Articles
ຫຼິ້ນການພະນັນ ກັບການ ຫຼິ້ນຮຸ້ນ ໃຜວ່າຄືກັນ?.
ຄຳສຸພາສິດ ທີ່ພວກເຮົາເຄີຍໄດ້ຍິນຜ່ານມາວ່າ: “ຄົນຈົນຫຼິ້ນຫວຍ ຄົນລວຍຫຼິ້ນຮຸ້ນ” ໝາຍຄວາມວ່າໄດ້ລວມເອົາຮຸ້ນເປັນສ່ວນໜຶ່ງຂອງການພະນັນ ພຽງແຕ່ວ່າຜູ້ທີ່ຫຼິ້ນຮຸ້ນນັ້ນຈະຕ້ອງມີເງິນຫຼາຍສົມຄວນ, ແຕ່ສໍາລັບຄົນທໍາມະດາທົ່ວໄປ ຫຼື ມີເງິນໜ້ອຍ ມັກຈະຫຼິ້ນການພະນັນ ບໍ່ວ່າຈະຊື້ເລກ, ຫຼິ້ນໄພ້, ເກມ, ເຕະບານອອນລາຍ ແລະ ອື່ນໆ ເພາະມັນເປັນສິ່ງທີ່ສາມາດຈັບຕ້ອງໄດ້ງ່າຍກວ່າຮຸ້ນ.
ຄົນທົ່ວໄປມັກຈະເຂົ້າໃຈວ່າ ຮຸ້ນ ກັບ ການພະນັນ ແມ່ນມີຄວາມຄ້າຍຄືກັນ ຄື ເປັນການເອົາເງິນໄປລົງທຶນເພື່ອສ້າງຜົນກໍາໄລໃນໄລຍະສັ້ນ, ແຕ່ລາຍລະອຽດຂອງທັງສອງຢ່າງແມ່ນແຕກຕ່າງກັນຢ່າງຫຼວງຫຼາຍ. ສໍາລັບການຫຼິ້ນຮຸ້ນ ຈະແບ່ງອອກເປັນສອງປະເພດໃຫຍ່ຄື: 1). ນັກລົງທຶນທີ່ຫຼິ້ນຮຸ້ນໄລຍະຍາວເພື່ອເກັບອອມໄວ້ເປັນທຶນສະສົມ ໂດຍມີຜົນຕອນແທນດີກວ່າການຝາກເງິນນຳທະນາຄານ; 2). ນັກລົງທຶນທີ່ຫຼິ້ນຮຸ້ນໄລຍະສັ້ນ ໂດຍມີຈຸດປະສົງໃນການເກງກໍາໄລ ເຊິ່ງຈະລົງທຶນໃນຮຸ້ນທີ່ຄິດວ່າເໝາະສົມ ແລ້ວຈະຂາຍອອກເມື່ອໄດ້ກໍາໄລ ຈາກນັ້ນກໍ່ໄປຊື້ຮຸ້ນຂອງບໍລິສັດໄໝ່ໃນລາຄາທີ່ແຕກຕ່າງ.
ສ່ວນການຫຼີ້ນການພະນັນ ຈະແຕກຕ່າງຈາກຮຸ້ນຢ່າງຫຼວງຫຼາຍ ເພາະເມື່ອເວລາທ່ານຕັດສິນໃຈລົງການພະນັນໃດໜຶ່ງ ໂອກາດທີ່ຈະໄດ້ເງິນຄືນແມ່ນມີໜ້ອຍທີ່ສຸດ. ຍົກຕົວຢ່າງ: ຖ້າທ່ານຊື້ເລກ ຫຼື ຫວຍພັດທະນາ ຈະມີຕົວເລກໃຫ້ທ່ານເລືອກແຕ່ 1-100, ແຕ່ຈະອອກພຽງເລກໂຕສັດດຽວເທົ່ານັ້ນ. ສະແດງວ່າໂອກາດທີ່ຈະຖຶກແມ່ນມີໜ້ອຍ ແລະ ໂອກາດທີ່ຈະເສຍເງິນແມ່ນສູງ ເພາະຖ້າຊື້ບໍ່ຖຶກ ກໍ່ເສຍເງິນໄປເລີຍ.
ສໍາລັບການຫຼິ້ນຮຸ້ນ ຈະມີໂອກາດໄດ້ເງິນກັບຄືນມາ ເພາະວ່າຮຸ້ນຈະມີຂຶ້ນ-ລົງໄປຕາມກົນໄກເສດ ຖະກິດຕະຫຼາດ ແລະ ສະພາບຄ່ອງຂອງຮຸ້ນບໍລິສັດທີ່ເຮົາຊື້ ເຖິງແມ່ນວ່າລາຄາຂອງມັນຈະຫຼຸດລົງກໍ່ຕາມ, ແຕ່ມູນຄ່າຂອງມັນຍັງເຫຼືອຢູ່ ແລະ ເຮົາກໍ່ຍັງມີສິດເປັນເຈົ້າຂອງຮຸ້ນນັ້ນໆ ຈົນກວ່າເຮົາຈະຂາຍອອກ. ດັ່ງນັ້ນ, ຈຶ່ງພໍສະຫຼຸບໄດ້ວ່າ: ການຫຼິ້ນຮຸ້ນ ຈະມີຄວາມສ່ຽງໜ້ອຍກວ່າການ ຫຼິ້ນການພະນັນທົ່ວໄປ.



ແນວໃດກໍ່ຕາມ, ທັງຮຸ້ນ ແລະ ການພະນັນ ຈະມີລັກສະນະຄ້າຍຄືກັນ ແລະ ຕ່າງກັນ ດັ່ງຕໍ່ໄປນີ້:


“ ບົດຄວາມຄໍານັບຮັບຕ້ອນ ຕະຫຼາດທຶນລາວ ຄົບຮອບ 10 ປີ ”
( ໂດຍ: ຕະຫຼາດຫຼັກຊັບລາວ )
ສະແດງຂໍ້ມູນ