About LSX _ Events
ໃນວັນອັງຄານ ທີ 24 ສິງຫາ 2021, ຕະຫຼາດຫຼັກຊັບລາວ (ຕລຊລ) ສຳເລັດການຈັດກອງປະຊຸມສຳມະນາຫົວຂໍ້ “ຄວາມສຳຄັນຂອງການຮັກສາສະຖານະຂອງບໍລິສັດຈົດທະບຽນຕໍ່ສະພາບຄ່ອງການຊື້ ຂາຍຮຸ້ນໃນຕລຊລ”ພາຍໃຕ້ການເປັນປະທານຂອງທ່ານ ອ໊ອດ ພົນຊຽງດີ, ຜູ້ອຳນວຍການໃຫຍ່ ຕລຊລ ໂດຍມີຄະນະອຳນວຍການຂອງບໍລິສັດຈົດທະບຽນ ແລະ ບໍລິສັດຫຼັກຊັບເຂົ້າຮ່ວມ. ກອງປະຊຸມສຳມະນາດັ່ງກ່າວໄດ້ຮັບຟັງການລາຍງານ ແລະ ປຶກສາຫາລືກ່ຽວກັບທິດທາງການແກ້ໄຂສະພາບຄ່ອງການຊື້ ຂາຍຮຸ້ນໃນ ຕລຊລທີ່ຕິດພັນກັບການຮັກສາສະຖານະ ແລະ ການສື່ສານການເປີດເຜີຍຂໍ້ມູນຂອງບໍລິສັດຈົດທະບຽນ.
ສະແດງຂໍ້ມູນ