ຕະຫຼາດຫຼັກຊັບລາວ (ຕລຊລ) ສ້າງຕັ້ງຂື້ນໃນວັນທີ 10 ຕຸລາ 2010 ໂດຍການຖືຮຸ້ນລະຫວ່າງ ທະນາຄານແຫ່ງ ສປປລາວ 51% ແລະ ຕະຫຼາດຫຼັກຊັບເກົາຫລີ 49% ເຊິ່ງໄດ້ເປີດການຊື້-ຂາຍຮຸ້ນນັບຕັ້ງແຕ່ວັນທີ 11 ມັງກອນ 2011 ເປັນຕົ້ນມາ. ຕລຊລ ເປັນຕະຫຼາດຫຼັກຊັບແຫ່ງດຽວໃນ ສປປ ລາວ ທີ່ໄດ້ປະກອບສວ່ນເຮັດໃຫ້ຕະຫຼາດການເງິນຂອງຊາດມີຄວາມສົມບູນຍິ່ງຂື້ນ ເຊິ່ງໄດ້ກາຍເປັນທາງເລືອກໃໝ່ຂອງການລົງທຶນ ແລະ ລະດົມທຶນໄລຍະຍາວຢ່າງມີປະສິດທິພາບໃຫ້ແກ່ສັງຄົມ.
ປະຈຸບັນ ຕລຊລ ແມ່ນກຳລັງເປີດຮັບສະໝັກພະນັກງານຜູ້ທີ່ມີຄວາມສາມາດ ແລະ ມີຄວາມສົນໃຈທີ່ຈະເຂົ້າຮ່ວມເປັນຄອບຄົວ ຕລຊລ, ຕຳແໜ່ງທີ່ຕ້ອງການມີດັ່ງລຸ່ມນີ້:
1. ເລຂາທ່ານຮອງຜູ້ອໍານວຍການ
2. ວິຊາການ ຝ່າຍແຜນການ ແລະ ປະຊາສຳພັນ
3. ວິຊາການ ຝ່າຍການເງິນ (ງົບປະມານ ແລະ ລາຍຮັບ)
4. ວິຊາການ ຝ່າຍບຸກຄະລາກອນ
5. ວິຊາການ ຝ່າຍແຜນການໄອທີ
6. ວິຊາການ ຝ່າຍພັດທະນາລະບົບ
7. ວິຊາການ ຝ່າຍຄຸ້ມຄອງລະບົບພື້ນຖານໂຄງລ່າງ
ວິທີສະໝັກ:
ດາວໂຫລດແບບຟອມສະໝັກງານ ແລະ ໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະຕຳແໜ່ງໄດ້ດ້ານລຸ່ມຂອງປະກາດສະບັບນີ້.
ປະກອບແບບຟອມສະໝັກງານ ແລະ ເອກະສານທີ່ກ່ຽວຂ້ອງ ສົ່ງໃຫ້ພະແນກຫ້ອງການຄຸ້ມຄອງ ແລະ ບໍລິຫານ, ຊັ້ນ 4 ຕຶກຕະຫຼາດຫຼັກຊັບລາວ (ກົງກັນຂ້າມກັບສູນວາງສະແດງສິນຄ້າໄອເຕັກ), ບ້ານ ໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ປິດຮັບແບບຟອມ: ວັນອັງຄານ ວັນທີ 31 ທັນວາ 2019, ເວລາ 16:00 ໂມງ
ໝາຍເຫດ: ຄາດການວັນທີ ຈັດສອບເສັງແມ່ນອາທິດທີ່ 2 ຂອງເດືອນມັງກອນ 2020.
ຜູ້ສະໝັກຈະໄດ້ຮັບແຈ້ງ *ລະຫັດຜູ້ສອບເສັງ* ຜ່ານອີເມລ. ລາຍຊື່ຂອງຜູ້ສະໝັກທຸກທ່ານຈະຖືກຮັກສາເປັນຄວາມລັບ.
ສອບຖາມຂໍ້ມູນເພີ່ມເຕີມ:
ຝ່າຍບຸກຄະລາກອນ ໂທ: 020 5580 9596
(ຂໍຄວາມກະລຸນາຕິດຕໍ່ໃນໂມງລັດຖະການ 8:30 -16:30 ໂມງ ເທົ່ານັ້ນ )
ຫົວຂໍ້ | ປະກາດຮັບສະໝັກງານໃໝ່ ປະຈຳປີ 2019 ( ປິດຮັບ ) |
---|---|
ວັນທີ | 2019.12.16 19:43 |