Products/Services _ Stock
  • ຮຸ້ນສາມັນ 
    • ຮຸ້ນສາມັນ ແມ່ນເຄື່ອງມືທາງດ້ານການເງິນປະເພດໜຶ່ງ ທີ່ອອກຈຳໜ່າຍໂດຍບໍລິສັດມະຫາຊົນເຊິ່ງ ມີຈຸດປະສົງເພື່ອລະດົມທຶນຈາກມວນຊົນມານຳໃຊ້ເຂົ້າ ໃນການດຳເນີນ ແລະ ຂະຫຍາຍທຸລະກິດຂອງຜູ້ອອກຈຳໜ່າຍ. ຜູ້ຖືຮຸ້ນສາມັນ ແມ່ນມີຖານະເປັນເຈົ້າຂອງບໍລິສັດທີ່ຕົນຊື້ຮຸ້ນຕາມສັດສ່ວນການຖືຄອງ
      ຂອງຕົນ ພ້ອມທັງໄດ້ຮັບສິດໃນການໂຫວດແຕ່ລະວາລະໃນກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດ ແລະ ສາມາດປະກອບຄຳເຫັນຕໍ່ການດຳເນີນທຸລະກິດຂອງບໍລິສັດດັ່ງກ່າວ. ຜູ້ຖືຮຸ້ນສາມັນຈະໄດ້ຮັບຜົນຕອບແທນໃນຮູບແບບຂອງເງິນປັນຜົນທີ່ໄດ້ຈາກກຳໄລສຸດທິຈາກການດຳເນີນງານຂອງທຸລະກິດ.
    • ຜົນປະໂຫຍດຂອງການລົງທຶນໃນຮຸ້ນສາມັນ
      • ໄດ້ຮັບເງິນປັນຜົນ
        • ນັກລົງທຶນຈະໄດ້ຮັບຜົນຕອບແທນຈາກການລົງທຶນໃນຮຸ້ນສາມັນໃນຮູບແບບຂອງເງິນປັນຜົນ ເຊິ່ງຂຶ້ນຢູ່ກັບຜົນການດຳເນີນກິດຈະການຂອງບໍລິສັດໃນແຕ່ລະໄລຍະ (ກຳໄລຂອງບໍລິສັດ).
      • ກຳໄລຈາກການຊື້-ຂາຍ
        • ລາຄາຮຸ້ນຈະມີການເໜັງຕີງຕະຫຼອດເວລາ ເຊິ່ງຂຶ້ນກັບກົນໄກຕະຫຼາດ ຫຼື ລະດັບອຸປະສົງ ແລະ ອຸປະທານຮຸ້ນ. ດັ່ງນັ້ນ, ຖ້າລົງທຶນຢ່າງມີການວິເຄາະ ແລະ ພິຈາລະນາສະພາບຕະຫຼາດໄດ້ ກໍອາດຈະເຮັດໃຫ້ນັກລົງທຶນສາມາດສ້າງກຳໄລຈາກການຊື້-ຂາຍໄດ້ ເຊິ່ງຈະເກີດຂຶ້ນເມື່ອສາມາດຂາຍຮຸ້ນໄດ້ໃນລາຄາທີ່ສູງກວ່າລາຄາຊື້.
      • ມີສ່ວນຮ່ວມເປັນເຈົ້່າຂອງກິດຈະການ
        • ຜູ້ຖືຮຸ້ນຈະມີສ່ວນຮ່ວມໃນການບໍລິຫານບໍລິສັດຕາມສັດສ່ວນຂອງຮຸ້ນທີ່ຕົນຖື ໂດຍການເຂົ້າຮ່ວມກອງປະຊຸມຜູ້ຖືຮຸ້ນເພື່ອລົງຄະແນນສຽງໃນການຕັດສິນບັນຫາສຳຄັນຕ່າງໆຂອງກິດຈະການ, ຜູ້ຖືຮຸ້ນ 1 ຮຸ້ນມີສິດອອກສຽງ 1 ສຽງ.
      • ຈອງຊື້ຮຸ້ນອອກໃໝ່
        • ຜູ້ຖືຮຸ້ນຂອງບໍລິສັດໃດໜຶ່ງ ອາດຈະໄດ້ຮັບສິດທິພິເສດໃນການຈອງຊື້ຮຸ້ນທີ່ອອກໃໝ່ຂອງກິດຈະການ ອາດຈະເປັນໃນຮູບແບບໃຫ້ຈອງຊື້ກ່ອນ ແລະ/ຫຼື ໄດ້ຮັບສ່ວນຫຼຸດພິເສດຕໍ່ລາຄາຮຸ້ນໃໝ່.
  • ພັນທະບັດ 
    • ພັນທະບັດ ແມ່ນເຄື່ອງມືທາງດ້ານການເງິນປະເພດໜີ້ ເຊິ່ງມີຈຸດປະສົງເພື່ອລະດົມທຶນໂດຍການກູ້ຢືມໃນໄລຍະເວລາໃດໜຶ່ງ. ໂດຍທົ່ວໄປ, ຜູ້ຖືພັນທະບັດ ແມ່ນມີຖານະເປັນເຈົ້າໜີ້ ແລະ ຈະໄດ້ຮັບການຄໍ້າປະກັນວ່າຈະໄດ້ຮັບເງິນຕົ້ນຄືນພ້ອມດ້ວຍດອກເບ້ຍໃນໄລຍະເວລາໃດໜຶ່ງທີ່ແນ່ນອນ (ໃນມື້ຄົບກຳນົດ). ແຕ່ຜູ້ຖືພັນທະ ບັດຈະບໍ່ໄດ້ຮັບສິດໃນການຕັດສິນໃຈໃນບັນຫາຕ່າງໆຂອງບໍລິສັດຄືກັບການຖືເຄື່ອງມືທາງການເງິນປະເພດທຶນ (ຮຸ້ນສາມັນ). ພັນທະບັດທີ່ອອກໂດຍລັດຖະບານຈະຖືກເອີ້ນວ່າ: ພັນທະບັດລັດຖະບານ ແລະ ຮຸ້ນກູ້ທີ່ອອກໂດຍບໍລິສັດຈະຖືກເອີ້ນວ່າ: ຮຸ້ນກູ້.
    • ຜົນປະໂຫຍດຂອງການລົງທຶນໃນພັນທະບັດ
      • ດອກເບ້ຍທີ່ສະໝໍ່າສະເໝີ
        • ຜູ້ຖືພັນທະບັດ ຈະໄດ້ຮັບຜົນຕອບແທນໃນຮູບແບບຂອງດອກເບ້ຍທີ່ມີການກຳນົດໄວ້ໃນອັດຕາຄົງທີ່ ເຊິ່ງຈະເຮັດໃຫ້ນັກລົງທຶນສາມາດຄາດຄະເນລາຍຮັບ ແລະ ວາງແຜນການບໍລິຫານການເງິນຂອງຕົນໄດ້ ເນື່ອງຈາກກະແສເງິນສົດທີ່ຈະໄດ້ຮັບແມ່ນມີຄວາມແນ່ນອນທັງດ້ານຈຳນວນເງິນ ແລະ ໄລຍະເວລາທີ່ຈະໄດ້ຮັບເງິນ.
      • ໄດ້ຮັບເງິນຕົ້ນ
        • ການລົງທຶນໃນພັນທະບັດປຽບເໝືອນການສະສົມເງິນໄວ້ເພື່ອອານາຄົດ (ການອອມ) ເນື່ອງຈາກ ພັນທະບັດເປັນປະເພດຫຼັກຊັບທີ່ມີຄວາມສ່ຽງຕໍ່າ ແລະ ມີອາຍຸ (ກຳນົດໄຖ່ຖອນຄືນ) ທີ່ແນ່ນອນ ແລະ ຜູ້ຖືພັນທະບັດ ມີຖານະເປັນເຈົ້າໜີ້ຂອງພາກສ່ວນທີ່ອອກຈຳໜ່າຍພັນທະບັດ. ດັ່ງນັ້ນ, ເມື່ອເຖິງກຳນົດຕາມສັນຍາການໄຖ່ຖອນຄືນ, ຜູ້ຖືພັນທະບັດຈະໄດ້ຮັບເງິນຕົ້ນຄືນ.
      • ສິດຂອງການທົດແທນ
        • ເນື່ອງຈາກ ຜູ້ຖືພັນທະບັດມີຖານະເປັນເຈົ້າໜີ້, ສ່ວນຜູ້ຖືຮຸ້ນສາມັນມີຖານະເປັນເຈົ້າຂອງ. ດັ່ງນັ້ນ, ເຈົ້າໜີ້ຈະໄດ້ຮັບສິດໃນການຮຽກຮ້ອງຕໍ່ບໍລິສັດຜູ້ອອກຈຳໜ່າຍຫຼັກຊັບຫຼາຍກວ່າເຈົ້າຂອງເຊັ່ນ: ບໍລິສັດຜູ້ອອກຈຳໜ່າຍຫຼັກຊັບຕ້ອງຈ່າຍດອກເບ້ຍພັນທະບັດໃຫ້ແກ່ຜູ້ຖືພັນທະບັດ (ເຈົ້າໜີ້) ກ່ອນຈ່າຍເງິນປັນຜົນໃຫ້ແກ່ຜູ້ຖືຮຸ້ນສາມັນ (ເຈົ້າຂອງ) ແລະ ໃນກໍລະນີມີການຍຸບເລີກກິດຈະການ, ບໍລິສັດຕ້ອງນຳເງິນທີ່ໄດ້ຈາກການຂາຍຊັບສິນມາຈ່າຍໃຫ້ກັບຜູ້ຖືພັນທະບັດ (ເຈົ້າໜີ້້) ກ່ອນ ສ່ວນທີ່ເຫຼືອຈຶ່ງນຳໄປສະເລ່ຍຈ່າຍໃຫ້ຜູ້ຖືຮຸ້ນສາມັນ (ເຈົ້າຂອງ).
  • ຄວາມແຕກຕ່າງພື້ນຖານລະຫວ່າງ ຮຸ້ນສາມັນ ແລະ ພັນທະບັດ 
ຄວາມແຕກຕ່າງ ຮຸ້ນສາມັນ ພັນທະບັດ
ປະເພດເຄື່ອງມືທາງການເງິນ ປະເພດທຶນ ປະເພດ
ສະຖານະຜູ້ຖື ເຈົ້າຂອງ ເຈົ້າໜີ້
ອອກຈຳໜ່າຍໂດຍ ບໍລິສັດມະຫາຊົນ ລັດຖະບານ/ບໍລິສັດ
ຜົນຕອບແທນ ເງິນປັນຜົນ ດອກເບ້ຍ
ບູລິມະສິດໃນການຊຳລະຄືນ ຕໍ່າ ສູງ
ສິດທິໃນການອອກສຽງ ມີສິດ ບໍ່ມີສິດ
ຄວາມສ່ຽງ ສູງ ຂ້ອນຂ້າງຕໍ່າ
ການຄໍ້າປະກັນການຈ່າຍຄືນ ບໍ່ມີ ມີ