Education
ເຊີນເຂົ້າຮ່ວມງານສໍາມະນາ ພາຍໃຕ້ຫົວຂໍ້ “ຊື້ຮຸ້ນ ເລືອກຮຸ້ນ ປະເມີນລາຄາຮຸ້ນດ້ວຍຕົນເອງ” (ເຂົ້າຮ່ວມຟຣີ).
ມີຫຼາຍໆທ່ານສົນໃຈທີ່ຈະຊື້ຮຸ້ນ ຫຼື ຢາກລົງທຶນໃນຮຸ້ນແຕ່ບໍ່ຮູ້ຈະເລີ່ມຕົ້ນແນວໃດ. ນີ້ຄືໂອກາດສໍາລັບທ່ານທີ່ຈະໄດ້ເປີດມູມມອງທາງເລືອກໃໝ່ຂອງການລົງທຶນທີ່ໃຫ້ຜົນຕອບແທນສູງ. ແນ່ນອນວ່າ ກ່ອນທ່ານຈະລົງທຶນໃຫ້ປະສົບຜົນສຳເລັດສິ່ງທີ່ຂາດບໍ່ໄດ້ກໍຄືຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຕະຫຼາດທຶນ ແລະ ວິທີການລົງທຶນ.
ການຊື້ຮຸ້ນຄືການຊື້ທຸລະກິດ ໝາຍຄວາມວ່າຫົວໃຈຂອງການລົງທຶນໃຫ້ປະສົບຜົນສຳເລັດຢູ່ທີ່ການຊື້ບໍລິສັດທີ່ມີຜົນປະກອບການດີ ກຳໄລດີຕໍ່ເນື່ອງ ໃນລາຄາທີ່ເໝາະສົມ ແລ້ວລໍຖ້າຮັບຜົນຕອບແທນຈາກເງິນປັນຜົນ ແລະ ສ່ວນຕ່າງຂອງລາຄາຮຸ້ນທີ່ເພີ່ມຂຶ້ນຕາມສັດສ່ວນຈຳນວນຮຸ້ນທີ່ເຮົາຖືຄອງ.
ສະນັ້ນຜູ້ທີ່ສາມາດປະເມີນທຸລະກິດ ຫຼື ປະເມີນມູນຄ່າຮຸ້ນຖືກຕ້ອງ ແລະ ແນ່ນອນກວ່າ ຈະສາມາດສ້າງຜົນຕອບແທນສູງ ເພາະທ່ານສາມາດເປັນເຈົ້າຂອງທຸລະກິດທີ່ດີ ໃນລາຄາຖືກ ຍ່ອມໄດ້ຜົນຕອບແທນສູງກວ່າ.
ຫົວຂໍ້ສຳມະນາ “ຊື້ຮຸ້ນ ເລືອກຮຸ້ນ ປະເມີນລາຄາຮຸ້ນດ້ວຍຕົນເອງ” ຈຶ່ງເປັນຈຸດເລີ່ມຕົ້ນສໍາລັບທຸກໆທ່ານທີ່ສົນໃຈລົງທຶນໃນຮຸ້ນໄດ້ມີໂອກາດເຂົ້າຮ່ວມສຳມະນາ ຫາຮຸ້ນດີໆທີ່ໃຫ້ຜົນຕອບແທນສູງໆດ້ວຍຕົນເອງ.
ເນື້ອຫາຫຼັກຂອງການສຳມະນາມີ:
- ປະເມີນຮຸ້ນລາຄາຖືກ ລາຄາແພງ ດ້ວຍອັດຕາສ່ວນທາງການເງິນ P/E, PEG ແລະ P/BV
- ປະເມີນຮຸ້ນດີຄຸນນະພາບສູງ ດ້ວຍອັດຕາສ່ວນທາງການເງິນ ROA, ROE
- ປະເມີນຮຸ້ນປັນຜົນສູງ ດ້ວຍ Dividend Yield
- ແລະ ກໍລະນີສຶກສາ: ຍ້ອນຫຍັງລາຄາຮຸ້ນຈິ່ງຜັນຜວນຂຶ້ນລົງ? ແລະ ສຶກສາກໍລະນີຄວາມສ່ຽງຕ່ຳຜົນຕອບແທນສູງ.
ງານສຳມະນາດັ່ງກ່າວ ຈະໄດ້ຈັດຂຶ້ນໃນວັນພະຫັດທີ 29 ກັນຍາ 2016 ເວລາ 8:30 – 11:30 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 8 ອາຄານຕະຫຼາດຫຼັກຊັບລາວ.
ສອບຖາມເພີ່ມຕື່ມ ຫຼື ລົງທະບຽນເຂົ້າຮ່ວມ ຕັ້ງແຕ່ມື້ນີ້ຈົນເຖິງວັນພຸດ ວັນທີ 28/09/2016 ທີ່: (856-20) 5858 2442, 9821 8191
ຈັດໂດຍ: ໂຄງການສົ່ງເສີມຄວາມຮູ້ຕະຫຼາດທຶນ.

# ທ່ານສາມາດດາວໂຫຼດເອກະສານສໍາມະນາໄດ້ທີ່ ຫ້ອງແຟ້ມເອກະສານໃນຊື່ "ຊື້ຮຸ້ນເລືອກຮຸ້ນປະເມີນລາຄາຮຸ້ນດ້ວຍຕົນເອງ.pdf" ຂ້າງລຸ່ມນີ້:
ສະແດງຂໍ້ມູນ