About LSX _ Job opportunities
ພະແນກຫ້ອງການຄຸ້ມຄອງ ແລະ ບໍລິຫານ ຕະຫຼາດຫຼັກຊັບລາວ ຂໍແຈ້ງມາຍັງຜູ້ສະໝັກທີ່ຜ່ານການຄັດເລືອກແບບຟອມ ແລະ ໄດ້ຮັບອີເມລແຈ້ງຈາກຕະຫຼາດຫຼັກຊັບລາວ ຊາບວ່າ ຕະຫຼາດຫຼັກຊັບລາວໄດ້ກຳນົດຈັດສອບເສັງຄັດເລືອກພະນັກງານໃໝ່ ຕາມລາຍລະອຽດດັ່ງລຸ່ມນີ້:

* ກຳນົດການສອບເສັງ: ໃນວັນທີ 11 ມັງກອນ 2020
* ລົງທະບຽນສອບເສັງ: 8:20 – 8:45 ໂມງ, ຖືບັດປະຈໍາຕົວ / ພາສປອດ / ສໍາມະໂນຄົວ ມາພ້ອມ
* ອ່ານກົດລະບຽບການສອບເສັງ: 8:45 – 8:55 ໂມງ
* ເວລາສອບເສັງ: 9:00 – 11:00 ໂມງ (2 ຊົ່ວໂມງ)
* ສະຖານທີ່ສອບເສັງ: ຫ້ອງປະຊຸມໃຫຍ່, ຊັ້ນ 8 ຕຶກຕະຫຼາດຫຼັກຊັບລາວ
* ສິ່ງທີ່ຜູ້ສະໝັກຕ້ອງກະກຽມມາ: ຈັກຄິດໄລ່, ບິກຟ້າ ແລະ ສໍ

* ຂອບເຂດຂໍ້ສອບເສັງ: ຄວາມຮູ້ກ່ຽວກັບຕະຫຼາດຫຼັກຊັບລາວ, ຕະຫຼາດການເງິນ (ຕະຫຼາດຂັ້ນ 1 ແລະ ຂັ້ນ 2), ບັນດາຜູ້ມີສ່ວນຮ່ວມໃນຕະຫຼາດທຶນເຊັ່ນ: ສຳນັກງານ ຄຄຊ, ບໍລິສັດຫຼັກຊັບ ແລະ ບໍລິສັດຈົດທະບຽນ, ການຈົດທະບຽນ, ກົນໄກການຊື້-ຂາຍ, ການຊຳລະສະສາງ ແລະ ວຽກງານອື່ນໆທີ່ຕິດພັນກັບວຽກງານຕະຫຼາດທຶນ. ສໍາລັບຜູ້ສະໝັກໄອທີແມ່ນລົງເລິກວຽກງານວິຊາສະເພາະໄອທີເປັນສ່ວນຫຼາຍ, ວຽກງານຕະຫຼາດທຶນເປັນສຳຮອງ. ພ້ອມດຽວກັນ ກໍ່ແນະນຳໃຫ້ຜູ້ສະໝັກທຸກທ່ານອ່ານລາຍລະອຽດໜ້າວຽກຂອງຕຳແໜ່ງທີ່ຕົນເອງສະໝັກໃຫ້ລະອຽດ ແລະ ຊອກອ່ານບົດຮຽນທີ່ກ່ຽວຂ້ອງກັບວຽກງານທີ່ດັ່ງກ່າວ, ເພາະຄໍາຖາມສ່ວນນື່ງຈະມາຈາກຕຳແໜ່ງທີ່ທ່ານສະໝັກ.

* ສອບຖາມຂໍ້ມູນເພິ່ມເຕີມ: ໂທ 020 5580 9596 (ສະເພາະໂມງລັດຖະການ)
* ໝາຍເຫດ: ຜູ້ສະໝັກທີ່ມາຊ້າເກີນ 30 ນາທີ ແມ່ນຈະບໍ່ອະນຸຍາດໃຫ້ເຂົ້າສອບເສັງ. ກໍລະນີຕິດຄັດສຸກເສີນ ຫຼື ບໍ່ສາມາດມາສອບເສັງແມ່ນກະລຸນາແຈ້ງຕາມເບີຕິດຕໍ່ດ້ານເທິງດ້ວຍ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ເຂົ້າຮ່ວມຕາມນີ້ດ້ວຍ.
ພະແນກຫ້ອງການຄຸ້ມຄອງ ແລະ ບໍລິຫານ ຕະຫຼາດຫຼັກຊັບລາວ
ສະແດງຂໍ້ມູນ