Companies/Securities Info. _ Notice
- ອີງຕາມທິດຊີ້ນຳຂອງຄະນະຜູ້ບໍລິຫານຕະຫຼາດຫຼັກຊັບລາວ.

ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງຕະຫຼາດຫຼັກຊັບລາວ ຄົບຮອບ 7 ປີ (10/10/2010 ~ 10/10/2017) ແລະ ເພື່ອເປັນການ
ສົ່ງເສີມການນຳໃຊ້ລະບົບການຊື້-ຂາຍຮຸ້ນຜ່າງທາງອິນເຕີເນັດໃຫ້ນັບມື້ຫຼາຍຂື້ນ. ຕະຫຼາດຫຼັກຊັບລາວ ຂໍຖືເປັນກຽດແຈ້ງຂ່າວດີມາຍັງທ່ານ
ຊາບກ່ຽວກັບ ການຍົກເວັ້ນການເກັບຄ່າບໍລິການນຳໃຊ້ລະບົບຊື້-ຂາຍຮຸ້ນຜ່ານທາງອິນເຕີເນັດ ຫຼື Home Trading System
(24,000 ກີບ/ເດືອນ) ເລີ່ມແຕ່ວັນທີ 01 ຕຸລາ 2017 ເປັນຕົ້ນໄປ ຈົນກວ່າຈະມີແຈ້ງການປ່ຽນແປງເພີ່ມເຕີມ ຈາກທາງຕະຫຼາດຫຼັກຊັບ
ລາວ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

ຜູ້ອໍານວຍການໃຫຍ່
ສະແດງຂໍ້ມູນ