Articles
ດັດຊະນີ ຕລຊລ
ຫາກບັນດາທ່ານເປັນນັກລົງທຶນໃນຕະຫຼາດທຶນ ອາດຈະຮູ້ຈັກກັບດັດຊະນີລາຄາຮຸ້ນ ທີ່ທາງຕະຫຼາດຫຼັກຊັບໄດ້ໃຊ້ເປັນເຄື່ອງມືທີ່ສໍາຄັນໃນການສະທ້ອນການເຄື່ອນໄຫວຂອງລາຄາຮຸ້ນທຸກຕົວໃນຕະຫຼາດຫຼັກຊັບ ແລະ ເຊຶ່ອວ່າຫຼາຍໆທ່ານອາດຍັງບໍ່ທັນເຂົ້າໃຈວ່າ ດັດຊະນີລາຄາຮຸ້ນໝາຍເຖິງຫຍັງ ແລະ ມີວິທີການຄິດໄລ່ຄືແນວໃດ ຈະຕ້ອງເບີ່ງແນວໃດຈຶ່ງຈະສາມາດນໍາໄປວິເຄາະໃຊ້ເພື່ອປະກອບການຕັດສິນໃຈລົງທຶນ ຫຼື ວິເຄາະໂອກາດໃນການລົງທຶນ ແລ້ວຈະໄດ້ປະໂຫຍດຫຍັງແດ່ຈາກດັດຊະນີລາຄາຮຸ້ນ ເຊິ່ງເປັນສິ່ງສໍາຄັນທີ່ນັກລົງທຶນຄວນຮູ້ ແລະ ເຂົ້າໃຈ ເພື່ອສາມາດນໍາໄປໃຊ້ເປັນຂໍ້ມູນອ້າງອີງປະກອບການຕັດສິນໃຈລົງທຶນທີ່ມີປະສິດທິພາບຫຼາຍຂື້ນ.
• ດັດຊະນີລາຄາຮຸ້ນ ໝາຍເຖິງຫຍັງ ?
ດັດຊະນີລາຄາຮຸ້ນ ແມ່ນຕົວຊີ້ວັດໜຶ່ງທີ່ສະທ້ອນພາບລວມການເຄື່ອນໄຫວຂອງລາຄາຮຸ້ນທີ່ຈົດທະບຽນໃນຕະຫຼາດຫຼັກຊັບໂດຍລວມໃນແຕ່ລະວັນ ແລະ ແນວໂນ້ມຂອງຕະຫຼາດຫຼັກຊັັບ. ໂດຍມີວັດຖຸປະສົົງເພື່ອໃຊ້ໃນການຕິດຕາມການປ່ຽນແປງ ໃຫ້ເຫັນພາບໂດຍລວມທີ່ຈະຊ່ວຍໃຫ້ນັກລົງທຶນເຂົ້າໃນສະຖານະການຕ່າງໆໄດ້ຊັດເຈນຂື້ນ.
• ດັດຊະນີ ຕລຊລ
ດັດຊະນີ ຕລຊລ ເປັນດັດຊະນີທີ່ສະທ້ອນການເຄື່ອນໄຫວຂອງລາຄາຮຸ້ນທັງໝົດທີ່ຈົດທະບຽນໃນຕະຫຼາດ ໂດຍຄິດໄລ່ຈາກຮຸ້ນສາມັນຈົດທະບຽນ ໃນຕະຫຼາດຫຼັກຊັບລາວ.
• ວິທີການຄິດໄລ່ດັດຊະນີ ຕລຊລ
ດັດຊະນີ ຕລຊລ ຄິດໄລ່ໂດຍການນໍາໃຊ້ວິທີຖ່ວງນໍ້າໜັກດ້ວຍມູນຄ່າຕະຫຼາດ (Market Capitalization Weighted) ດ້ວຍການປຽບທຽບລະຫວ່າງມູນຄ່າຕະຫຼາດຂອງຫຼັກຊັບຈົດທະບຽນໃນມື້ປະຈຸບັນ ກັບ ມູນຄ່າຕະຫຼາດຂອງຫຼັກຊັບຈົດທະບຽນ ໃນມື້ວັນຖານ ຊື່ງກໍຄືວັນທີ 11 ມັງກອນ 2011 (ເປັນມື້ເປີດການຊື້-ຂາຍຄັ້ງທໍາອິດຂອງ ຕລຊລ ແລະ ເນື່ອງຈາກ ມື້ທີ່ແຕ່ລະຫຼັກຊັບເຂົ້າຈົດທະບຽນເປັນມື້ທີ່ແຕກຕ່າງກັນ ຈິ່ງເຮັດໃຫ້ວັນຖານຂອງແຕ່ລະຫຼັກຊັບ ແຕກຕ່າງກັນໄປນໍາ) ແລະ ມີຄ່າຖານດັດຊະນີເລີ່ມຕົ້ນທີ່ 1,000 ຈຸດ. ເຊິ່ງມີສູດຄິດໄລ່ດັ່ງນີ້:

ດັດຊະນີ ຕລຊລ= (ມູນຄ່າຕະຫຼາດລວມ ໃນມື້ປະຈຸບັນ) / (ມູນຄ່າຕະຫຼາດລວມ ໃນມື້ຖານ) x 1000

- ມູນຄ່າຕະຫຼາດລວມ ໃນມື້ປະຈຸບັນ (Current Market Capitalization) ຄືຜົນລວມມູນຄ່າຕະຫຼາດຂອງແຕ່ລະຫຼັກຊັບຈົດທະບຽນຕາມລາຄາຕະຫຼາດ ໃນມື້ປະຈຸບັນ.
- ມູນຄ່າຕະຫຼາດລວມ ໃນມື້ວັນຖານ (Base Market Capitalization) ຄືຜົນລວມຂອງມູນຄ່າຕະຫຼາດຂອງແຕ່ລະຫຼັກຊັບຈົດທະບຽນຕາມລາຄາຖານ ໃນມື້ຖານ (ເນື່ອງຈາກແຕ່ລະຫຼັກຊັບຂົ້າຈົດທະບຽນ ໃນມື້ທີ່ແຕກຕ່າງກັນ ຈິ່ງເຮັດໃຫ້ວັນຖານຂອງແຕ່ລະຫຼັກຊັບ ແຕກຕ່າງກັນໄປນໍາ).
- ຄ່າຖານດັດຊະນີ (Base Index) ແມ່ນ 1,000 ຈຸດ ເຊິ່ງຂື້ນຢູ່ກັບການກໍານົດຂອງຕະຫຼາດຫຼັກຊັບແຕ່ລະແຫ່ງ.

ມູນຄ່າຕະຫຼາດຫຼັກຊັບມູນຄ່າຕະຫຼາດຂອງແຕ່ລະຫຼັກຊັບ ເທົ່າກັບ ປະລິມານຫຼັກຊັບຈົດທະບຽນ ຄູນໃຫ້ ລາຄາຕະຫຼາດຂອງຫຼັກຊັບນັ້ນໆ ແລະ ຖ້າລວມມູນຄ່າຕະຫຼາດຂອງຫຼັກຊັບທຸກຕົວເຂົ້າກັນ ກໍ່ຈະກາຍເປັນມູນຄ່າຂອງຕະຫຼາດລວມ (Market Capitalization) ເພາະສະນັ້ນ ປັດໃຈສໍາຄັນທີ່ຈະກະທົບຕໍ່ດັດຊະນີ ຕລຊລ ກໍຄື “ການປ່ຽນແປງຂອງລາຄາ ແລະ ຈໍານວນຮຸ້ນຈົດທະບຽນ”.
ດັ່ງນັ້ນ, ເພື່ອໃຫ້ດັດຊະນີລາຄາຮຸ້ນສະທ້ອນການປ່ຽນແປງດ້ານລາຄາພຽງຢ່າງດຽວ ຈິ່ງຕ້ອງຕັດຜົນກະທົບ ທີ່ເກີດຈາກການປ່ຽນແປງຈໍານວນຮຸ້ນຈົດທະບຽນ ດ້ວຍການ “ປັບຖານການຄິດໄລ່ດັດຊະນີ” ເພື່ອກໍາຈັດຜົນກະທົບນັ້ນໆ. ຊຶ່ງ ຕລຊລ ຈະດໍາເນີນການປັບຖານການຄິດໄລ່ດັດຊະນີ ໃນກໍລະນີຕ່າງໆເຊັ່ນ: ຮຸ້ນເຂົ້ົ້າຈົດທະບຽນໃໝ່, ການຖອນຮຸ້ນຈົດທະບຽນ, ການເພີ່ມທຶນຈົດທະບຽນ, ການຫຼຸດທຶນຈົດທະບຽນ ຫຼື ການຈ່າຍຮຸ້ນປັນຜົນ ເປັນຕົ້ນ.
• ຄຸນປະໂຫຍດຂອງດັດຊະນີ ຕລຊລ
- ເປັນຕົວຊີ້ວັດ ທີ່ສະທ້ອນການເຄື່ອນໄຫວ ຫຼື ສະພາບການເໜັງຕີງຂອງລາຄາຮຸ້ນໂດຍລວມ ທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ນັກລົງທຶນຈິ່ງສາມາດນໍາໃຊ້ເຂົ້າໃນການວັດແທກຜົນຕອບແທນ ແລະ ຄວາມສ່ຽງຈາກການລົງທຶນໃນກຸ່ມຫຼັກຊັບ ຫຼື ຮຸ້ນທີ່ດັດຊະນີອ້າງອີງໄດ້.
- ດັດຊະນີລາຄາຮຸ້ນ ຍັງເປັນຕົວຊີ້ວັດຜົນຕອບແທນລວມຂອງຕະຫຼາດຫຼັກຊັບ, ນັກລົງທຶນ ຈຶ່ງສາມາດນໍາໃຊ້ດັດຊະນີເປັນ Performance Benchmark ເພື່ອສົມທຽບຜົນຕອບແທນຈາກການລົງທຶນຂອງຕົນເອງ ກັບ ດັດຊະນີລວມຂອງຕະຫຼາດໄດ້.
- ດັດຊະນີລາຄາຮຸ້ນ ເປັນຕົວຊີ້ວັດໜຶ່ງທີ່ເຮັດໃຫ້ນັກລົງທຶນເຂົ້າໃຈສະພາບຂອງຕະຫຼາດໂດຍລວມໄດ້ງ່າຍ ແທນການເຂົ້າໄປເບີ່ງລາຍລະອຽດຂອງແຕ່ລະຮຸ້ນ ສາມາດນໍາໃຊ້ໄດ້ທັງຂໍ້ມູນການເໜັງຕີງຂອງດັດຊະນີພາຍໃນມື້ ຫຼື ຂໍ້ມູນໃນອາດີດ ເຊິ່ງຈະໃຫ້ນັກລົງທຶນສາມາດຕິດຕາມການເຄື່ອນໄຫວ ຫຼື ການປ່ຽນແປງລາຄາຮຸ້ນທີ່ຈົດທະບຽນໃນຕະຫຼາດໄດ້ຊັດເຈນ ແລະ ນໍາໃຊ້ເປັນຂໍ້ມູນປະກອບເຂົ້າໃນການຕັດສິນໃຈລົງທຶນທີ່ຫຼາກຫຼາຍຂື້ນ ຊຶ່ງຈະເປັນປະໂຫຍດຕໍ່ການລົງທຶນຂອງນັກລົງທຶນ.
- ດັດຊະນີລາຄາຮຸ້ນ ສາມາດນໍາມາໃຊ້ເປັນເຄື່ອງມືໃນການຄາດຄະເນທິດທາງ ແລະ ແນວໂນ້ມຂອງລາຄາຮຸ້ນໃນອານາຄົດໄດ້ ຊຶ່ງຈະເປັນທີ່ນິຍົມໃຊ້ສໍາລັບນັກວິເຄາະທາງເທັກນິກ ທີ່ນໍາໄປໃຊ້ວິເຄາະທິດທາງຂອງຮຸ້ນທາງເທັກນິກ.
- ສາມາດນໍາດັດຊະນີໄປອ້າງອີງ ເພື່ອສົມທຽບກັບດັດຊະນີຂອງແຕ່ລະແຫ່ງວ່າຕະຫຼາດໃດຈະມີການເຕີບໂຕທາງດ້ານລາຄາຫຼາຍກວ່າກັນ ເຊັ່ນ: ສົມທຽບລະຫວ່າງດັດຊະນີຕະຫຼາດຮຸ້ນລາວ (LSX Index) ກັບ ດັດຊະນີຕະຫຼາດຮຸ້ນໄທ (SET Index) ໃນການສົມທຽບນັ້ນ ຄວນສົມທຽບກັບດັດຊະນີທີ່ມີການຄິດໄລ່ດ້ວຍຫຼັກວິທີການດຽວກັນ.
- ສາມາດນໍາເອົາ ດັດຊະນີ ເປັນຕົວອ້າງອີງໃນການອອກຕາສານທາງການເງິນຕ່າງໆ ບໍ່ວ່າຈະເປັນກອງທຶນລວມ ETF (Exchange Trade Fund), ຕາສານອະນຸພັນທາງການເງິນ (Derivative), ໃບສໍາຄັນສະແດງສິດອະນຸພັນທາງການເງິນ (Derivative Warrant) ແລະ ກອງທຶນລວມ (Mutual Fund) ເປັນຕົ້ນ. ເຊິ່ງເຮັດໃຫ້ນັກລົງທຶນສາມາດເລືອກລົງທຶນໄດ້ຫຼາກຫຼາຍ ແລະ ກະຈາຍການລົງທຶນເພື່ອຫຼຸດຜ່ອນຄວາມສ່ຽງ.
ດັ່ງນັ້ນ, ການເຂົ້າໃຈກ່ຽວກັບດັດຊະນີລາຄາຮຸ້ນ ແລະ ວິທີການຄິດໄລ່ ຈະຊ່ວຍເຮັດໃຫ້ນັກລົງທຶນສາມາດຕິດຕາມການເຄື່ອນໄຫວການປ່ຽນແປງຂອງ ດັດຊະນີລາຄາຮຸ້ນ ໄດ້ຢ່າງຕໍ່ເນື່ອງ ເຊິ່ງຈະເຮັດໃຫ້ຜູ້ລົງທຶນສາມາດໃຊ້ຄາດຄະເນແນວໂນ້ມ ແລະ ປະເມີນທິດທາງການລົງທຶນຈາກການເຄື່ອນໄຫວຂອງລາຄາຮຸ້ນຂອງບໍລິສັດຂະໜາດໃຫຍ່ ແລະ ຂະໜາດນ້ອຍໄດ້ຢ່າງມີປະສິດທິພາບຫຼາຍຂື້ນ.
ສະແດງຂໍ້ມູນ