About LSX _ Job opportunities
ປະກາດຮັບສະໝັກງານ

ຕະຫຼາດຫຼັກຊັບລາວ (ຕລຊລ) ສ້າງຕັ້ງຂື້ນໃນວັນທີ 10 ຕຸລາ 2010 ໂດຍການຖືຮຸ້ນລະຫວ່າງ ທະນາຄານແຫ່ງ ສປປລາວ 51% ແລະ ຕະຫຼາດຫຼັກຊັບເກົາຫລີ 49% ເຊິ່ງໄດ້ເປີດການຊື້-ຂາຍຮຸ້ນນັບຕັ້ງແຕ່ວັນທີ 11 ມັງກອນ 2011 ເປັນຕົ້ນມາ. ຕລຊລ ເປັນຕະຫຼາດຫຼັກຊັບແຫ່ງດຽວໃນ ສປປ ລາວ ທີ່ໄດ້ປະກອບສວ່ນເຮັດໃຫ້ຕະຫຼາດການເງິນຂອງຊາດມີຄວາມສົມບູນຍິ່ງຂື້ນ ເຊິ່ງໄດ້ກາຍເປັນທາງເລືອກໃໝ່ຂອງການລົງທຶນ ແລະ ລະດົມທຶນໄລຍະຍາວຢ່າງມີປະສິດທິພາບໃຫ້ແກ່ສັງຄົມ.

ປະຈຸບັນ ຕລຊລ ແມ່ນກຳລັງເປີດຮັບສະໝັກພະນັກງານຜູ້ທີ່ມີຄວາມສາມາດ ແລະ ມີຄວາມສົນໃຈທີ່ຈະເຂົ້າຮ່ວມເປັນຄອບຄົວ ຕລຊລ, ຕຳແໜ່ງທີ່ຕ້ອງການມີດັ່ງລຸ່ມນີ້:

ຕຳແໜ່ງ: ພະນັກງານວິຊາການ ( ຈໍານວນ 2 ຕຳແໜ່ງ)
ລະດັບຂັ້ນ: ພະນັກງານ

ເງື່ອນໄຂ ແລະ ວຸດທິຂອງຜູ້ສະໝັກ:
- ສັນຊາດລາວ ແລະ ມີພູມລໍາເນົາທີ່ ສປປ ລາວ
- ຈົບການສຶກສາໃນລະດັບປະລິນຍາຕີຂຶ້ນໄປ, ສາຂາວິຊາ ບໍລິານທຸລະກິດ, ເສດຖະສາດ, ການເງິນ, ບັນຊີ, ການທະນາຄານ, ກົດໝາຍ ແລະ ສາຂາອືື່ນທີ່ກ່ຽວຂ້ອງ
- ນັກສຶກສາທີ່ຫາກໍ່ຮຽນຈົຍ / ນັກສຶກສາທີ່ກໍາລັງຈະຈົບການສຶກສາໃນປີນີ້ແມ່ນສາມາດສະໝັກໄດ້
- ຄະແນນສະເລ່ຍ (GPA) 2.5 ຂຶ້ນໄປ
- ມີຄວາມຮູ້ໃນການນໍາໃຊ້ຄອມພິວເຕີ (Microsoft Office)
- ມີຄວາມຄ່ອງແຄ້ວໃນການອ່ານ, ການຂຽນ ແລະ ເວົ້າພາສາອັງກິດໄດ້ດີ
- ຜູ້ສະໝັກທີ່ສາມາດເວົ້າ ແລະ ອ່ານ ພາສາເກົາຫລີ ແມ່ນແນະນຳໃຫ້ສະໝັກ
- ຜູ້ສະໝັກທີ່ມີໃບປະກາດ La.PIB, CPA, CFA ຫຼື CMIP ແລະ ມີຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ ຈະໄດ້ຮັບການພິຈາລະນາເປັນພິເສດ

ວິທີສະໝັກ:
- ດາວໂຫລດແບບຟອມສະໝັກງານ (ໄດ້ຖືກຕິດຄັດຢູ່ດ້ານລຸ່ມຂອງປະກາດສະບັບນີ້)
- ປະກອບແບບຟອມສະໝັກງານ ແລະ ເອກະສານທີ່ກ່ຽວຂ້ອງ ສົ່ງໃຫ້ພະແນກຫ້ອງການຄຸ້ມຄອງ ແລະ ບໍລິຫານ, ຊັ້ນ 4 ຕຶກຕະຫຼາດຫຼັກຊັບລາວ (ກົງກັນຂ້າມກັບສູນວາງສະແດງສິນຄ້າໄອເຕັກ), ຫຼື ສົ່ງແບບຟອມທາງອີເມລມາທີ່ pavina.m@lsx.com.la

ປິດຮັບແບບຟອມ: ວັນສຸກ ວັນທີ 28 ເມສາ 2017
ໝາຍເຫດ: ສໍາລັບຜູ້ສະໝັກທີ່ມີເງື່ອນໄຂຄົບຖ້ວນ ຕລຊລຈະຕິດຕໍ່ກັບໄປເພື່ອເຂົ້າມາສອບເສັງ ແລະ ສໍາພາດຕາມລຳດັບ.

ສອບຖາມຂໍ້ມູນເພີ່ມເຕີມ
ໂທ: 020 7780 9597
(ຂໍຄວາມກະລຸນາຕິດຕໍ່ໃນໂມງລັດຖະການ 8:30 -16:30 ເທົ່ານັ້ນ )
ສະແດງຂໍ້ມູນ