Articles
ມີເງິນກ້ອນໜຶ່ງ ເຮົາຄວນໃຊ້ໜີ້ ຫຼື ລົງທຶນ?
ປັດຈຸບັນສັງຄົມມັກຖາມກັນວ່າ: ມີວຽກ, ມີລົດ ແລະ ມີເຮືອນແລ້ວບໍ? ເຊິ່ງເປັນຄໍາຖາມຍອດນິຍົມຂອງສັງຄົມໃນຍຸກນີ້ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ - 19 ເຮັດໃຫ້ຄົນສ່ວນຫຼາຍຕ້ອງຖືເງິນສົດໄວ້ ແລະ ຫຼີກລຽງການເປັນໜີ້ ເພາະບໍ່ຮູ້ວ່າດົນປານໃດສະພາບເສດຖະກິດຈະກັບມາເປັນຄືເກົ່າ?. ສະນັ້ນ, ທຸກຄົນກໍເຄີຍມີຄຳຖາມໃນໃຈຢູ່ແລ້ວວ່າ: ຫາກມີເງິນຈັກກ້ອນໜຶ່ງ “ ເຮົາຄວນໃຊ້ໜີ້ກ່ອນ ຫຼື ນໍາໄປລົງທຶນ ”. ພົບກັນໃນມື້ນີ້ ຕລຊລ ເຮົາມີຄຳແນະນຳດີໆມາຝາກທ່ານຜູ້ອ່ານ ເພື່ອເປັນການແລກປ່ຽນ ຫຼື ເປັນຄວາມຮູ້ນຳໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດກັບຕົວເອງ ດັ່ງລຸ່ມນີ້:
+ ຄວນໃຊ້ໜີ້ກ່ອນ:
ຫາກຄິດວ່າເງິນກ້ອນທີ່ມີນັ້ນ ສາມາດໃຊ້ໜີ້ໄດ້ໝົດບາດດຽວ ກໍຄວນຈະຊໍາລະໜີ້ໃຫ້ແລ້ວກ່ອນ ເພື່ອຈະບໍ່ໄດ້ມີພາລະໃນການຈ່າຍດອກເບ້ຍ, ແຕ່ຖ້າໃຊ້ໜີ້ພຽງບາງສ່ວນກໍຕ້ອງເບິ່ງວ່າມັນຈະກຸ້ມຄ່າບໍ? ໂດຍສະເພາະແມ່ນໜີ້ບັດເຄຣດິດ ເມື່ອໄດ້ຮັບເງິນເດືອນ ຫຼື ມີເງິນເຂົ້າມາໃນບັນຊີ ກໍຄວນຊໍາລະໜີ້ກ່ອນ ເພື່ອຈະບໍ່ໄດ້ຈ່າຍດອກເບ້ຍສູງ ແລ້ວນໍາເງິນສ່ວນທີ່ເຫຼືອໄປລົງທຶນ. ສໍາລັບການບໍລິຫານໜີ້ຂອງແຕ່ລະຄົນອາດຈະແຕກຕ່າງກັນ, ແຕ່ເຮົາສາມາດຄິດໄລ່ອັດຕາດອກເບ້ຍໄດ້ດ້ວຍຕົນເອງ ດ້ວຍວິທີດັ່ງນີ້:
- ຄິດໄລ່ແບບລົບຕົ້ນທຶນ ແລະ ດອກເບ້ຍ: ໝາຍເຖິງການຜ່ອນຊໍາລະໃນແຕ່ລະງວດ ເຮັດໃຫ້ຕົ້ນທຶນ ແລະ ດອກເບ້ຍຫຼຸດລົງຕາມຄວາມສາມາດຈ່າຍຕົວຈິງ ເຊັ່ນ: ທີ່ຢູ່ອາໄສ, ຊໍາລະໜີ້ຈາກການກູ້ຢືມທະນາຄານ ຫຼື ສະຖາບັນການເງິນ, ໜີ້ບັດເຄຣດິດ ແລະ ອື່ນໆ.
- ຄິດໄລ່ອັດຕາດອກເບ້ຍແບບຄົງທີ່: ການຄິດໄລ່ແບບນີ້ສ່ວນໃຫຍ່ຈະເປັນປະເພດອຸປະກອນ-ເຄື່ອງ ຮັບໃຊ້ຕ່າງໆ ທີ່ສະຖາບັນການເງິນແຈ້ງໃຫ້ລູກຄ້າຊໍາລະໃນແຕ່ລະງວດພ້ອມກັບຕົ້ນທຶນ; ເຖິງວ່າຈະຈ່າຍໃນແຕ່ລະງວດຫຼາຍປານໃດ? ດອກເບ້ຍກໍຍັງຄົງສໍ່າເກົ່າ. ດັ່ງນັ້ນ, ອາດບໍ່ຈໍາເປັນຈ່າຍໝົດບາດດຽວກໍໄດ້ ຂຶ້ນກັບສະພາບການເງິນຂອງແຕ່ລະບຸກຄົນ.
+ ຄວນລົງທຶນກ່ອນ:
ກ່ອນຈະນໍາເງິນໄປລົງທຶນ ເຮົາຕ້ອງຮູ້ຈັກປະເພດຂອງການລົງທຶນ ແລະ ຊ່ອງທາງການລົງທຶນ ເພື່ອໃຫ້ຜົນຕອບແທນສູງກວ່າອັດຕາດອກເບ້ຍທີ່ຈ່າຍຢູ່ໃນປັດຈຸບັນ ເຊັ່ນ:
- ຝາກເງິນກັບທະນາຄານ: ເປັນຊ່ອງທາງອອມເງິນທີ່ງ່າຍດາຍ, ມີຄວາມປອດໄພສູງ, ມີຄວາມສ່ຽງຕໍ່າ, ສາມາດຖອນຕາມກຳນົດເວລາ, ແຕ່ຂໍ້ເສຍຂອງມັນກໍຄືໄດ້ຜົນຕອບແທນອາດບໍ່ພຽງພໍກັບບາງທ່ານທີ່ຕ້ອງການຜົນຕອບແທນທີ່ສູງກວ່ານີ້.
- ລົງທຶນໃນຮຸ້ນ ຫຼື ຊື້ຮຸ້ນ: ຜູ້ຊື້ຮຸ້ນຈະໄດ້ມີສ່ວນຮ່ວມເປັນເຈົ້າຂອງທຸລະກິດຕາມສັດສ່ວນຂອງມູນຄ່າທີ່ເຮົາຖືຄອງ, ໄດ້ຮັບຜົນຕອບແທນສູງຖ້າບໍລິສັດມີຜົນການດຳເນີນງານທີ່ມີກຳໄລ ແລະ ໄດ້ຮັບຈາກເງິນປັນຜົນຕາມອັດຕາສ່ວນມີກອງປະຊຸມຜູ້ຖືຮຸ້ນອະນຸມັດຈາກກຳໄລສຸດທິ 6 ເດືອນຕົ້ນ ແລະ 6 ເດືອນທ້າຍປີຂຶ້ນກັບນະໂຍບາຍຂອງບໍລິສັດນັ້ນໆ ແລະ ກໍາໄລຈາກການຂາຍຮຸ້ນເມື່ອຜູ້ຖືຮຸ້ນຊື້ໃນລາຄາຕໍ່າ, ໄດ້ຮັບການຍົກເວັ້ນພັນທະພາສີ - ອາກອນນຳອີກ. ສ່ວນຂໍ້ເສຍຂອງການຊື້ຮຸ້ນແມ່ນມີຄວາມສ່ຽງຫຼາຍກວ່າຊື້ພັນທະບັດລັດຖະບານ, ແຕ່ຖ້າຫາກທ່ານຍັງມີໜີ້ຢູ່ແລ້ວ ຍັງມາລົງທຶນໃນຮຸ້ນ ອາດຈະໃຫ້ທ່ານເປັນໜີ້ເພີ່ມຂຶ້ນກໍເປັນໄດ້.
“ ບົດຄວາມຄໍານັບຮັບຕ້ອນ ຕະຫຼາດທຶນລາວ ຄົບຮອບ 10 ປີ ”
( ໂດຍ: ຕະຫຼາດຫຼັກຊັບລາວ )

ສະແດງຂໍ້ມູນ