Data and information on the LSX website are provided for the purpose of improving availability of information for investment, not for trading securities. In spite of the efforts made in ensuring the accuracy of data and information, the LSX recognizes that unintentional and chance errors and delays occur. The LSX is not responsible for any loss resulted from the investments made using the data and information provided on its website.
ວັນອະ-ສິດ (Ex-Right) ຮຸ້ນສາມັນເພີ່ມທຶນ ຂອງຮຸ້ນ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.
03 Sep 2025
- ອີງຕາມລະບຽບວ່າດ້ວຍການດໍາເນີນຕະຫຼາດ (ສະບັບປັບປຸງ) ເລກທີ 010/ຕລຊລ, ລົງວັນທີ 19 ທັນວາ 2018, ມາດຕາ 30; - ອີງຕາມໜັງສືສະເໜີຂໍປິດປຶ້ມບັນຊີທະບຽນຜູ້ຖືຮຸ້ນກຳນົດສິດໃຫ້ຜູ້ຖືຮຸ້ນເດີມ (RO) ຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ), ເລກທີ 0889/ທຄຕລ, ລົງວັນທີ 29 ສິງຫາ 2025. ຕະຫຼາດຫຼັກຊັບລາວ (ຕລຊລ) ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຈະມີການສະເໜີຂາຍຮຸ້ນສາມັນເພີ່ມທຶນ ໃຫ້ແກ່ຜູ້ຖືຮຸ້ນເດີມ (Right Offering), ໂດຍກຳນົດວັນອະ-ສິດ (Ex-Right Date, “Ex-R”) ແລະ ວັນປິດປຶ້ມບັນຊີທະບຽນຜູ້ຖືຮຸ້ນ (Record Date) ຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ລາຍລະອຽດໄດ້ຄັດຕິດມາພ້ອມນີ້. ວັນ Ex-R ແມ່ນໜຶ່ງວັນກ່ອນວັນບັກທຶກບັນຊີທະບຽນຜູ້ຖືຮຸ້ນ ເພື່ອຢັ້ງຢືນລາຍຊື່ຜູ້ຖືຄອງຮຸ້ນ ເຊິ່ງຜູ້ທີ່ມີລາຍຊື່ຢູ່ໃນປຶ້ມບັນຊີຜູ້ຖືຮຸ້ນເທົ່ານັ້ນຈຶ່ງຈະມີສິດໄດ້ຮັບການຈັດສັນຮຸ້ນເພີ່ມທຶນ. ໃນນັ້ນ, ນັກລົງທຶນທີ່ຂາຍໃນວັນດັ່ງກ່າວ ແມ່ນຍັງໄດ້ຮັບສິດດັ່ງທີ່ກ່າວມານັ້ນ. ແຕ່ນັກລົງທຶນທີ່ຊື້ຮຸ້ນໃນວັນ ຫຼື ຫຼັງຈາກວັນ Ex-R ແມ່ນຈະບໍ່ມີສິດໄດ້ຮັບການຈັດສັນຮຸ້ນເພີ່ມທຶນ. ດ້ວຍເຫດຜົນດັ່ງກ່າວ, ຕລຊລ ຈະໄດ້ປ່ຽນ “ລາຄາຖານ” ຂອງຮຸ້ນ ທຄຕລ ໃໝ່ໃນວັນທີ 10 ກັນຍາ 2025, ເພື່ອຄວາມສະເໝີພາບໃນການຈັດສັນມູນຄ່າຕະຫຼາດ, ເຊິ່ງຈະສົ່ງຜົນໃຫ້ລາຄາຮຸ້ນ ທຄຕລ ມີການປ່ຽນແປງນັບແຕ່ວັນທີ່ໄດ້ປ່ຽນລາຄາຖານ ເປັນຕົ້ນໄປ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ.