About LSX _ Events
ກະຊວງການເງິນ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ໄດ້ສຳເລັດການອອກຈຳໜ່າຍພັນທະບັດລັດຖະບານດຸ່ນດ່ຽງງົບປະມານ
ໃນຕະຫຼາດພັນທະບັດພາຍໃນ ໂດຍຜ່ານຕະຫຼາດຫຼັກຊັບລາວ (ຕລຊລ) ດ້ວຍບາດກ້າວທີ່ສຳຄັນ.

ໃນໄລຍະລະຫວ່າງວັນທີ 1-7 ເມສາ 2020 ທີ່ຜ່ານມາ ພັນທະບັດລັດຖະບານຊຸດ 1.700.000 ໜ່ວຍເຊິ່ງເທົ່າກັບ 1.700 ຕື້ກີບ
ສາມາດສຳເລັດການອອກຈຳໜ່າຍພັນທະບັດລັດຖະບານໂດຍຕົວແທນຈຳໜ່າຍ (Primary Dealer: PD) ໄດ້ເພີ່ມອີກຈຳນວນ
56.236 ໜ່ວຍ, ມູນຄ່າໜ່ວຍລະ 1.000.000 ກີບ ເທົ່າກັບ 56.236.000.000 ກີບ ເຊິ່ງໃນນັ້ນມີອາຍຸຄົບກຳນົດໄຖຖ່ອນ 3 ປີ ແລະ
20 ປີ ໃນອັດຕາດອກເບ້ຍ 6,8% ແລະ 8% ຕາມລຳດັບ. ຜົນສຳເລັດຂອງການອອກຈຳໜ່າຍຄັ້ງນີ້ ຖືເປັນຄັ້ງທີ 10 ແລະ 11 ປະຈຳປີ
2020 ຂອງພັນທະບັດລັດຖະບານລາວທີ່ໄດ້ສຳເລັດການຂາຍໃຫ້ແກ່ຜູ້ລົງທຶນທັງປະເພດສະຖາບັນ ແລະ ຜູ້ລົງທຶນລາຍຍ່ອຍ ທັງ
ພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ພັນທະບັດຊຸດດັ່ງກ່າວສາມາດອອກຈຳໜ່າຍໄດ້ແລ້ວ 1.188.951 ໜ່ວຍ ເທົ່າກັບ
1.188.951.000.000 ກີບ ກວມເອົາ 69,94% ຂອງພັນທະບັດທີ່ພວມອອກຈຳໜ່າຍໃນຊຸດດັ່ງກ່າວ. ສຳລັບພັນທະບັດລັດຖະບານ
ທັງສອງຄັ້ງນີ້ ແມ່ນໄດ້ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ (ຕລຊລ) ໃນວັນທີ 12 ພຶດສະພາ 2020 ຢ່າງເປັນທາງການ ທັງນີ້
ກໍເພື່ອອຳນວຍຄວາມສະດວກໃຫ້ຜູ້ທີ່ຖືຄອງພັນທະບັດ ແລະ ຜູ້ທີ່ຕ້ອງການຊື້-ຂາຍພັນທະບັດສາມາດດຳເນີນການແລກປ່ຽນຊື້-ຂາຍ
ແລະ ປ່ຽນມືກັນໄດ້ໃນຕະຫຼາດຂັ້ນສອງ ກໍຄື ຕລຊລ.

ຜູ້ລົງທຶນທີ່ສົນໃຈລົງທຶນ ຫຼື ຕ້ອງການສອບຖາມຂໍ້ມູນກ່ຽວກັບພັນທະບັດລັດຖະບານ ສາມາດຕິດຕໍ່ ແລະ ປະສານງານກັບບໍລິສັດ
ຫຼັກຊັບທັງສາມແຫ່ງ ຕາມຂໍ້ມູນຕິດຕໍ່ດັ່ງລຸ່ມນີ້:

ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ໂທ: 021 265461-3
ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ໂທ: 021 265484-5
ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ໂທ: 021 419222
ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ, ໂທ: 021 253420
ສະແດງຂໍ້ມູນ