Companies/Securities Info. _ News
ຫຼັກສູດ “ການເຮັດບັນຊີ ແລະ ການກວດສອບບັນຊີ ທີ່ມີຄຸນະພາບ ສໍາລັບຕະຫຼາດທຶນ I” ລຸ້ນທີ I
Program: “Smart Accountant and Auditor for Capital Market I”

ຕະຫຼາດຫຼັກຊັບລາວ (ຕລຊລ), ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ, ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ ແລະ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ໄດ້ຕົກລົງກັນຮ່ວມມືກັນຈັດຫຼັກສູດ ການເຮັດບັນຊີ ແລະ ກວດສອບບັນຊີ ທີ່ມີຄຸນະພາບ ສຳລັບຕະຫຼາດທຶນ I ຫຼື Program of Smart Accountant and Auditor for Capital Market I. ຈຸດປະສົງໃນການຈັດຫຼັກສູດນີ້ ເພື່ອເສີມສ້າງຄວາມຮູ້ ຄວາມເຂົ້າໃຈ ທາງດ້ານການເຮັດບັນຊີ ແລະ ກວດສອບບັນຊີທີ່ມີຄຸນະພາບ ໃຫ້ແກ່ບຸກຄະລາກອນຂອງບັນດາບໍລິສັດ ທີ່ມີສ່ວນຮ່ວມໃນຕະຫຼາດທຶນ ແລະ ບຸກຄົນທີ່ມີຄວາມສົນໃຈໃນຫຼັກສູດນີ້. ໃນຫຼັກສູດດັ່ງກ່າວຈະໄດ້ຮັບການສິດສອນຈາກບັນດານັກວິທະຍາກອນທີ່ມີປະສົບການຈາກ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ, ຄະນະບໍລິຫານທຸລະກິດ ມະຫາວິທະຍາໄລຊຽງໃຫມ່ (ປະເທດໄທ) ແລະ ບໍລິສັດກວດສອບບັນຊີ PwC.

ໃນລະຫວ່າງການເຝີກອົບຮົມ, ທ່ານຈະໄດ້ຮັບຟັງການບັນຍາຍໃນຫົວຂໍ້ຕ່າງໆທີ່ໜ້າສົນໃຈເຊັ່ນ: ຫົວຂໍ້ກ່ຽວກັບ ລະບົບບັນຊີ ແລະ ການຄວບຄຸມພາຍໃນ; ຈັນຍາບັນໃນວິຊາຊີບ; ຂະບວນການທາງບັນຊີ ແລະ ທຸລະກຳທາງທຸລະກິດ; ການວິເຄາະທາງທຸລະກິດ ແລະ ການລາຍງານເອກະສານທາງການເງິນ; ລະບົບບັນຊີ, ການຄວບຄຸມ ແລະ ການບັນທຶກບັນຊີລົງໃນປຶ້ມບັນຊີ (ການຂາຍ ແລະ ລາຍຮັບ, ການຮັບເງິນສົດ, ການຈັດຊື້ ແລະ ລາຍຈ່າຍ, ການຈ່າຍເງິນສົດ); ຫຼັກການບັນທຶກບັນຊີສິນຄ້າໃນສາງແບບທ້າຍງວດ ແລະ ແບບຕໍ່ເນື່ອງ; ການບັນທຶກບັນຊີທີ່ດິນ, ອາຄານ ແລະ ສິ່ງປຸກສ້າງ; ການປັບປຸງບັນຊີ; ການສ້າງເອກະສາຍລາຍງານທາງການເງິນ; ການວິເຄາະ ແລະ ສ້າງໃບລາຍງານກະແສເງິນສົດ; ການສ້າງ ແລະ ວິເຄາະເອກະສານລາຍງານການເງິນສະແດງການປ່ຽນແປງໃນສ່ວນຂອງເຈົ້າຂອງ; ເອກະສານລາຍງານການເງິນລວມ; ວິທີການກຳກັບດູແລກິດຈະການທີ່ດີ ແລະ ຄວາມສຳພັນລະຫວ່າງການດູແລກິດຈະການ; ການບໍລິຫານຄວາມສ່ຽງ ແລະ ການຄວບຄຸມພາຍໃນ; ນະໂຍບາຍບໍລິຫານຄວາມສ່ຽງພາຍໃຕ້ຂໍ້ບັງຄັບຫຼັກເກນ GRC; ລະບົບຄວບຄຸມພາຍໃນ COSO ແລະ ຫົວຂໍ້ອື່ນໆທີ່ກ່ຽວພັນກັບການເຮັດບັນຊີ ແລະ ການກວດສອບບັນຊີ
ພ້ອມນັ້ນ, ນັກເຝີກອົບຮົມທີ່ເຂົ້າຮ່ວມ ແລະ ຮຽນຄົບຕາມເງື່ອນໄຂຂອງຫຼັກສູດດັ່ງກ່າວ ຈະໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມຫຼັກສູດຈາກຜູ້ຈັດຫຼັກສູດທັງສີ່ຝ່າຍ ເພື່ອເປັນການຢັ້ງຢືນ ແລະ ສາມາດນໍາໄປປະກອບອາຊີບທາງດ້ານການເຮັດບັນຊີ ແລະ ການກວດສອບຕໍ່ໄປ.

ເລີ່ມເຝີກອົບຮົມ:
ເລີ່ມຮຽນວັນທີ: 22 ຕຸລາ 2016 ເຖິງວັນທີ 27 ພະຈິກ 2016 (ສະເພາະວັນເສົາ ແລະ ວັນອາທິດ, ລວມທັງໝົດ 12 ວັນ)
ເວລາຮຽນ: ພາກເຊົ້າ ເວລາ 09:00-12:00 ແລະ ພາກບ່າຍ 13:30-16:30

ສະຖານທີ່ເຝີກອົບຮົມ: ອາຄານຕະຫຼາດຫຼັກຊັບລາວ ຊັ້ນ 8

ຄ່າລົງທະບຽນ:
3,000,000 ກີບ/1 ທ່ານ ລວມທັງຄ່າຮຽນ, ເອກະສານປະກອບການຮຽນຄົບຊຸດ, ຄ່າອາຫານຫວ່າງ (ເຊົ້າ-ບ່າຍ), ຄ່າອາຫານທ່ຽງ, ເສື້ອຢືດ 1 ຜືນ, ແລະ ກະເປົາ 1 ໜ່ວຍ
ສະໝັກເຂົ້າຮ່ວມຫຼັກສູດ ແລະ ວິທີການຊໍາລະເງິນ:
1. ທ່ານສາມາດດາວໂຫຼດແບບຟອມສະໝັກໄດ້ທີ່: https://www.lsx.com.la
2. ຍື່ນແບບຟອມສະໝັກດ້ວຍຕົວທ່ານເອງ ພ້ອມດ້ວຍສຳເນົາໃບໂອນເງິນຊຳລະຄ່າສະໝັກຮຽນ ແລະ ເອກະສານທີ່ກ່ຽວຂ້ອງ ທີ່ຕະຫຼາດຫຼັກຊັບລາວ ຊັ້ນ 4 (ພະແນກຫ້ອງການຄຸ້ມຄອງ ແລະ ບໍລິຫານ) ອາຄານຕະຫຼາດຫຼັກຊັບລາວ
3. ວິທີການຊຳລະຄ່າສະໝັກຮຽນ ແມ່ນກະລຸນາຊຳລະລ່ວງໜ້າ ດ້ວຍການໂອນເງິນເຂົ້າບັນຊີທີ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL), ບັນຊີເລກທີ LAK 013120000400959001 (ສໍາລັບຊື່ບັນຊີ ກະລຸນາສອບຖາມເພີ່ມຕື່ມ).

• ເອກະສານປະກອບ:
1. ແບບຟອມສະໝັກຮຽນ
2. ສຳເນົາໃບປະກາສະນິຍະບັດ
3. ຮູບ 3x4 ຈໍານວນ 2 ໃບ (ຕິດແບບຟອມສະໝັກ 1 ໃບ ແລະ ຂັດຕິດມາພ້ອມ 1 ໃບ)
4. ສຳເນົາໃບໂອນເງິນຊຳລະຄ່າສະໝັກຮຽນ

ສະໝັກຮຽນ ແລະ ສອບຖາມຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່ພົວພັນ:
1. ນາງ ອອນອານົງ ບຸນນະສິນ, ຕະຫຼາດຫຼັກຊັບລາວ ໂທ: 020 55552725
2. ທ້າວ ສຸລະສິດ ພົມຈະເລີນ, ຕະຫຼາດຫຼັກຊັບລາວ ໂທ: 020 22671114
3. ນາງ ອະນຸລັກ ວິລະວົງ, ບໍລິສັດຫຼັກຊັບ ເອພີເອັມລາວ ຈໍາກັດ ໂທ: 020 5515 5049
ສະແດງຂໍ້ມູນ