ຫຼຸມພາງທາງການເງິນ ທີ່ບໍ່ເພິ່ງປາດຖະໜາ
ເປົ້າໝາຍທາງການເງິນທີ່ຫຼາຍຄົນຕັ້ງເອົາໄວ້ ບໍ່ວ່າຈະເປັນການອອມເງິນຊື້ເຮືອນ, ຊື້ລົດ, ໄປທ່ອງທ່ຽວ, ເປັນທຶນການສຶກສາ ແລະ ອື່ນໆ ອາດຈະພົບກັບອຸປະສັກທີ່ແຕກຕ່າງກັນ ເຮັດໃຫ້ບໍ່ສາມາດໄປເຖິງຈຸດໝາຍທີ່ຄິດໄວ້, ນັ້ນອາດເປັນຍ້ອນເຮົາບໍ່ມີຄວາມຮູ້ທາງການເງິນຫຼາຍ ຫຼື ເປັນຍ້ອນຮູ້ບໍ່ທັນກັບສະພາບການ ຈຶ່ງເຮັດໃຫ້ເສຍທ່າຕົກລົງໄປໃນຫຼຸມພາງທາງການເງິນ. ສະນັ້ນ, ມື້ນີ້ເຮົາຈະມາແນະນຳກ່ຽວກັບຫຼຸມພາງການເງິນເພື່ອ ເປັນແນວທາງໃຫ້ຜູ້ອ່ານນຳໄປສຶກສາ ວ່າທີ່ຈິງແລ້ວເປັນຍ້ອນຫຍັງ? ເຮົາຂາດຈຸດໃດ? ແລະ ຫຼຸມພາງທີ່ວ່ານີ້ມີຫຍັງແດ່ ເພື່ອຈະໄດ້ລະມັດລະວັງບໍ່ໃຫ້ເກີດຂຶ້ນກັບໂຕເຮົາ ດັ່ງລຸ່ມນີ້:
+ ຢ່າຄິດວ່າຍັງມີເວລາຫຼາຍທີ່ຈະອອມເງິນ:
ຫຼາຍຄົນມັກອ້າງວ່າ ການອອມເງິນນັ້ນບໍ່ເຫັນຕ້ອງຮີບຮ້ອນປານໃດກໍ່ໄດ້? ເພາະເງິນທີ່ຫາມາໄດ້ແມ່ນຈະຕ້ອງເອົາມາຊື້ຄວາມສຸກໃຫ້ກັບຕົນເອງກ່ອນ. ຫຼັງຈາກນັ້ນ, ຫາກເຫຼືອເທົ່າໃດແລ້ວຈຶ່ງອອມໄວ້, ແຕ່ທ່ານຮູ້ບໍວ່າການເຮັດແບບນີ້ ອາດຈະເຮັດໃຫ້ເຮົາບໍ່ເງິນອອມເລີຍກໍ່ເປັນໄດ້ ແລະ ໂອກາດທີ່ຈະຫຍັບເຂົ້າໃກ້ຜົນສໍາເລັດ ຫຼື ເປົ້າໝາຍກໍ່ຕ້ອງໃຊ້ເວລາອີກດົນ. ສະນັ້ນ, ຄວນເລີ່ມຕົ້ນອອມເງິນໃນມື້ນີ້ ເພາະວ່າຖ້າທ່ານເລີ່ມໄວເທົ່າໃດ ກໍ່ມີໂອກາດທີ່ຈະບັນລຸເປົ້າໝາຍໄວຂຶ້ນເທົ່ານັ້ນ.
+ ບໍ່ມີເງິນສໍາຮອງ ເພື່ອກໍລະນີສຸກເສີນ:
ເງິນອຸດໜູນສຸກເສີນ ເປັນສິ່ງໜຶ່ງທີ່ບໍ່ຄວນເບິ່ງຂ້າມ ເມື່ອເກີດເຫດການທີ່ບໍ່ຄາດຄິດຂຶ້ນ ຫຼື ມີເຫດສຸກເສີນ ຈະຕ້ອງໄດ້ຈົກເງິນດັ່ງກ່າວມາໃຊ້ຈ່າຍ ເຊັ່ນ: ການເຈັບເປັນ, ອຸບັດເຫດ, ປິ່ນປົວສຸຂະພາບອື່ນໆ. ສະນັ້ນ, ຈຶ່ງແນະນຳໃຫ້ເກັບຮັກສາເງີນສຳຮອງສຸກເສີນຢ່າງໜ້ອຍ 6 ເທົ່າ ຂອງເງິນເດືອນທີ່ໄດ້ຮັບປະຈໍາ ເພື່ອປ້ອງກັນ ແລະ ສາມາດຮັບມືກັບເຫດການທີ່ບໍ່ຄາດຄິດໄດ້ ແລະ ບໍ່ສົ່ງຜົນກະທົບຕໍ່ການປະຢັດສຳລັບເປົ້າໝາຍຂອງຕົນເອງ.
+ ຂາດວິໃນການໃຊ້ບັດເຄຣດິດ:
ບັດເຄຣດິດ ແມ່ນສິ່ງທີ່ຫຼາຍຄົນໃຊ້ໃນແຕ່ລະມື້. ສະນັ້ນ, ຖ້າຂາດວິໃນການໃຊ້ຈ່າຍຈະເຮັດໃຫ້ເຮົາເປັນໜີ້ທັນທີ ເພາະວ່າການໃຊ້ບັດເຄຣດິດມີຄວາມສະດວກ ຈົນບາງຄັ້ງກໍ່ລືມກ່ຽວກັບຄວາມສາມາດໃນການຊໍາລະຄືນ; ແຕ່ທ່ານຈະຕ້ອງຈ່າຍດອກເບ້ຍສູງເຖິງ 20% ຕໍ່ປີ, ເຮັດໃຫ້ທ່ານຕົກຢູ່ໃນວົງຈອນໜີ້ ແລະ ເຮັດໃຫ້ທ່ານທີ່ບໍ່ສາມາດປະຫຍັດເງິນເພື່ອນໍາໃຊ້ກັບຈຸດປະສົງທີ່ຢາກໄດ້.
+ ລົງທຶນໃນສິ່ງທີ່ບໍ່ຖະໜັດ ຫຼື ບໍ່ໄດ້ສຶກສາຂໍ້ມູນ:
ສຳລັບຜູ້ທີ່ຕັ້ງໃຈລົງທຶນເພື່ອສ້າງຜົນຕອບແທນທີ່ດີກວ່າ, ແຕ່ບໍ່ໄດ້ສຶກສາຂໍ້ມູນການລົງທຶນກ່ອນ ຫຼືລົງທຶນໃນສິ່ງທີ່ທ່ານບໍ່ຖະໜັດ ຈະເກີດຄວາມຜິດພາດຂອງການລົງທຶນ ແລະ ສ້າງຄວາມເສຍຫາຍຕໍ່ການລົງທືນຂອງເຮົາເອງ ເຊິ່ງຈະສົ່ງຜົນໃຫ້ເປົ້າໝາຍທີ່ວາງໄວ້ບໍ່ບັນລຸຜົນທີ່ຕ້ອງການ. ສະນັ້ນ, ທ່ານຄວນສຶກສາຂໍ້ມູນການລົງທຶນທີ່ທ່ານສົນໃຈກ່ອນ ເພື່ອຊ່ວຍປ້ອງກັນຄວາມຜິດພາດຂອງການລົງທຶນທີ່ຈະເກີດຂຶ້ນ.
+ ລົງທຶນບໍ່ສອດຄ່ອງກັບເປົ້າໝາຍ ແລະ ໄລຍະເວລາ:
ນອກເໜືອຈາກການລົງທືນໃນສິ່ງທີ່ບໍ່ດີ ຫຼື ບໍ່ໄດ້ສຶກສາຂໍ້ມູນມາກ່ອນແລ້ວ ຍັງເຮັດໃຫ້ການລົງທຶນ ບໍ່ສອດຄ່ອງກັບເປົ້າໝາຍ ແລະ ກຳນົດເວລານຳອີກ ເຊິ່ງກໍ່ເປັນອີກເຫດຜົນໜຶ່ງທີ່ເຮັດໃຫ້ເປົ້າໝາຍບໍ່ບັນລຸໄດ້ ເພາະວ່າແຕ່ລະປະເພດຂອງຊັບສິນມີຄວາມສ່ຽງແຕກຕ່າງກັນ ແລະ ໄລຍະເວລາຂອງການລົງທຶນເພື່ອຜົນຕອບແທນກໍ່ແຕກຕ່າງກັນ.
ສະນັ້ນ, ຖ້າເຮົາລົງທຶນໂດຍບໍ່ຄຳນຶງເຖິງຄວາມສ່ຽງ ແລະ ເວລາ ເຊັ່ນ: ມີເປົ້າໝາຍໄລຍະສັ້ນ, ແຕ່ເລືອກທີ່ຈະລົງທຶນໃນຮຸ້ນທີ່ມີຄວາມສ່ຽງສູງ ມັນອາດຈະລົ້ມເຫຼວໃນການບັນລຸເປົ້າໝາຍຂອງທ່ານ ເພາະການຕັດສິນໃຈລົງທຶນທີ່ຜິດພາດ. ສະນັ້ນ, ຖ້າຈະໃຫ້ດີຄວນລົງທຶນໃນຕະຫຼາດເງິນ ຫລື ພັນທະບັດ ເຊິ່ງຈະໄດ້ຜົນຕອບແທນຄົງທີ່.
“ບົດຄວາມຄໍານັບຮັບຕ້ອນ ຕະຫຼາດທຶນລາວ ຄົບຮອບ 10 ປີ”
(ໂດຍ: ຕະຫຼາດຫຼັກຊັບລາວ)
ຫົວຂໍ້ | ຫຼຸມພາງທາງການເງິນ ທີ່ບໍ່ເພິ່ງປາດຖະໜາ |
---|---|
ວັນທີ | 2020.10.01 09:38 |
ແຟ້ມເອກະສານ | |
---|---|
ຖັດໄປ | |
ຍ້ອນກັບ |