Companies/Securities Info. _ Notice
- ອີງຕາມການຕົກລົງເຫັນດີຂອງກອງປະຊຸມສະພາຜູ້ອຳນວຍການສະໄໝສາມັນ ຄັ້ງທີ 3/ຜ-ຟຟລ, ວັນທີ 24/08/2016;
- ອີງຕາມໜັງສືແຈ້ງການຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ເລກທີ: 2501/ຜ-ຟຟລ, ລົງວັນທີ 25/08/2016.

ຕະຫຼາດຫຼັກຊັບລາວຂໍຖືເປັນກຽດແຈ້ງມາຍັງຜູ້ຖືຮຸ້ນຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຊາບທົ່ວເຖິງກັນວ່າ ຜ-ຟຟລ ມະຫາຊົນ ຈະຈ່າຍເງິນປັນຜົນ 6 ເດືອນຕົ້ນປີ 2016 (01/01/2016-30/06/2016) ຕາມລາຍລະອຽດດັ່ງລຸ່ມນີ້
- ວັນປິດປື້ມທະບຽນບັນຊີຜູ້ຖືຄອງຮຸ້ນ: 15 ກັນຍາ 2016
- ວັນຈ່າຍເງິນປັນຜົນ: 29 ກັນຍາ 2016
- ອັດຕາເງິນປັນຜົນ: 130 ກີບ/ຮຸ້ນ
ດັ່ງນັ້ນ, ຕະຫຼາດຫຼັກຊັບລາວ ຈຶ່ງຖືເປັນກຽດແຈ້ງມາຍັງທ່ານເພື່ອຊາບ
(ລາຍລະອຽດຂັ້ນຕອນການຮັບເງິນປັນຜົນຄັດຕິດມາພ້ອມນີ້)
ສະແດງຂໍ້ມູນ