Companies/Securities Info. _ Notice
- ອີງຕາມ ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ,
ການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19 (COVID-19);
- ອີງຕາມທິດຊີ້ນໍາຂອງ ທ່ານ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ຮອງປະທານ ຄຄຊ ຄັ້ງວັນທີ 03 ເມສາ 2020.

ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມ
ທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ໃນການຕ້ານພະຍາດໂຄວິດ 19 (COVID-19).
ໃນໄລຍະແຕ່ວັນທີ 1-11 ເມສາ 2020 ນີ້, ຕະຫຼາດຫຼັກຊັບລາວ (ຕລຊລ) ຂໍຖືເປັນກຽດແຈ້ງມາຍັງບັນດາພາກສ່ວນທີ່ກ່ຽວຂ້ອງ ດັ່ງນີ້:
1. ຕລຊລ ແມ່ນຍັງເປີດບໍລິການຊື້-ຂາຍຮຸ້ນ ແລະ ພັນທະບັດ ຢ່າງເປັນປົກກະຕິ, ຍົກເວັ້ນວັນທີ 11 ເມສາ 2020.
2. ໃນໄລຍະການດັ່ງກ່າວ, ຕລຊລ ແນະນໍາໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ພັກເຮັດວຽກຢູ່ເຮືອນ ຫຼື ຢູ່ໃນສະຖານທີ່ຕ່າງໆ ນໍາໃຊ້ລະບົບການຊື້-ຂາຍຮຸ້ນຜ່ານອິນເຕີເນັດ (Home Trading System) ເພື່ອຫຼີກລ້ຽງການເດີນທາງ.
3. ນັບແຕ່ວັນທີ 1-11 ເມສາ 2020 ຕລຊລ ໄດ້ມີການຈັດສັນພະນັກງານພາຍໃນຈໍານວນໜຶ່ງປະຈໍາການຢູ່ຫ້ອງການ ແລະ
ອີກຈໍານວນໜຶ່ງເຮັດວຽກທາງລັດຖະການຢູ່ເຮືອນ ໂດຍ ຕລຊລ ມີລະບົບການສື່ສານເອເລັກໂຕຣນິກພາຍໃນ ແລະ ເຄືອຄ່າຍອິນເຕີເນັດ
ທີ່ມີຄວາມປອດໄພສູງ 100% ນໍາໃຊ້ເຂົ້າໃນການເຮັດວຽກດັ່ງກ່າວ.
4. ນອກຈາກນີ້, ຕລຊລ ຍັງໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ໂຕ້ຕອບການແຜ່ລະບາດຂອງເຊື້ອ
ຈຸລະໂລກສາຍພັນໃໝ່ Covid-19 ເພື່ອປະຈຳການຕາມການມອບໝາຍ. ຖ້າມີກໍລະນີດ່ວນ ແມ່ນຈະໄດ້ຮຽກເອີ້ນຕາມຄວາມຈຳເປັນ.

ດັ່ງນັ້ນ, ຈື່ງຂໍແຈ້ງມາຍັງທ່ານ ເພື່ອຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ.
ສະແດງຂໍ້ມູນ