Products/Services _ Stock Trading
Market management
  • ການຢຸດການຊື້ຂາຍຊົ່ວຄາວ
    • ການຢຸດການຊື້ຂາຍຊົ່ວຄາວຂອງແຕ່ລະຮຸ້ນ
      • ຕລຊລ ຈະຢຸດການຊື້ຂາຍ ຕາມກໍລະນີດັ່ງລຸ່ມນີ້:
      • ລາຄາ ຫຼື ປະລິມານການຊື້ຂາຍ ມີການປ່ຽນແປງຫຼາຍ ແລະ ກະທັນຫັນ ຫຼື ການປະເມີນວ່າ ເຫດການດັ່ງກ່າວຈະເກີດຂຶ້ນ ຈາກຂ່າວລື;
      • ການຕົກລົງການຊື້-ຂາຍ ບໍ່ສາມາດເຮັດໄດ້ ຍອນການໄຫຼເຂົ້າຂອງຄໍາສັ່ງຫຼາຍເກີນໄປ;
      • ໃນກໍລະນີ ພາກສ່ວນທີ່ກ່ຽວຂອງຕ້ອງການໃຫ້ມີການຢຸດການຊື້-ຂາຍຊົ່ວຄາວ ອີງຕາມລະບຽບຈົດທະບຽນ ແລະ ລະບຽບເປີດເຜີຍຂໍ້ມູນ;
      • ກໍລະນີອື່ນໆ ທີ່ຖືໄດ້ວ່າຈໍາເປັນ ຕ້ອງມີການຢຸດການຊື້-ຂາຍຊົ່ວຄາວ.
    • ການເລີ່ມການຊື້-ຂາຍ ຄືນໃໝ່
      • ຕລຊລ ເຫັນດີວ່າຕ້ອງໄດ້ເລີ່ມການຊື້ຂາຍຄືນໄໝ່ ເມື່ອບັນຫາມີການແກ້ໄຂ້ແລ້ວ.
  • ການຢຸດຊົ່ວຄາວໃນກໍລະນີລະບົບຄອມພິວເຕີ້ຫຼົ້ມເຫຼວ
    • ລະບົບຄອມພິວເຕີ້ຕະຫຼາດຫຼັກຊັບຫຼົ້ມເຫຼວ ຈະຢຸດການຮັບຄໍາສັ່ງຊື້ຂາຍທັງໝົດຊົ່ວຄາວ ລະບົບບໍລິສັດຫຼັກຊັບສ່ວນຫຼາຍຫຼົມເຫຼວ ຈະຢຸດການຮັບຄໍາສັ່ງຊື້ຂາຍທັງໝົດຊົ່ວຄາວ ແຕ່ຍັງສາມາດສົ່ງຄໍາສັ່ງຍົກເລີກໄດ້
  • ການແກ້ໄຂ້ຂໍຜິດພາດ ໃນການເຮັດທຸລະກໍາການ ຊື້ຂາຍ ຂອງສະມາຊິກ
    • ຕລຊລ ໄດ້ມີການຕອບສະໜອງ ການແກ້ໄຂຄໍາສັ່ງການຊື້ຂາຍທີ່ຜິດ
      • ການປ້ອນຂໍ້ມູນຜິດ ຊື່ຫຼັກຊັບ, ປະລິມານຮຸ້ນ, ລາຄາ, ການຈັດຄໍາສັ່ງຊື້/ຂາຍ
      • ການຈັດບັນຊີລູກຄ້າ ຜິດຈາກເຈົ້າຂອງບັນຊີ
      • ສະມາຊິກທີ່ກ່ຽວຂ້ອງ ຕ້ອງຍື່ນຄໍາຮ້ອງຂໍແກ້ໄຂຄວາມຜິດພາດຂອງທຸລະກໍາພ້ອມທັງໜັງສືຊີ້ແຈງກ່ຽວກັບສາເຫດ ຫຼື ຫຼັກຖານທາງເອກະສານຕໍ່ ຕລຊລ ກ່ອນຊົ່ວໂມງປິດການຊື້-ຂາຍຂອງວັນຊື້-ຂາຍຖັດໄປ.
      • ສະມາຊິກ ກໍ່ຄືບໍລິສັດຫຼັກຊັບຕ້ອງໄດ້ເອົາຈໍານວນຮຸ້ນດັ່ງກ່າວທີ່ມີຂໍ້ຜິດພາດ ເຂົາຢູ່ໃນບັນຊີຂອງຕົນເອງ