Companies/Securities Info. _ Notice
- ອີງຕາມຂໍ້ຕົກລົງວ່າດ້ວຍລະບຽບການຄຸ້ມຄອງການຊື້-ຂາຍຮຸ້ນຂອງນັກລົງທຶນຕ່າງປະເທດ ສະບັບເລກທີ 005/ຄລຕ
ລົງວັນທີ 08 ທັນວາ 2015;
- ອີງຕາມໜັງສືຈາກຄະນະກຳມະການຄຸ້ມຄອງຫຼັກຊັບ ກ່ຽວກັບຂໍ້ຕົກລົງວ່າດ້ວຍການເພີ່ມອັດຕາສ່ວນການຖືຄອງຮຸ້ນ
ຂອງຜູ້ລົງທຶນຕ່າງປະເທດໃນທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສະບັບເລກທີ 19/ຄຄຊ, ລົງວັນທີ 17 ສິງຫາ 2017.

ຕະຫຼາດຫຼັກຊັບລາວ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ)
ຈະເພີ່ມອັດຕາສ່ວນການຖືຄອງຮຸ້ນໃຫ້ແກ່ຜູ້ລົງທຶນພາຍໃນ ແລະ ຕ່າງປະເທດ ລວມກັນທັງໝົດ ສາມາດຖືຄອງຮຸ້ນ ໃນ ທຄຕລ
ໄດ້ບໍ່ເກິນ 20% ຂອງຈໍານວນຮຸ້ນທັງໝົດ ແລະ ໃນນັ້ນ ຜູ້ລົງທຶນຕ່າງປະເທດ ລວມທັງ ປະເພດບຸກຄົນ ແລະ ສະຖາບັນ 1 ລາຍ
ສາມາດຖືຄອງຮຸ້ນໄດ້ບໍ່ເກີນ 2% ຂອງຈໍານວນຮຸ້ນທັງໝົດ. ອັດຕາສ່ວນດັ່ງກ່າວແມ່ນມີຜົນບັງຄັບໃຊ້ນັບແຕ່ວັນທີ 17 ສິງຫາ 2017
ເປັນຕົ້ນໄປ.

ດັ່ງນັ້ນ, ຕລຊລ ຈຶ່ງແຈ້ງມາຍັງທ່ານເພື່ອຊາບ.

ຮຽນມາດ້ວຍຄວາມນັບຖືຢ່າງສູງ,

ຜູ້ອຳນວຍການໃຫຍ່ ຕລຊລ
ສະແດງຂໍ້ມູນ