- ອີງຕາມລະບຽບວ່າດ້ວຍການດໍາເນີນຕະຫຼາດ (ສະບັບປັບປຸງ), ມາດຕາ 10 ເລກທີ 010/ຕລຊລ, ລົງວັນທີ 19/12/2018;
- ອີງຕາມໜັງສືແຈ້ງການຈາກ ທະນາຄານເເຫ່ງ ສປປ ລາວ ເລກທີ 297/ທຫລ, ລົງວັນທີ 07/12/2023.
ຕະຫຼາດຫຼັກຊັບລາວ (ຕລຊລ) ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 114 ປີ (03 ມີນາ 1910 - 08 ມີນາ 2024), ຕລຊລ ຈະປິດໃຫ້ບໍລິການໃນວັນສຸກ, 08 ມີນາ 2024 ແລະ ຈະເປີດໃຫ້ບໍລິການປົກກະຕິໃນວັນຈັນ, 11 ມີນາ 2023.
ສະນັ້ັນ, ຕລຊລ ຈຶ່ງຖືເປັນກຽດແຈ້ງມາຍັງທາງບໍລິສັດຫຼັກຊັບ, ຜູ້ລົງທຶນ, ບຸກຄົນ ແລະ ນິຕິບຸກຄົນ ທີ່ກ່ຽວຂ້ອງເພື່ອຊາບດ້ວຍ.
ຫົວຂໍ້ | ແຈ້ງວັນປິດບໍລິການຂອງຕະຫຼາດຫຼັກຊັບລາວ ເນື່ອງໃນໂອກາດວັນແມ່ຍິງສາກົນ |
---|---|
ວັນທີ | 2024.02.29 15:04 |
ແຟ້ມເອກະສານ | ແຈ້ງວັນປິດບໍລິການຂອງຕະຫຼາດຫຼັກຊັບລາວ ເນື່ອງໃນໂອກາດວັນແມ່ຍິງສາກົນ.pdf |
---|---|
ຖັດໄປ | |
ຍ້ອນກັບ |