About LSX _ Job opportunities
ຕະຫຼາດຫຼັກຊັບລາວ (ຕລຊລ) ສ້າງຕັ້ງຂື້ນໃນວັນທີ 10 ຕຸລາ 2010 ໂດຍການຖືຮຸ້ນລະຫວ່າງ ທະນາຄານແຫ່ງ ສປປລາວ 51% ແລະ ຕະຫຼາດຫຼັກຊັບເກົາຫລີ 49% ເຊິ່ງໄດ້ເປີດການຊື້-ຂາຍຮຸ້ນນັບຕັ້ງແຕ່ວັນທີ 11 ມັງກອນ 2011 ເປັນຕົ້ນມາ. ຕລຊລ ເປັນຕະຫຼາດຫຼັກຊັບແຫ່ງດຽວໃນ ສປປ ລາວ ທີ່ໄດ້ປະກອບສວ່ນເຮັດໃຫ້ຕະຫຼາດການເງິນຂອງຊາດມີຄວາມສົມບູນຍິ່ງຂື້ນ ເຊິ່ງໄດ້ກາຍເປັນທາງເລືອກໃໝ່ຂອງການລົງທຶນ ແລະ ລະດົມທຶນໄລຍະຍາວຢ່າງມີປະສິດທິພາບໃຫ້ແກ່ສັງຄົມ.

ປະຈຸບັນ ຕລຊລ ແມ່ນກຳລັງເປີດຮັບສະໝັກພະນັກງານຜູ້ທີ່ມີຄວາມສາມາດ ແລະ ມີຄວາມສົນໃຈທີ່ຈະເຂົ້າຮ່ວມເປັນຄອບຄົວ ຕລຊລ,ຕຳແໜ່ງທີ່ຕ້ອງການມີດັ່ງລຸ່ມນີ້:

1. ວິຊາການ ຝ່າຍຈັດການຂໍ້ມູນຕະຫຼາດ
2. ວິຊາການ ຝ່າຍດໍາເນີນການຕະຫຼາດ
3. ວິຊາການ ຝ່າຍແຜນການໄອທີ
4. ວິຊາການ ຝ່າຍຄຸ້ມຄອງລະບົບພື້ນຖານໂຄງລ່າງ
5. ວິຊາການ ຝ່າຍພັດທະນາລະບົບ

ວິທີສະໝັກ:
ດາວໂຫລດແບບຟອມສະໝັກງານ ແລະ ໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະຕຳແໜ່ງໄດ້ດ້ານລຸ່ມຂອງປະກາດສະບັບນີ້
ປະກອບແບບຟອມສະໝັກງານ ແລະ ເອກະສານທີ່ກ່ຽວຂ້ອງ ສົ່ງໃຫ້ພະແນກຫ້ອງການຄຸ້ມຄອງ ແລະ ບໍລິຫານ, ຊັ້ນ 4 ຕຶກຕະຫຼາດຫຼັກຊັບລາວ (ກົງກັນຂ້າມກັບສູນວາງສະແດງສິນຄ້າໄອເຕັກ), ບ້ານ ໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ປິດຮັບແບບຟອມ: ວັນພຸດ, ວັນທີ 4 ມີນາ 2020, ກ່ອນເວລາ 16:00 ໂມງ

ໝາຍເຫດ: ຄາດການວັນທີ ຈັດສອບເສັງແມ່ນອາທິດທີ່ 2 ຂອງເດືອນມີນາ 2020. ຜູ້ສະໝັກຈະໄດ້ຮັບແຈ້ງ *ລະຫັດຜູ້ສອບເສັງ* ຜ່ານອີເມລ. ລາຍຊື່ຂອງຜູ້ສະໝັກທຸກທ່ານຈະຖືກຮັກສາເປັນຄວາມລັບ.
ສອບຖາມຂໍ້ມູນເພີ່ມເຕີມ:
ຝ່າຍບຸກຄະລາກອນ ໂທ: 020 5580 9596
(ຂໍຄວາມກະລຸນາຕິດຕໍ່ໃນໂມງລັດຖະການ 8:30 -16:30 ໂມງ ເທົ່ານັ້ນ )
ສະແດງຂໍ້ມູນ