
ຂັ້ນຕອນການຊຳລະ

- ການຊໍາລະການຊື້-ຂາຍຫຼັກຊັບ ປະກອບມີ 2 ປະເພດຄື ການຊໍາລະເງິນ ແລະ ການຊໍາລະຫຼັກຊັບ
- ການຊໍາລະການຊື້-ຂາຍຫຼັກຊັບ ປະກອບມີ 2 ປະເພດຄື ການຊໍາລະເງິນ ແລະ ການຊໍາລະຫຼັກຊັບ
- ຂັ້ນຕອນການຖອນຈາກບັນຊີເງິນລວມ
ເງິນທີ່ໄດ້ຈາກການຂາຍຫຼັກຊັບ ແລະ ເງິນປັນຜົນ ແມ່ນຈະຖືກໂອນເຂົ້າໃນບັນຊີເງິນລວມ (ທີ່ບໍລິສັດຫຼັກຊັບເປີດໄວ້ເພື່ອຜູ້ລົງທຶນ, ເງິນຝາກໃນບັນຊີດັ່ງກ່າວແມ່ນບໍ່ມີດອກເບ້ຍ).
ຜູ້ລົງທຶນ ທີ່ຕ້ອງການຖອນເງິນຂອງຕົນທີ່ໄດ້ຈາກການຂາຍຮຸ້ນ ຫຼື ເອົາເງິນປັນຜົນ ສາມາດຖອນເງິນດັ່ງກ່າວ ຕາມຂັ້ນຕອນລຸ່ມນີ້- ຂັ້ນຕອນທີ 1:
- ກວດຍອດເງິນຂອງທ່ານ (ທີ່ໄດ້ຈາກການຂາຍຮຸ້ນ ຫຼື ໄດ້ຮັບເງິນປັນຜົນ) ກັບບໍລິສັດຫຼັກຊັບທີ່ທ່ານເປີດບັນຊີຫຼັກຊັບນຳ ຫຼື ກວດດ້ວຍຕົວເອງຜ່ານລະບົບຊື້-ຂາຍຮຸ້ນຜ່ານທາງອິນເຕີເນັດ (ສໍາລັບຜູ້ທີ່ລົງທະບຽນນໍາໃຊ້ແລ້ວ ເທົ່ານັ້ນ).
- ຂັ້ນຕອນທີ 2:
- ວິທີການຖອນເງິນມີດັ່ງນີ້:
(1) ແຈ້ງໃຫ້ບໍລິສັດຫຼັກຊັບໂອນເງິນ ຈາກບັນຊີເງິນລວມ ໄປບັນຊີທະນາຄານຂອງຕົນຜ່ານທາງໂທລະສັບ, ອີເມວ ຫຼື ແຟັກສ;
(2) ໂອນເງິນ ຈາກບັນຊີເງິນລວມ ໄປບັນຊີທະນາຄານ ດ້ວຍຕົນເອງໄດ້ທີ່ ສໍານັກງານໃຫຍ່ ຫຼື ສາຂາຂອງທະນາຄານຕົວແທນ;
(3) ນໍາໃຊ້ລະບົບໂອນເງິນຜ່ານອິນເຕີເນັດຂອງທະນາຄານຕົວແທນ (ເຊັ່ນ i-banking ຫຼື LDB wallet ແລະ ອື່ນໆ) ເພື່ອໂອນເງິນ ຈາກບັນຊີເງິນລວມ ໄປບັນຊີທະນາຄານ ດ້ວຍຕົວເອງໄດ້ທຸກເວລາ ທຸກສະຖານທີ່.
(4) ເມື່ອເງິນໄດ້ຖືກໂອນເຂົ້າບັນຊີທະນາຄານຂອງທ່ານເປັນທີ່ຮຽບຮ້ອຍແລ້ວ ທ່ານກໍ່ສາມາດຖອນເງິນທີ່ໄດ້ນັ້ນອອກຈາກບັນຊີທະນາຄານຂອງທ່ານໄດ້ຕາມປົກກະຕິ ຜ່ານຕູ້ ATM ສໍານັກງານໃຫຍ່ ຫຼື ໜ່ວຍບໍລິການຂອງທະນາຄານຕົວແທນ.
- ວິທີການຖອນເງິນມີດັ່ງນີ້:
- ໝາຍເຫດ:
- ສຳລັບຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່ບໍລິສັດຫຼັກທີ່ທ່ານໄດ້ເປີດບັນຊີນໍາ.
- ຂັ້ນຕອນທີ 1: