Companies/Securities Info. _ Notice
- ອີງຕາມໜັງສືແຈ້ງການຈາກ ທະນາຄານເເຫ່ງ ສປປ ລາວ ເລກທີ 229/ທຫລ, ລົງວັນທີ 09/12/2021
- ອີງຕາມລະບຽບວ່າດ້ວຍການດໍາເນີນຕະຫຼາດ (ສະບັບປັບປຸງ), ມາດຕາ 10 ເລກທີ 010/ຕລຊລ, ລົງວັນທີ 19/12/2018.

ຕະຫຼາດຫຼັກຊັບລາວ (ຕລຊລ) ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 54 ປີ (07 ຕຸລາ 1968 - 07 ຕຸລາ 2022), ຕລຊລ ຈະປິດໃຫ້ບໍລິການໃນວັນສຸກ, ວັນທີ 07 ຕຸລາ 2022 ແລະ ຈະເປີດໃຫ້ບໍລິການປົກກະຕິໃນວັນຈັນ, ວັນທີ 10 ຕຸລາ 2022.


ສະນັ້ັນ, ຕລຊລ ຈຶ່ງຖືເປັນກຽດແຈ້ງມາຍັງທາງບໍລິສັດຫຼັກຊັບ, ຜູ້ລົງທຶນ, ນັກຄ້າຂໍ້ມູນ, ບຸກຄົນ ແລະ ນິຕິບຸກຄົນ ທີ່ກ່ຽວຂ້ອງເພື່ອຊາບດ້ວຍ.
ສະແດງຂໍ້ມູນ