Products/Services _ Stock Trading
Basic Trading Procedures
  • ຂັ້ນຕອນການເປີດບັນຊີຫຼັກຊັບ
    • ຕ້ອງມີບັນຊີຊື້-ຂາຍກັບ ບໍລິສັດຫຼັກຊັບໃດໜຶ່ງທີ່ເປັນ ສະມາຊິກ ຕະຫຼາດຫຼັກຊັບ.
    • ນັກລົງທຶນຕ່າງປະເທດຕ້ອງ ລົງທະບຽນໜັງສື ຮັບຮອງ Investors Registration Certificate (IRC) ນຳ ສ.ຄລຕ.
  • ການສົ່ງຄຳສັ່ງຊື້-ຂາຍຫຼັກຊັບ
    • ເພື່ອເລີ່ມການຊື້-ຂາຍຫຼັກຊັບໃນຕະຫຼາດຫຼັກຊັບລາວ, ຜູ້ຊື້ຕ້ອງມີເງິນໃນບັນຊີທະນາຄານຮ້ອຍສ່ວນຮ້ອຍ (100%) ຂອງມູນຄ່າທີ່ຕ້ອງການຊື້ ແລະ ຜູ້ຂາຍຕ້ອງມີຮຸ້ນໃນບັນຊີຫຼັກຊັບຮ້ອຍສ່ວນຮ້ອຍ (100%) ຕາມຈໍານວນທີ່ຕ້ອງການຂາຍ.
    • ຜູ້ລົງທຶນ ຕ້ອງສັ່ງໂອນເງິນຈາກບັນຊີທະນາຄານຂອງຕົນ ເພື່ອເປັນເງິນວາງມັດຈຳລາວງໜ້າ ໄປເຂົ້າບັນຊີເງິນລວມ ( ຊຶ່ງເປັນບັນຊີທີ່ບໍລິສັດຫຼັກຊັບເປີດໄວ້ສຳຫຼັບຜູ້ລົງທຶນ, ຈໍານວນເງິນທັງໝົດທີ່ໂອນຕ້ອງລວມເອົາມູນຄ່າຊື້ຫຼັກຊັບ ແລະ ຄ່າທຳນຽມໃນການຊື້ຢ່າງຄົບຖ້ວນ).
    • ການສົ່ງຄຳສັ່ງຊື້-ຂາຍຫຼັກຊັບ, ຜູ້ລົງທຶນສາມາດສົ່ງຄຳສັ່ງຜ່ານ 3 ຊ່ອງທາງຄື:
      • - ການສົ່ງຄໍາສັ່ງຊື້-ຂາຍຜ່ານການຂຽນແບບພິມ:
        ຜູ້ລົງທຶນສາມາດສັ່ງຊື້-ຂາຍຫຼັກຊັບ ຜ່ານການຕື່ມຂໍ້ມູນໃສ່ແບບພິມ ທີ່ຫ້ອງຄ້າຫລັກຊັບ ຂອງບໍລິສັດຫລັກຊັບດ້ວຍຕົວເອງ.
      • - ການສົ່ງຄໍາສັ່ງຊື້-ຂາຍຜ່ານໂທລະສັບ, ອີເມວ ແລະ ອື່ນໆ:
        ຜູ້ລົງທຶນສາມາດສັ່ງຊື້-ຂາຍຫຼັກຊັບຜ່ານທາງໂທລະສັບ, ອີເມວ ແລະ ອື່ນໆ ໂດຍທີ່ຜູ້ລົງທຶນສາມາດສົ່ງຄໍາສັ່ງຊຶ້-ຂາຍໄດ້ທຸກບ່ອນ ແລະ ບໍ່ຈໍາເປັນຕ້ອງ
        ເຂົ້າໄປຫາບໍລິສັດຫຼັກຊັບ.
      • - ການສົ່ງຄໍາສັ່ງຊື້-ຂາຍຜ່ານລະບົບອິນເຕິເນັດ:
        ຜູ້ລົງທຶນສາມາດສົ່ງຄໍາສັ່ງຊື້-ຂາຍຜ່ານລະບົບຊື້-ຂາຍອິນເຕິເນັດ (HTS). ຜູ້ລົງທຶນຕ້ອງໄດ້ດາວໂຫລດໂປຼແກມດັ່ງກ່າວນໍາເວບໄຊຂອງ ຕລຊລ ຫຼື
        ບໍລິສັດຫຼັກຊັບ ແລະ ຂໍລະຫັດການນໍາໃຊ້ ໂດຍທີ່ຜູ້ລົງທຶນສາມາດສົ່ງຄໍາສັ່ງຊຶ້-ຂາຍໄດ້ທຸກບ່ອນ ທີ່ມີລະບົບອິນເຕີເນັດ ເຊິ່ງຄໍາສັ່ງດັ່ງກ່າວຈະຖືກສົ່ງຜ່ານທາງລະບົບຄອມພິວເຕີ (PC or Laptop) ແລະ ບໍ່ຈໍາເປັນຕ້ອງເຂົ້າໄປຫາບໍລິສັດຫຼັກຊັບ.
    • ການຍົກເລີກຄຳສັ່ງ
      • ຜູ້ລົງທຶນສາມາດຍົກເລີກຄຳສັ່ງຊື້ ຫຼື ຄໍາສັ່ງຂາຍຂອງຕົນຖ້າຄຳສັ່ງດັ່ງກ່າວຍັງບໍ່ທັນຖືກຈັບຄູ່.
      • ໃນການຍົກເລີກຄໍາສັ່ງຊື້-ຂາຍຮຸ້ນ ລູກຄ້າສາມາດສົ່ງຄຳສັງສັ່ງຜ່ານພະນັກງານທີ່ຫ້ອງຄ້າຫລັກຊັບບໍລິສັດຫຼັກຊັບ, ໂທລະສັບ, ອີເມວ ແລະ ລະບົບຊື້-ຂາຍອິນເຕິເນັດ.
  • ການບັນລຸການຊື້-ຂາຍ
    • ລະບົບຈັບຄູ່ການຊື້-ຂາຍ ຂອງຕະຫຼາດຫຼັກຊັບ ແມ່ນຕ້ອງໄດ້ນໍາໃຊ້ ຫຼັກການ ການຈັບຄູ່ຄໍາສັ່ງຊື້-ຂາຍ ທີ່ທາງ ຕລຊລ ວາງອອກ
  • ຜົນການຊື້-ຂາຍ
    • ບໍລິສັດຫຼັກຊັບຈະແຈ້ງໃຫ້ຜູ້ລົງທຶນຮັບຊາບໂດຍທັນທີ ທີ່ຄຳສັ່ງຊື້-ຂາຍຂອງຜູ້ລົງທຶນໄດ້ມີການຈັບຄູ່ ຕາມຊ່ອງທາງຕິດຕໍ່ສື່ສານຕ່າງໆທີ່ໄດ້ຕົກລົງກັນໄວ້.
    • ໝາຍເຫດ: ສຳລັບຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່ບໍລິສັດຫຼັກທີ່ທ່ານໄດ້ເປີດບັນຊີນໍາ.
  • ການຊໍາລະສະສາງ
    • ຕລຊລ ຈະດໍາເນີນການຊໍາລະເງິນ ແລະ ສົ່ງມອບຫຼັກຊັບສຸດທິຂອງທຸລະກໍາທີ່ມີການຊື້ຂາຍທັງໝົດ (netting)
  • ການຮັບຝາກ
    • ຕ້ອງມີການຝາກຫຼັກຊັບໄວ້ກັບຕະຫຼາດຫຼັກຊັບລາວ (ສູນຮັບຝາກຫຼັກຊັບ)
  • Flow of Trading at LSX Stock Markets