Products/Services _ Stock Trading
Trade executions
   ຄໍາສັ່ງຊື້ ແລະ ຄໍາສັ່ງຂາຍຈະຖືກຈັບຄູ່ກັນໂດຍລະບົບຂອງຕະຫຼາດ ໂດຍອີງຕາມບຸລິມະສິດລາຄາ ແລະ ບຸລິມະສິດເວລາ.
   ບຸລິມະສິດລາຄາ: ລາຄາສະເໜີຂາຍຕໍ່າສຸດຈະໄດ້ຮັບບຸລິມະສິດກ່ອນລາຄາສະເໜີຂາຍທີ່ສູງກວ່າ ແລະ ລາຄາສະເໜີຊື້ສູງກວ່າຈະໄດ້ຮັບ
   ບຸລິມະສິດກ່ອນລາຄາຊື້ທີ່ຕໍ່າກວ່າ.
   ບຸລິມະສິດເວລາ: ໃນກໍລະນີທີ່ມີຄໍາສັ່ງຊື້ໃນລາຄາດຽວກັນຫຼາຍຄໍາສັ່ງ, ຄໍາສັ່ງທີ່ເຂົ້າມາກ່ອນຈະໄດ້ຮັບບຸລິມະສິດກ່ອນຄໍາສັ່ງທີ່ເຂົ້າມາຕາມຫຼັງ.

Price Priority vs. Time priority

☞ ດັ່ງທີ່ສະແດງຢູ່ຕາຕະລາງຂ້າງເທິງ,ການສະເໜີຊື້ ① ແລະ ການສະ ເໜີຂາຍ ① ຖືກຈັບຄູ່ອີງຕາມບຸລິມະສິດຂອງລາຄາ.ຖ້າຫາກການສະເໜີ
      ລາຄາເທົ່າກັນ,ການສະເໜີລາຄາ ② ທີ່ເຂົ້າມາກ່ອນຈະຖືກຈັບຄູ່ກ່ອນການ,
      ສະເໜີລາຄາ ③.


  • • ການແລກປ່ຽນຊື້-ຂາຍໃນຕະຫຼາດຫຼັກຊັບລາວແມ່ນໃຊ້ຮູບແບບການປະມູນເຊິ່ງແບ່ງອອກເປັນຄື:
    • ການປະມູນລາຄາດຽວ: ຄໍາສັ່ງຊື້ສະເໜີຊື້ ແລະ ຄໍາສັ່ງສະເໜີຂາຍທັງໝົດຈະຖືກລວມເຂົ້າກັນກ່ອນເວລາປະມູນເພື່ອທໍາການຈັບຄູ່ ແລະ ຈະຖືກຈັບຄູ່ໃນລາຄາດຽວ.
  • » ນໍາໃຊ້ໃນການກໍານົດລາຄາເປີດ ແລະ ລາຄາປິດ
Executions based on Call Auction method


  ການປະມູນແບບຕໍ່ເນື່ອງວິນາທີຕໍວິນາທີ: ລາຄາສະເໜີຊື້ທີ່ດີທີ່ສຸດ ແລະ ລາຄາສະເໜີຂາຍທີ່ດີທີ່ສຸດຈະຖືກຈັບຄູ່ກັນຢ່າງຕໍ່ເນື່ອງໃນຫຼາຍລາຄາ;
  » ນໍາໃຊ້ໃນຊົ່ວໂມງຊື້-ຂາຍຕາມປົກກະຕິຂອງ ຕລຊລ

  ວິທີການປະມູນແບບຕໍ່ເນື່ອງ
ວິທີການປະມູນແບບຕໍ່ເນື່ອງ
ວິທີການປະມູນແບບຕໍ່ເນື່ອງ

- ກໍລະນີພິເສດ

  • ການກໍານົດລາຄາພື້ນຖານສໍາລັບຮຸ້ນທີ່ຈົດທະບຽນຄັ້ງທໍາອິດ
    • ການຕັດສິນໃຈໃນມື້ຊື້-ຂາຍຄັ້ງທໍາອິດ.
    • ການກໍານົດວິທີການປະມູນດ້ວຍໃບສະເໜີລາຄາທີ່ໄດ້ຮັບໃນຊ່ວງ ໄລຍະເວລາ ( 8:30 – 09:00 )ກ່ອນທີີ່ຕະຫຼາດຈະເປີດ.
    • ໃນລະຫວ່າງ 90% - 200% ຂອງລາຄາສະເໜີຂາຍຕໍ່ມວນຊົນ.
  • ມື້ທີ່ບໍ່ມີສິດຮັບເງິນປັນຜົນ ແລະ ອຶ່ນໆ.
    • ມື້ທີ່ບໍ່ມີສິດຮັບເງິນປັນຜົນ ຫຼື ບໍ່ມີສິດໄດ້ຮັບຮຸ້ນຈະເປັນມື້ໜຶ່ງກ່ອນວັນບັກທຶກຜູ້ຖືຮຸ້ນ (ຂຶ້ນຢູ່ກັບມື້ທີ່ມີການຊື້-ຂາຍ) ເຊິ່ງບຸກຄົນທີ່ມີສິດໄດ້ຮັບຈະຖືກກໍານົດ.
  • ຄ່າບໍລິການຊື້-ຂາຍ
    ວິທີການຄິດໄລ່
    • ການເກັບຄ່າທໍານຽມໂດຍຕະຫຼາດຫຼັກຊັບລາວຂອງປະລິມານຂອງມູນ ຄ່າການຊື້-ຂາຍດ້ວຍອັດຕາທີ່ລະບຸໄວ້ດັ່ງລຸ່ມນີ້:
      ຮຸ້ນ : 15/10,000; ແລະ
      ພັນທະບັດ : 1.5/10,000.
    • ຜູ້ຈ່າຍເງິນ: ບໍລິສັດຫຼັກຊັບທີ່ເປັນສະມາຊິກຂອງຕະຫຼາດຫຼັກຊັບລາວ
    • ເວລາຂອງການຊໍາລະເງິນ: 2:00 ໃນມື້ສໍາລະສະສາງ .
  • ຄ່ານາຍໜ້າໃນການຊື້ຂາຍ
    • ເມື່ອການຊື້ຂາຍໄດ້ເປັນໄປຢ່າງສໍາເລັດ,ລູກຄ້າ ( ນັກລົງທຶນ ) ຈະຕ້ອງ ຊໍາລະໜ້ອຍກວ່າ 3/100 ຂອງມູນຄ່າການຊື້ຂາຍໄປຍັງບໍລິສັດຫຼັກຊັບ.