Companies/Securities Info. _ News
ຕະຫຼາດຫຼັກຊັບລາວ (ຕລຊລ) ເປີດຮັບສະໝັກນັກສຶກສາເຝິກງານ ເພື່ອສ້າງໃຫ້ນັກສຶກສາມີຄວາມຮູ້ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບວຽກງານຕະຫຼາດທຶນ ແລະ ຂັ້ນຕອນການດໍາເນີນງານຂອງຕະຫຼາດຫຼັກຊັບລາວ; ພ້ອມດຽວກັນນັ້ນນັກສຶກສາຍັງຈະໄດ້ຮັບໂອກາດເຝິກທັກສະ ແລະ ຄວາມສາມາດໃນການບັນຍາຍ ແລະ ເຮັດກິດຈະກໍາຕ່າງໆ ໂດຍການເປັນອາສາສະໝັກເຜີຍແຜ່ຄວາມຮູ້ LSX SEEDS ຂອງຕະຫຼາດຫຼັກຊັບລາວເພື່ອຊ່ວຍວຽກງານຕະຫຼາດທຶນ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບຕະຫຼາດທຶນໃຫ້ມວນຊົນໄດ້ຢ່າງຖືກຕ້ອງ.

I. ເງື່ອນໄຂຜູ້ສະໝັກ
- ເປັນນັກສຶກສາທີ່ກຳລັງສຶກສາຢູ່ມະຫາວິທະຍາໄລ / ວິທະຍາໄລ ປີ 2 ຂຶ້ນໄປ
- ມີໄຫວພິບດີ, ມີຄວາມກະຕືລືລົ້ນ, ວ່ອງໄວ ແລະ ຫ້າວຫັນໃນການເຮັດວຽກ
- ມີຈິດໃຈອາສາສະໝັກ ແລະ ມີອັດທະຍາໄສດີ
- ສາມາດສື່ສານເປັນພາສາອັງກິດໄດ້ໃນລະດັບປານກາງຂຶ້ນໄປ

II. ຂັ້ນຕອນການສະໝັກເຂົ້າເຝິກງານ ແລະ ເປັນອາສາສະໝັກເຜີຍແຜ່ຄວາມຮູ້ ທີ່ ຕລຊລ
- ປະກອບໜັງສືສະເໜີຂໍສົ່ງນັກສຶກສາລົງເຝິກງານຈາກມະຫາວິທະຍາໄລ / ວິທະຍາໄລ
- ສໍາເນົາບັດນັກສຶກສາ
- ແບບຟອມສະໝັກລົງເຝິກງານ ແລະ ເປັນອາສາສະໝັກ ຕະຫຼາດຫຼັກຊັບລາວ
- ໃບນໍາສົ່ງ (ກໍລະນີໄດ້ຮັບການຕອບຮັບຮຽບຮ້ອຍແລ້ວ)

III. ສິ່ງທີ່ນັກສຶກສາຈະໄດ້ເຮັດ
- ລົງເຝິກງານຕົວຈິງກັບບັນດາພະແນກໃນຕະຫຼາດຫຼັກຊັບລາວ ເພື່ອຮຽນຮູ້ກ່ຽວກັບວຽກງານຕະຫຼາດທຶນ ແລະ ການດໍາເນີນງານຂອງຕະຫຼາດຫຼັກຊັບລາວ
- ຮ່ວມກັນກະກຽມ ແລະ ຈັດງານເຜີຍແຜ່ຄວາມຮູ້ກ່ຽວກັບຕະຫຼາດທຶນ ທີ່ຕະຫຼາດຫຼັກຊັບລາວ
- ຮ່ວມເຮັດກິດຈະກໍາອື່ນໆທີ່ກ່ຽວຂ້ອງກັບຕະຫຼາດທຶນ

IV. ສິ່ງທີ່ນັກສຶກສາຈະໄດ້ຮັບ
- ໃບຢັ້ງຢຶນການເຝິກງານ ແລະ ອາສາສະໝັກ ຕະຫຼາດຫຼັກຊັບລາວ
- ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ
- ປະສົບການເຮັດວຽກອາສາສະໝັກ ແລະ ທັກສະໃນການເປັນນັກບັນຍາຍ
- ໂອກາດໃນການເກັບກ່ຽວຂໍ້ມູນ ເພື່ອກຽມຄວາມພ້ອມໃນການຂຽນບົດວິທະຍານິພົນ
- ໂອກາດເປັນອາສາສະໝັກງານ Investment Gateway - IG 2017 ຂອງຕະຫຼາດຫຼັກຊັບລາວ
- ໂອກາດໃນການສະໝັກເຂົ້າເຮັດວຽກຮ່ວມກັບບໍລິສັດລະດັບແນວໜ້າຂອງ ສປປ ລາວ ໃນພາຍໜ້າ

# ປິດຮັບສະໝັກວັນທີ 27 ມີນາ 2017

ຢື່ນແບບຟອມສະໝັກ ຫຼື ສອບຖາມເພີ່ມຕື່ມໄດ້ທີ່:
ອາຄານຕະຫຼາດຫຼັກຊັບລາວ ຊັ້ນ 4, ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
ໂທລະສັບ: 020 5555 2725, 020 5555 8983, 020 2222 7834

ດາວໂຫຼດແບບຟອມສະໝັກໄດ້ທີ່ແຟ້ມເອກະສານຕິດຄັດດ້ານລຸ່ມນີ້:
ສະແດງຂໍ້ມູນ