About LSX _ Events
ພາບບັນຍາກາດ ວັນສ້າງຕັ້ງ ຕະຫຼາດທຶນລາວ ຄົບຮອບ 10ປີ ອັນຟົດຟື້ນ ໃນວັນທີ 30 ຕຸລາ 2020 ທີ່ ໂຮງແຮມ ດອນຈັນ ພາເລດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ), ພ້ອມນີ້ ກໍ່ມີ ຄະນະກະກຽມສ້າງຕັ້ງຕະຫຼາດຫຼັກຊັບລາວ, ຄະນະກຳມະການຄຸ້ມຄອງຫຼັກຊັບ, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ, ຜູ້ຕ່າງໜ້າອົງການຈົດຕັ້ງສາກົນປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງຢ່າງຫຼວງຫຼາຍ.
ພາຍໃນພິທີດັ່ງກ່າວ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ໄດ້ໃຫ້ບົດຄໍາເຫັນໂອ້ລົມຕໍ່ພິທີສະຫຼຸບຜົນງານ 10 ປີ ຕະຫຼາດທຶນລາວ ໃນຄັ້ງນີ້ວ່າ:
ຂ້າພະເຈົ້າ ມີຄວາມປີຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບກຽດເຂົ້າຮ່ວມ ແລະ ມີຄໍາເຫັນ ໃນພິທີສະຫຼຸບຜົນງານ 10 ປີ ຕະຫຼາດທຶນລາວ ໃນຄັ້ງນີ້. ຕາງໜ້າໃຫ້ຄະນະກຳມະການຄຸ້ມຄອງຫຼັກຊັບ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ ທີ່ໄດ້ເປັນເຈົ້າການຫ້າງຫາກະກຽມ ແລະ ສາມາດດໍາເນີນພິທີອັນມີຄວາມສຳຄັນໃນຄັ້ງນີ້.
ພິທີສະຫຼຸບຜົນງານ 10 ປີ ຕະຫຼາດທຶນລາວໃນຄັ້ງນີ້ ເປັນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍ ຕົວຂອງຕະຫຼາດການເງິນຂອງ ສປປ ລາວ ທີ່ມີບາດກ້າວເດີນຢ່າງໜັກແໜ້ນ ໄປຄຽງຄູ່ກັບຂະແໜງການ ອື່ນໆໃນການປະຕິບັດ 2 ໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ ທີ່ມີຫຼັກການຂອງພັກ ໂດຍສະເພາະແມ່ນ ການສະໜອງແຫຼ່ງທຶນໄລຍະຍາວ ໃຫ້ແກ່ພາກສ່ວນເສດຖະກິດ ເພື່ອພັດທະນາ ແລະ ຂະຫຍາຍກິດຈະການທາງດ້ານ ການຜະລິດ, ການຄ້າ ແລະ ການບໍລິການ.
ສະແດງຂໍ້ມູນ