Companies/Securities Info. _ Notice
- ອີງຕາມຂໍ້ຕົກລົງ ຂອງຄະນະກຳມະການຄຸ້ມຄອງຫຼັກຊັບ ວ່າດ້ວຍການກໍານົດອັດຕາຄ່າທໍານຽມ ການຊື້-ຂາຍ ແລະ ການໂອນ ຮຸ້ນຈົດທະບຽນ ໃນຕະຫຼາດຫຼັກຊັບລາວ ສະບັບເລກທີ 10/ຄຄຊ, ລົງວັນທີ 27 ເມສາ 2016.

ຕະຫຼາດຫຼັກຊັບລາວ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ຕລຊລ ໄດ້ປັບຫຼຸດຄ່າທຳນຽມຂອງການ ຊື້-ຂາຍ ຫຼັກຊັບ ຕາມຂໍ້ຕົກລົງຂອງ ຄຄຊ ໃນອັດຕາລວມ 0.15% ແລະ ໄດ້ແບ່ງສ່ວນ ດັ່ງລາຍລະອຽດລຸ່ມນີ້:
• ຄ່າທໍານຽມ ຊື້-ຂາຍ ແບບປົກກະຕິ = 0.09%
• ຄ່າທໍານຽມ ສະສາງ = 0.03%
• ຄ່າທໍານຽມ ຊໍາລະ = 0.03%

ການປັບປຸງຄ່າທໍານຽມຂອງຕະຫຼາດຫຼັກຊັບລາວ ມີຜົນສັກສິດນັບແຕ່ ວັນທີ 27 ເມສາ 2017 ເປັນຕົ້ນໄປ.
ສະແດງຂໍ້ມູນ