About LSX _ Events
ເພື່ອເປັນການສ້າງຂະບວນການຂໍານັບຮັບຕ້ອນພິທີສະເຫຼີມສະຫຼອງວັນສ້າງຕັ້ງຕະຫຼາດທຶນລາວ ຄົບຮອບ 10 ປີ. ຫຼ້າສຸດ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ, ບໍລິສັດ ຫຼັກຊັບ ແລະ ບໍລິສັດຈົດທະບຽນ ໄດ້ຮ່ວມໃຈກັນຈັດກິດຈະກໍາຊ່ວຍເຫຼືອສັງຄົມໃນໂຄງການຮ່ວມໃຈໃຫ້ ອະນາຄົດນ້ອງ ຄັ້ງທີ 2 ເຊິ່ງໄດ້ມອບອຸປະກອນການສຶກສາໃຫ້ແກ່ນ້ອງໆນັກຮຽນ ຢູ່ໂຮງຮຽນມັດທະຍົມ ວັງມ້າ ທີ່ຂຶ້ນກັບບ້ານວັງມ້າ ເມືອງສັງທອງ ນະຄອນຫຼວງວຽງຈັນ.

ສໍາລັບອຸປະກອນການຮຽນທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ປື້ມແບບຮຽນສຳລັບຊັ້ນມັດທະຍົມ ສຶກສາ, ປື້ມຂຽນ, ປາກກາ, ສໍດຳ, ພັດລົມ, ໂມງແຂວນຝາ, ໝໍ້ນ້ຳຮ້ອນ, ດອກໄຟຕ່າງໆ ແລະ ອຸປະກອນກິລາໄດ້ແກ່: ຕາໜ່າງກະຕໍ້, ບານຕີ, ແລະ ບານເຕະ. ນອກນັ້ນ, ຍັງໄດ້ມອບເຄື່ອງກິລາແກ່ນ້ອງໆ ນັກຮຽນອີກດ້ວຍ.

ກິດຈະກຳດັ່ງກ່າວ, ຈັດຂຶ້ນໃນວັນທີ 12 ກັນຍາ 2020 ຜ່ານມາ ຕາງໜ້າມອບໂດຍທ່ານ ວັນນະສັກ ກອງວົງສາ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕະຫຼາດຫຼັກຊັບລາວ ແລະ ກ່າວຮັບໂດຍ ທ່ານ ສົມຫວັງ ແກ້ວວິໄລ ຜູ້ອຳນວຍການໂຮງຮຽນມັດທະຍົມວັງມ້າ ເມືອງສັງທອງ ນະຄອນຫຼວງ ວຽງຈັນ.

ໂອກາດນີ້, ທ່ານ ສົມຫວັງ ແກ້ວວິໄລ ຜູ້ອຳນວຍການໂຮງຮຽນມັດທະຍົມວັງມ້າ ກໍ່ໄດ້ສະແດງ ຄວາມຂອບໃຈມາຍັງຜູ້ມີສ່ວນກ່ຽວຂ້ອງກັບຕະຫຼາດທຶນລາວ ໂດຍສະເພາະແມ່ນສຳນັກງານຄະນະກຳ ມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ ແລະ ບໍລິສັດຈົດທະບຽນ ທີ່ໄດ້ເຫັນເຖິງຄວາມສຳຄັນໃນການສະໜັບສະໜຸນອຸປະກອນການສຶກສາ ແລະ ອຸະກອນກິລາຕ່າງໆໃຫ້ແກ່ທາງໂຮງຮຽນວັງມ້າແຫ່ງນີ້. ຄຽງຄູ່ກັນນັ້ນ, ກໍ່ຮູ້ສຶກດີໃຈຫຼາຍທີ່ທາງຕະຫຼາດທຶນເຂົ້າມາຊ່ວຍເຫຼືອວັດຖຸ-ອຸປະກອນ ທີ່ກໍາລັງຂາດເຂີນ ເປັນຕົ້ນແມ່ນ: ປື້ມແບບຮຽນຊັ້ນມັດທະຍົມຕ່າງໆ, ອຸປະກອນການສຶກສາ ແລະ ອຸປະກອນກິລາຕ່າງໆ ເພື່ອເປັນການສ້າງກິດຈະກຳໃຫ້ແກ່ບັນດານັກຮຽນ ແລະ ລູກຫຼານບ້ານວັງມ້າ.

ການຊ່ວຍເຫຼືອສັງຄົມໃນຄັ້ງນີ້ ຖືເປັນຂີດໝາຍອັນສຳຄັນຢ່າງໜຶ່ງໃນການສ້າງຄວາມສາມັກຄີພາຍໃນກຸ່ມຕະຫຼາດທຶນເອງ ແລະ ສ້າງຂະບວນການໃຫ້ຟົດຟື້ນ ເພື່ອຕ້ອນຮັບພິທີສະເຫຼີມສະຫຼອງວັນສ້າງຕັ້ງ ຕະຫຼາດທຶນລາວ ຄົບຮອບ 10 ປີ ຢ່າງສະຫງ່າງາມ.
ສະແດງຂໍ້ມູນ