Companies/Securities Info. _ News
ໃນວັນທີ 27 ຕຸລາ 2016 ທີ່ຜ່ານມາ, ທ່ານ ດ໊ອກ ຢຸນ ລີ ຮອງຜູ້ອໍານວຍການໃຫຍ່ຝ່າຍດໍາເນີນງານ ໄດ້ໃຫ້ກຽດຕາງໜ້າ ຕະຫຼາດຫຼັກຊັບລາວ ເຂົ້າຮ່ວມພິທີມອບ-ຮັບເອກະສານຄຳຮ້ອງຂໍທົບທວນຄວາມເປັນໄປໄດ້ໃນການຈົດທະບຽນໃນ ຕລຊລ ຈາກບໍລິສັດ ຮ່ວມພັດທະນາກະສິກຳ ຂາອອກ-ຂາເຂົ້າ ມະຫາຊົນ (U.D.A Farm) ເຊິ່ງມອບໂດຍ ທ່ານ ນິດສະຫວັນ ຫຼວງໂຄດປຣະວົງວຽງຄຳ ຜູ້ອຳນວຍການ, ທ່ານ ນາງ ຈັນນວນ ສີປະເສີດ ຮອງຜູ້ອຳນວຍການຝ່າຍການເງິນ ພ້ອມດ້ວຍ ຄະນະຜູ້ບໍລິຫານຈາກບໍລິສັດຫຼັກຊັບ ເອພີເອັມລາວ ນຳໂດຍທ່ານ ສົມພົບ ສັກພັນພະນົມ, ຜູ້ອຳນວຍການ ໃນຖານະເປັນທີ່ປຶກສາທາງດ້ານການເງິນໃຫ້ແກ່ບໍລິສັດດັ່ງກ່າວ.
ສຳລັບ ບໍລິສັດ ຮ່ວມພັດທະນາກະສິກຳ ຂາອອກ-ຂາເຂົ້າ ມະຫາຊົນ (U.D.A Import-Export Public Company) ເຊິ່ງເອີ້ນຫຍໍ້ວ່າ: “U.D.A” ເປັນໜຶ່ງໃນຜູ້ນຳຂອງການຜະລິດ ແລະ ຈໍາໜ່າຍລູກໝູທີ່ໄດ້ມາດຕະຖານໃນລະບົບຄອກໝູແບບປິດ ທີ່ທັນສະໄໝ (Evaporated Cooling System: EVAP) ທີ່ຕອບສະໜອງສະບຽງອາຫານໃຫ້ແກ່ສັງຄົມໃນ ສປປ ລາວ. ບໍລິສັດດັ່ງກ່າວ ສ້າງຕັ້ງໂດຍທ່ານ ນິດສະຫວັນ ຫຼວງໂຄດປຣະວົງວຽງຄຳ ແລະ ພັນລະຍາຄື ທ່ານ ນາງ ຈັນນວນ ສີປະເສີດ ເຊິ່ງທັງສອງທ່ານເປັນຜູ້ມີປະສົບການໃນຂະແໜງການປູກຝັງ ແລະ ລ້ຽງສັດມາເປັນເວລາຫຼາຍກວ່າ 7 ປີ. ໃນປີ 2010 ທັງສອງທ່ານ ແລະ ທີມຜູ້ບໍລິຫານເຫັນວ່າມີຄວາມພ້ອມ ຈຶ່ງໄດ້ດໍາເນີນການຂໍໃບອະນຸຍາດສ້າງຕັ້ງຟາມລ້ຽງໝູພໍ່ພັນ-ແມ່ພັນ ແລະ ໄດ້ມີການຈົດທະບຽນເພີ່ມປະເພດທຸລະກິດຂອງບໍລິສັດມາເປັນ “ການປູກຝັງ ແລະ ລ້ຽງສັດຄົບວົງຈອນ” ແລະ ເລີ່ມບຸກເບີກພື້ນທີ່ສ້າງຄອກໝູໃນລະບົບຄອກໝູແບບເປີດ ຈຳນວນ 11 ຫຼັງ ຕໍ່ມາຈຶ່ງໄດ້ເລີ່ມນໍາເຂົ້າໝູພໍ່ພັນ-ແມ່ພັນສາຍພັນແທ້ປະມານ 400 ໂຕ ແບ່ງເປັນ 3 ສາຍພັນຄື: ພັນລາດໄວ (Large White), ພັນແລນເຣດ (Landrace) ແລະ ພັນດູລ໋ອກ (Duroc) ເພື່ອນໍາມາປະສົມພັນທຽມ ແລະ ຈໍາໜ່າຍລູກໝູສູ່ຕະຫຼາດໃຫ້ແກ່ລູກຄ້າທົ່ວໄປພາຍໃຕ້ກາສິນຄ້າ UD ໂດຍໄດ້ຮັບການຕອບຮັບເປັນຢ່າງດີຈາກຜູ້ບໍລິິິໂພກ ແລະ ຄວາມຕ້ອງການກໍ່ນັບມື້ນັບສູງຂຶ້ນ.
ບໍລິສັດມີຍອດການສັ່ງຊື້ລູກໝູລ່ວງໜ້າເພີ່ມຂຶ້ນ ສືບເນື່ອງມາຈາກການເຊັນສັນຍາການຊື້-ຂາຍລູກໝູກັບຟາມທີ່ເປັນຕົວແທນຈໍາໜ່າຍລູກໝູທີ່ຢູ່ແຂວງຫຼວງພະບາງ ມີຍອດການສັ່ງຊື້ລູກໝູປະມານ 3,600 ໂຕຕໍ່ເດືອນ ບໍລິສັດຈຶ່ງໄດ້ຂະຫຍາຍກໍາລັງການຜະລິດລູກໝູເພີ່ມຂຶ້ນ ໂດຍການຂະຫຍາຍການຜະລິດລູກໝູສາຍພັນແທ້ເພີ່ມຂຶ້ນເພື່ອທົດແທນໝູພໍ່ພັນ-ແມ່ພັນ. ໃນທ້າຍປີ 2015 ໝູພໍ່ພັນຂອງບໍລິສັດມີປະມານ 80 ໂຕ ແລະ ໝູແມ່ພັນອີກປະມານ 4,750 ໂຕ ສາມາດຜະລິດລູກໝູໄດ້ປະມານ 8,000 ໂຕຕໍ່ເດືອນ ຫຼື ປະມານ 96,000 ໂຕຕໍ່ປີ. ປັດຈຸບັນບໍລິສັດມີຟາມທັງໝົດ 5 ຟາມ ໃນນັ້ນມີຈໍານວນຄອກໝູທັງໝົດ 57 ຫຼັງ ເປັນລະບົບຄອກໝູແບບເປີດຈໍານວນ 19 ຫຼັງ, ເປັນລະບົບຄອກໝູແບບປິດທີ່ທັນສະໄໝ (EVAP) ຈໍານວນ 29 ຫຼັງ ແລະ ຄອກໝູອື່ນໆອີກຈໍານວນ 9 ຫຼັງ. ໃນອະນາຄົດບໍລິສັດມີເປົ້າໝາຍຈະລົງທຶນຂະຫຍາຍທຸລະກິດຟາມລ້ຽງໝູເພີ່ມອີກ ເພື່ອໃຫ້ສາມາດສະໜອງລູກໝູໄດ້ຢ່າງພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກພາຍໃນ ສປປ ລາວ.
ບໍລິສັດ U.D.A ຄາດວ່າຈະສຳເລັດການທົບທວນຄວາມເປັນໄປໄດ້ໃນການຈົດທະບຽນ ແລະ ສຳເລັດການຂາຍຮຸ້ນຄັ້ງທຳອິດ ພ້ອມກັບຈົດທະບຽນໃນຕະຫຼາດຫຼັກຊັບລາວ ໃນທ້າຍປີ 2016 ນີ້ ແລະ U.D.A ຈະເປັນບໍລິສັດທຳອິດໃນຂະແໜງທຸລະກິດກະສິກຳທີ່ສາມາດຈົດທະບຽນໃນ ຕລຊລ ແລະ ຈະເປັນອີກທາງເລືອກໃໝ່ໃຫ້ແກ່ນັກລົງທຶນນຳອີກ.

ຂໍ້ມູນຈາກ: ເອກະສານຄຳຮ້ອງຂໍທົບທວນຄວາມເປັນໄປໄດ້ໃນການຈົດທະບຽນໃນ ຕລຊລ ຂອງ U.D.A Farm
UDA
Website: http://www.udfarm.esy.es/
ສະແດງຂໍ້ມູນ