Companies/Securities Info. _ Notice
- ອີງຕາມ ລະບຽບວ່າດ້ວຍການເປີດເຜີຍຂໍ້ມູນ ສະບັບເລກທີ 008/ຕລຊລ, ລົງວັນທີ 27 ກັນຍາ 2018;
- ອີງຕາມ ລະບຽບວ່າດ້ວຍການດໍາເນີນການຕະຫຼາດ ມາດຕາ 07 ແລະ ມາດຕາ 65 ສະບັບເລກທີ 010/ຕລຊລ, ລົງວັນທີ: 19 ທັນວາ 2018;
- ອີງຕາມ ໜັງສືຈາກ ພະແນກຈົດທະບຽນ ແລະ ເປີດເຜີຍຂໍ້ມູນ ກ່ຽວກັບການບໍ່ປະຕິບັດພັນທະການເປີດເຜີຍຂໍ້ມູນຂອງ ບໍລິສັດ ລາວອາຊຽນເຊົ່າສິນເຊື່ອ ມະຫາຊົນ ສະບັບເລກທີ 093/ຕລຊລ.ພຈປ, ລົງວັນທີ 05 ພຶດສະພາ 2021;

ຕະຫຼາດຫຼັກຊັບລາວ (ຕລຊລ) ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ບໍລິສັດ ລາວອາຊຽນເຊົ່າສິນເຊື່ອ ມະຫາຊົນ ບໍ່ສາມາດປະຕິບັດພັນທະການເປີດເຜີຍ ບົດລາຍງານການດຳເນີນທຸລະກິດປະຈຳປີ 2020 ແລະ ເອກະສານລາຍງານການເງິນປະຈໍາປີ 2020 ຂອງຕົນແກ່ຜູ້ຖືຮຸ້ນ ແລະ ນັກລົງທຶນກ່ອນວັນເດັດຖານໃໝ່ທີ່ ຕລຊລ ເລື່ອນໃຫ້ ເປັນວັນທີ 07 ພຶດສະພາ 2021 ຈາກວັນທີ 30 ເມສາ 2021 ຜ່ານມາ ຕາມທີ່ໄດ້ກຳນົດໄວ້ໃນລະບຽບ ວ່າດ້ວຍການເປີດເຜີຍຂໍ້ມູນ. ສະນັ້ນ, ອີງຕາມລະບຽບການດັ່ງກ່າວ ຕລຊລ ຈຶ່ງໄດ້ໂຈະການຊື້-ຂາຍຮຸ້ນດັ່ງກ່າວເປັນການຊົ່ວຄາວ ນັບແຕ່ວັນທີ 10 ຫາວັນທີ 11 ພຶດສະພາ 2021 ແລະ ຈະໃຫ້ສືບຕໍ່ດຳເນີນການຊື້-ຂາຍໄດ້ ເລີ່ມແຕ່ວັນທີ 12 ພຶດສະພາ 2021 ເປັນຕົ້ນໄປ ແຕ່ ຕລຊລ ຈະສືບຕໍ່ຂຶ້ນເຄື່ອງໝາຍການບໍ່ປະຕິບັດພັນທະເປີດເຜີຍຂໍ້ມູນເທິງເວັບໄຊ໌ຈົນກວ່າ ບໍລິສັດ ຈະເປີດເຜີຍເຜີຍຂໍ້ມູນດັ່ງກ່າວ.

ດັ່ງນັ້ນ, ຕລຊລ ຈຶ່ງຂໍແຈ້ງມາຍັງທ່ານ ເພື່ອຮັບຊາບ.
ສະແດງຂໍ້ມູນ