About LSX _ Events
ກະຊວງການເງິນ ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ໄດ້ສຳເລັດການອອກຈຳໜ່າຍພັນທະບັດລັດຖະບານດຸ່ນດ່ຽງງົບປະມານ
ໃນຕະຫຼາດພັນທະບັດພາຍໃນ ໂດຍຜ່ານຕະຫຼາດຫຼັກຊັບລາວ (ຕລຊລ) ດ້ວຍບາດກ້າວໃໝ່ທີ່ໜັກແໜ້ນ.
ໃນໄລຍະລະຫວ່າງວັນທີ 27 ພຶດສະພາ ເຖິງ 02 ມິຖຸນາ 2020 ທີ່ຜ່ານມາ ພັນທະບັດລັດຖະບານຊຸດ 1.700.000 ໜ່ວຍເຊິ່ງເທົ່າກັບ
1.700 ຕື້ກີບ ສາມາດສຳເລັດການອອກຈຳໜ່າຍພັນທະບັດລັດຖະບານໂດຍຕົວແທນຈຳໜ່າຍ (Primary Dealer: PD) ໄດ້ເພີ່ມອີກ
ຈຳນວນ 266.688 ໜ່ວຍ, ມູນຄ່າໜ່ວຍລະ 1.000.000 ກີບ ເທົ່າກັບ 266.688.000.000 ກີບ ໃນອາຍຸຄົບກຳນົດໄຖຖ່ອນ 3 ປີ,
5 ປີ, 7 ປີ, 10 ປີ ແລະ 20 ປີ ໃນອັດຕາດອກເບ້ຍ 6,8%, 6,95%, 7,2%, 7,5% ແລະ 8% ຕາມລຳດັບ. ຜົນສຳເລັດຂອງ
ການອອກຈຳໜ່າຍຄັ້ງນີ້ ຖືເປັນຄັ້ງທີ 12 ເຖິງ 16 ປະຈຳປີ 2020 ຂອງພັນທະບັດລັດຖະບານລາວທີ່ໄດ້ສຳເລັດການຂາຍໃຫ້ແກ່
ຜູ້ລົງທຶນທັງປະເພດສະຖາບັນ ແລະ ຜູ້ລົງທຶນລາຍຍ່ອຍ ທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ພັນທະບັດຊຸດດັ່ງກ່າວສາມາດອອກ
ຈຳໜ່າຍໄດ້ແລ້ວ 1.455.639 ໜ່ວຍ ເທົ່າກັບ 1.455.639.000.000 ກີບ ກວມເອົາ 85,63% ຂອງພັນທະບັດທີ່ພວມອອກຈຳໜ່າຍ
ໃນຊຸດດັ່ງກ່າວ. ສຳລັບພັນທະບັດລັດຖະບານທັງຫ້າຄັ້ງນີ້ ແມ່ນຄາດວ່າຈະໄດ້ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ (ຕລຊລ)
ໃນວັນທີ 30 ມິຖຸນາ 2020 ຢ່າງເປັນທາງການ ທັງນີ້ກໍເພື່ອອຳນວຍຄວາມສະດວກໃຫ້ຜູ້ທີ່ຖືຄອງພັນທະບັດ ແລະ ຜູ້ທີ່ຕ້ອງການຊື້-ຂາຍ
ພັນທະບັດສາມາດດຳເນີນການແລກປ່ຽນຊື້-ຂາຍ ແລະ ປ່ຽນມືກັນໄດ້ໃນຕະຫຼາດຂັ້ນສອງ ກໍຄື ຕລຊລ.

ໝາກຜົນສຳເລັດຂອງການລະດົມທຶນໄລຍະຍາວຄັ້ງນີ້ໄດ້ເສີມສ້າງພື້ນຖານທີ່ໝັ້ນທ່ຽງຂອງການຂົນຂວາຍຫາແຫຼ່ງທຶນຂອງກະຊວງການເງິນ
ຈາກການອອກຈຳໜ່າຍຫຼັກຊັບປະເພດໜີ້ໄລຍະຍາວຜ່ານກົນໄກຂອງ ຕລຊລ. ຈຳນວນເງິນທຶນທີ່ສາມາດລະດົມທຶນຜ່ານກົນໄກຕະຫຼາດ
ພາຍໃນຄັ້ງນີ້ຈະໄດ້ປະກອບສ່ວນຢ່າງສຳຄັນໃຫ້ແກ່ການເພີ່ມການອັດສີດເງິນເຂົ້າສູ່ລະບົບເສດຖະກິດແຫ່ງຊາດເພື່ອດຸ່ນດ່ຽງງົບປະມານ
ລາຍຮັບ-ລາຍຈ່າຍຂອງລັດຖະບານດ້ວຍແຫຼ່ງເງິນທຶນໄລຍະຍາວທີ່ມີຄວາມໜ້າເຊື່ອຖື ແລະ ມີປະສິດທິພາບ. ການລະດົມທຶນຜ່ານ
ການອອກຈຳໜ່າຍພັນທະບັດພາຍໃນຄັ້ງນີ້ ບໍ່ພຽງແຕ່ຊ່ວຍໃຫ້ພາກລັດສາມາດຫຼີກລ່ຽງພາລະໜີ້ສິນຕ່າງປະເທດ ແຕ່ຍັງສາມາດກໍ່ສ້າງ
ຮາກຖານທີ່ແຂງແກ່ນໃຫ້ແກ່ສະຖຽນລະພາບທາງການເງິນພາຍໃນ ແລະ ຄວາມເຂັ້ມແຂງຂອງຕະຫຼາດການເງິນຂອງ ສປປ ລາວ
ທັງໃນລະດັບເສດຖະກິດຈຸລະພາກ ແລະ ມະຫາພາກໂດຍລວມ.

ຜູ້ລົງທຶນທີ່ສົນໃຈລົງທຶນ ຫຼື ຕ້ອງການສອບຖາມຂໍ້ມູນກ່ຽວກັບພັນທະບັດລັດຖະບານ ສາມາດຕິດຕໍ່ ແລະ ປະສານງານກັບບໍລິສັດຫຼັກຊັບ
ທີ່ເຮັດໜ້າທີ່ເປັນຕົວແທນຈຳໜ່າຍ (PD) ຕາມຂໍ້ມູນຕິດຕໍ່ດັ່ງລຸ່ມນີ້:
ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ໂທ: 021 265461-3
ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ໂທ: 021 265484-5
ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ໂທ: 021 419222
ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ, ໂທ: 021 253420
ສະແດງຂໍ້ມູນ