About LSX _ Job opportunities
ຕະຫຼາດຫຼັກຊັບລາວ (ຕລຊລ) ສ້າງຕັ້ງຂື້ນໃນວັນທີ 10 ຕຸລາ 2010 ໂດຍການຖືຮຸ້ນລະຫວ່າງ ທະນາຄານແຫ່ງ ສປປລາວ 51% ແລະ ຕະຫຼາດຫຼັກຊັບເກົາຫລີ 49% ເຊິ່ງໄດ້ເປີດການຊື້-ຂາຍຮຸ້ນນັບຕັ້ງແຕ່ວັນທີ 11 ມັງກອນ 2011 ເປັນຕົ້ນມາ. ຕລຊລ ເປັນຕະຫຼາດຫຼັກຊັບແຫ່ງດຽວໃນ ສປປ ລາວ ທີ່ໄດ້ປະກອບສວ່ນເຮັດໃຫ້ຕະຫຼາດການເງິນຂອງຊາດມີຄວາມສົມບູນຍິ່ງຂື້ນ ເຊິ່ງໄດ້ກາຍເປັນທາງເລືອກໃໝ່ຂອງການລົງທຶນ ແລະ ລະດົມທຶນໄລຍະຍາວຢ່າງມີປະສິດທິພາບໃຫ້ແກ່ສັງຄົມ.

ປະຈຸບັນ ຕລຊລ ແມ່ນກຳລັງເປີດຮັບສະໝັກພະນັກງານຜູ້ທີ່ມີຄວາມສາມາດ ແລະ ມີຄວາມສົນໃຈທີ່ຈະເຂົ້າຮ່ວມເປັນຄອບຄົວ ຕລຊລ, ຕຳແໜ່ງທີ່ຕ້ອງການມີດັ່ງລຸ່ມນີ້:

1. ວິຊາການ ຝ່າຍຄຸ້ມຄອງລະບົບພື້ນຖານໂຄງລ່າງໄອທີ
2. ວິຊາການ ຝ່າຍຄຸ້ມຄອງລະບົບດຳເນີນງານໄອທີ
3. ວິຊາການ ຝ່າຍຈົດທະບຽນຫຼັກຊັບ
4. ວິຊາການ ຝ່າຍປະຕິບັດງານຝ່າຍເປີດເຜີຍຂໍ້ມູນ
5. ວິຊາການ ຝ່າຍນາຍທະບຽນຫຼັກຊັບ
6. ວິຊາການ ຝ່າຍເລຂາຮອງຜູ້ອຳນວຍການ


ວິທີສະໝັກ:
1. ດາວໂຫລດແບບຟອມສະໝັກງານ
2. ສຳເນົາ ໃບຄະແນນ ແລະ ໃບປະກາດ
3. ສຳເນົາ ບັດປະຈຳຕົວ ຫຼື ສຳມະໂນຄົວ
4, ກະລຸນາສົ່ງ cover letter (ສະຫຼຸບໂດຍຫຍໍ້ກ່ຽວກັບແຮງຈູງໃຈໃນການສະໝັກຕໍາແໜ່ງທີ່ທ່ານຕ້ອງການ ແລະ ສະແດງໃຫ້ເຫັນຄວາມສາມາດທີ່ເໝາະສົມຂອງທ່ານຕໍ່ກັບຕຳແໜ່ງດັ່ງກ່າວ) ແລະ CV ສະບັບອັບເດດຫຼ້າສຸດ ພ້ອມດ້ວຍເອກະສານທີ່ກ່ຽວຂ້ອງ
ໄປທີ່ອີເມລ malivanhKMV@lsx.com.la

ທ່ານສາມາດດາວໂຫຼດ TORs ຂ້າງລຸ້ມນີ້ ເພື່ອສຶກສາລາຍລະອຽດທີ່ກ່ຽວຂ້ອງຂອງແຕ່ລະຕໍາແໜ່ງ.

ປະກອບແບບຟອມສະໝັກງານ ແລະ ເອກະສານທີ່ກ່ຽວຂ້ອງ ສົ່ງໃຫ້ພະແນກຫ້ອງການຄຸ້ມຄອງ ແລະ ບໍລິຫານ, ຊັ້ນ 4 ຕຶກຕະຫຼາດຫຼັກຊັບລາວ (ກົງກັນຂ້າມກັບສູນວາງສະແດງສິນຄ້າໄອເຕັກ), ບ້ານ ໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ປິດຮັບແບບຟອມ: ວັນພະຫັດ ວັນທີ 30 ມິຖຸນາ 2022, ເວລາ 16:00 ໂມງ

ໝາຍເຫດ: ຄາດການວັນທີ ຈັດສອບເສັງແມ່ນອາທິດທີ່ 2 ຂອງເດືອນກໍລະກົດ 2022.
ຜູ້ສະໝັກຈະໄດ້ຮັບແຈ້ງ *ລະຫັດຜູ້ສອບເສັງ* ຜ່ານອີເມລ. ລາຍຊື່ຂອງຜູ້ສະໝັກທຸກທ່ານຈະຖືກຮັກສາເປັນຄວາມລັບ.

ສອບຖາມຂໍ້ມູນເພີ່ມເຕີມ:
ຝ່າຍບຸກຄະລາກອນ ໂທ: 020 5953 3669
(ຂໍຄວາມກະລຸນາຕິດຕໍ່ໃນໂມງລັດຖະການ 8:30 -16:00 ໂມງ ເທົ່ານັ້ນ )
ສະແດງຂໍ້ມູນ