ້ຕາມກົດໝາຍ ຊຶ່ງຜູ້ຊື້-ຂາຍ ຈະສົມທຽບເງື່ອນໄຂການຊື້-ຂາຍ ຕາມລາຍລະອຽດການຊື້-ຂາຍ. ເຊີ່ງ ອົງກອນສະສາງລວມສູນ (ຕລຊລ) ຈະທໍາການຫັກບັນຊີໂດຍສູນໄລ່ລຽງ-ຫັກບັນຊີ ແລະ ຕະຫຼາດບໍ່ລວມສູນ (OTC) ຈະທໍາການສະສາງ ໂດຍສະຖາບັນການຫັກບັນຊີ.

      • ຫັກບັນຊີແລ້ວນອກຈາກໄດ້ທໍາການຍົກເລີກໂດຍຄູ່ສັນຍາຊື້-ຂາຍ.
      • ຜູ້ເຂົ້າຮວ່ມໃນຕະຫຼາດມີຄວາມໜ້າເຊື່ອຖືສູງ ແລະ ຊ່ວຍຫຼຸດຄ່າໃຊ້ຈ່າຍ ແລະ ຄວາມຫຍຸ້ງຍາກ.
    • ການສະສາງແບບຍອດສຸດທິ

      ການສະສາງແບບຍອດສຸດທິ ແມ່ນຂັ້ນຕອນການຫຼຸດໜ້າທີ່ໃນການລົງບັນຊີ ໜີ້/ມີ ທີ່ມີຢ່າງຫຼວງຫຼາຍລະຫວ່າງ ຜູ້ຊື້-ຂາຍຈໍານວນຫຼາຍເພື່ອລົງບັນຊີຫຼາຍບັນຊີ. ດວ້ຍການສະສາງແບບຍອດສຸດທິ, ຕລຊລ ຈະກໍານົດຂະໜາດການສະສາງຂັ້ນສຸດທ້າຍ. ຫຼັງຈາກການສະສາງແບບຍອດສຸດທິ, ໜ້າທີ່ໃນການຕັດບັນຊີໜີ້/ມີ ແບບດັ່ງເດີມແມ່ນຖືກປ່ຽນແທນດວ້ຍໜ້າທີການຕັດບັນຊີໜີ້/ມີດຽວ.

  3. ການຫັກບັນຊີແມ່ນຫຍັງ?

    ການຫັກບັນຊີ ແມ່ນຂັ້ນຕອນສຸດທ້າຍຂອງການໄລ່ລຽງ-ຫັກບັນຊີ, ໃນນັ້ນຜູ້ຂາຍຈະໂອນຫຼັກຊັບ ຫຼື ເອກະສານທາງການເງິນໃຫ້ແກ່ຜູ້ຊື້ ແລະ ຜູ້ຊື້ ກໍ່ຈະໂອນເງິນໃຫ້ແກ່ຜູ້ຂາຍ.

    • ລັກສະນະສະເພາະຂອງການຫັກບັນຊີໃນຕະຫຼາດຫຼັກຊັບລາວແມ່ນ:
      • ວິທີການຫັກບັນຊີ : ການຊໍາລະເງິນ ແລະ ການສົ່ງມອບຫຼັກຊັບໃນເວລາດຽວກັນ (DVP)/ ການຫັກລົບຍອດສຸດທິການຫັກບັນຊີໃນແຕ່ລະມື້ (DNS)/ ຮອບໝູນການຫັກບັນຊີ;
      • ເວລາການຫັກບັນຊີ : 14:00 ໂມງ, T+2 (2 ມື້ຖັດຈາກມື້ທໍາການຊື້-ຂາຍ);
      • ທະນາຄານຫັກບັນຊີ : ທະນາຄານແຫ່ງ ສປປ ລາວ (ທຫລ);
      • ທະນາຄານຕົວແທນເພື່ອການຊຳລະ : ທະນາຄານທຸລະກິດ.
    • ການມອບ ແລະ ການຈ່າຍ

      ໝາຍເຖິງກົນໄກການໄລ່ລຽງ-ຫັກບັນຊີຫຼັກ ຊັບທີ່ກ່ຽວຂ້ອງກັບການໂອນຫຼັກຊັບ ແລະ ການໂອນເງິນ ເພື່ອຮັບປະກັນການສົ່ງມອບຫຼັກຊັບ ແລະ ເງິນ.

    • ການສົ່ງມອບຫຼັກຊັບ ແລະ ການຮັບຫຼັກຊັບ

      ບໍລິສັດຫຼັກຊັບທີ່ກ່ຽວຂ້ອງ ຈະຫັກປະລິມານການຂາຍ ແລະ ຊື້ ຂອງນັກລົງທຶນ ລະຫວ່າງ 1) ບໍລິສັດຫຼັກຊັບ (ຜູ້ຂາຍ, ນັກລົງທຶນ) ແລະ ຕະຫຼາດຫຼັກຊັບລາວ, 2) ຕະຫຼາດຫຼັກຊັບລາວ ແລະ ບໍລິສັດຫຼັກຊັບ (ຜູ້ຊື້, ນັກລົງທຶນ) ຜ່ານຂັ້ນຕອນການທົດແທນບັນຊີ (ປຶ້ມບັນທຶກສົ່ງມອບຫຼັກຊັບ).

    • ການສົ່ົງມອບເງິນ ແລະ ຮັບເງິນ

      ບໍລິສັດຫຼັກຊັບທີ່ກ່ຽວຂ້ອງ ຈະຫັກມູນຄ່າການຂາຍຂອງນັກລົງທຶນທີ່ຊື້ ແລະ ຂາຍ ຂອງນັກລົງທຶນ ລະຫວ່າງ 1) ບໍລິສັດຫຼັກຊັບ (ຜູ້ຊື້, ນັກລົງທຶນ) ແລະ ຕະຫຼາດຫຼັກຊັບລາວ, 2) ຕະຫຼາດຫຼັກຊັບລາວ ແລະ ບໍລິສັດຫຼັກຊັບ (ຜູ້ຂາຍ, ນັກລົງທຶນ) ໂດຍໂອນເງິນຜ່ານທະນາຄານຫັກບັນຊີ (ທະນາຄານແຫ່ງ ສປປ ລາວ).

    • ວິທີຫັກບັນຊີ

      ສາມາດເຮັດໄດ້ແບບລວມຍອດ ຫຼື ສຸດທິ ແລະ ເກີດຂຶ້ນໃນເວລານັ້ນ ຫຼື ເວລາທີ່ກໍານົດ.

      • ການຫັກບັນຊີລວມ ແລະ ການຫັກບັນຊີສຸດທິ

        ການຫັກບັນຊີລວມ ໝາຍເຖິງ ແຕ່ລະຄໍາສັ່ງຈ່າຍຈະຖືກສົ່ງຕໍ່ ແລະ ຊໍາລະເປັນບຸກຄົນ ຜ່ານບັນຊີຮັບ ແລະ ຈ່າຍຂອງທະນາຄານ, ຊຶ່ງມັນສົ່ງຜົນແກ່ຍອດໜີ້ ແລະ ມີສໍາລັບຄໍາສັ່ງຈ່າຍທຸກໆຄັ້ງ.

        ການຫັກບັນຊີລວມ ໝາຍເຖິງ ຄໍາສັ່ງຈ່າຍແບບຫັກສຸດທິອີງຕາມກົດລະບຽບ ແລະ ຂັ້ນຕອນຂອງລະບົບ ຊຶ່ງຜົນຂອງຈໍານວນຂອງຄໍາສັ່ງ ຈ່າຍທັງສອງຝ່າຍ ຫຼື ຫຼາຍຝ່າຍແມ່ນ ໜ້ອຍກວ່າຄໍາສັ່ງຈ່າຍແບບເກົ່າ.

      • ເວລາຈິງ ແລະ ເວລາທີ່ກໍານົດ

        ການຫັກບັນຊີ ໃນເວລາຈິງ ເກີດຂຶ້ນແບບຕໍ່ເນື່ອງພາຍໃນມື້ດໍາເນີນຕະຫຼາດ.

        ການຫັກບັນຊີ ໃນເວລາທີ່ກໍານົດ ເກີດຂຶ້ນກ່ອນເວລາກໍານົດ ນັບແຕ່ຮອບການຫັກບັນຊີຄັ້ງດຽວໃນທ້າຍມື້ນັ້ນເຖິງຮອບຫັກບັນຊີປະຈໍາໃນມື້.

  4. ນາຍທະບຽນຫຼັກຊັບແມ່ນຫຍັງ?:

    ບໍລິສັດມະຫາຊົນຕ່າງໆ ຈະໃຊ້ນາຍທະບຽນຫຼັກຊັບເພື່ອຕິດຕາມບຸກຄົນ ແລະ ນິຕິບຸກ ຄົນທີ່ມີກໍາມະສິດໃນຮຸ້ນ ແລະ ພັນທະບັດຂອງພວກເຂົາ. ພວກເຂົາມອບຄວາມໄວ້ວາງໃຈໃຫ້ນາຍທະບຽນຫຼັກຊັບ ເປັນໜ່ວຍງານ ທີ່ຈັດການກັບການດໍາເນີນງານຕ່າງໆໃນອົງກອນ. ຕະຫຼາດຫຼັກຊັບລາວໃຫ້ການບໍລິການ ເປັນນາຍທະບຽນຫຼັກຊັບກັບບໍລິສັດໃດໜຶ່ງໂດຍມີ 3 ປະເພດດັ່ງນີ້:

    • ຕົວແທນການໂອນ:
      • ຈັດການກ່ຽວກັບປຶ້ມລາຍຊື່ຜູ້ຖືຮຸ້ນ ແລະ ປຶ້ມລາຍຊື່ຜູ້ຖືພັນທະບັດ.
      • ສ້າງ/ຍົກເລີກການຄ້ໍາປະກັນ
      • ແຈ້ງການດໍາເນີນການຂອງອົງກອນໃຫ້ແກ່ຜູ້ຖືຮຸ້ນ
      • ຈັດການເລື່ອງຫຼັກຊັບທີ່ກ່ຽວຂ້ອງກັບການຖືກທໍາລາຍ, ສູນເສຍ, ແລະ ຖືກລັກ.
    • ຕົວແທນການຊຳລະ:
      • ຄໍານວນ ແລະ ຈ່າຍ (ເງິນປັນຜົນ, ຕົ້ນທຶນພັນທະບັດ, ແລະ ດອກເບ້ຍ)
      • ແຈ້ງໃຫ້ຜູ້ຖືຮຸ້ນກ່ຽວກັບການອອກຮຸ້ນໃໝ່, ການຈ່າຍເງິນປັນຜົນ ແລະ ກອງປະຊຸມສະໄໝສາມັນຂອງຜູ້ຖືຮຸ້ນ
      • ບໍລິການອື່ນໆທີ່ກ່ຽວຂ້ອງຂ້າງເທິງ
    • ຕົວແທນການອອກໃບຢັ້ງຢືນການຖືຫຼັກຊັບ:
      • ໃຫ້ຄໍາປຶກສາກ່ຽວກັບການອອກຫຼັກຊັບແກ່ບໍລິສັດຕ່າງໆ
      • ເກັບຮັກສາໃບຢັ້ງຢືນຫຼັກຊັບ
    • ການເຄື່ອນໄຫວຂອງບໍລິສັດ:
      • ໝາຍເຖິງການກະທໍາ ຫຼື ເຫດການທີ່ກໍານົດຈາກບໍລິສັດອອກຫຼັກຊັບທີ່ສົ່ງຜົນກະທົບແກ່ຜູ້ຖືຫຼັກຊັບນັ້ນ. ໃນກໍລະນີດັ່ງກ່າວ ບັນດາຜູ້ຖືຫຼັກຊັບອາດມີທາງເລືອກ ເຊັ່ນ: ພວກເຂົາມີສິດທີ່ຈະສັ່ງຊື້ຮຸ້ນເພີ່ມອີງຕາມເງື່ອນໄຂຂອງບໍລິສັດອອກຫຼັກຊັບ. ອີກດ້ານໜຶ່ງ, ມັນອາດ ເປັນຂໍ້ບັງຄັບທີ່ບັນດາຜູ້ຖືຮຸ້ນບໍ່ມີທາງເລືອກເຊັ່ນ: ໃນກໍລະນີຈ່າຍເງິນປັນຜົນ ຫຼື ແບ່ງຮຸ້ນ. ການດໍາເນີນງານຂອງບໍລິສັດສາມາດພົວພັນເຖິງການຈ່າຍເງິນ (ເງິນປັນຜົນ ຫຼື ໂບນັດ) ຫຼື ການລົງທະບຽນສິດ (ສິດໃນການຈັບຈອງ, ສິດທິການຄຸ້ມຄອງ, ການແຍກ, ການຮ່ວມຕົວ ແລະ ອື່ນໆ)

Data and information on the LSX website are provided for the purpose of improving availability of information for investment, not for trading securities. In spite of the efforts made in ensuring the accuracy of data and information, the LSX recognizes that unintentional and chance errors and delays occur. The LSX is not responsible for any loss resulted from the investments made using the data and information provided on its website.