About LSX _ Events
ໃນຕອນບ່າຍ ຂອງວັນທີ 08 ມິຖຸນາ 2020, ຮອງຜູ້ອຳນວຍການ ຕະຫຼາດຫຼັກຊັບລາວ (ຕລຊລ) ພ້ອມດ້ວຍຕາງໜ້າຈາກ ສຳນັກງານ
ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ), ບໍລິສັດກວດສອບ ເອີນແອນຢັງ ລາວ ຈໍາກັດ (EY) ໄດ້ລົງຢ້ຽມຢາມ ທະນາຄານການຄ້າ
ຕ່າງປະເທດລາວ ມະຫາຊົນ (ທຄຕລ) ເຊິ່ງຈຸດປະສົງຂອງການລົງຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອນຳສະເໜີຂໍ້ມູນກ່ຽວກັບສະພາບການ
ຊື້-ຂາຍຮຸ້ນຂອງ ທຄຕລ ແລະ ການປະຕິບັດພັນທະຄວາມຮັບຜິດຊອບຕໍ່ສັງຄົມ ໃນຖານະບໍລິສັດຈົດທະບຽນ. ນອກນັ້ນ, ທຄຕລ
ຍັງໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດຫຼັກການຄຸ້ມຄອງກິດຈະການທີ່ດີ (Good Corporate Governance) ຂອງທະນາຄານ,
ການເຄື່ອນໄຫວທຸລະກິດປີ 2019 ແລະ ແຜນການເຄື່ອນໄຫວໃນປີ 2020
ສະແດງຂໍ້ມູນ