Articles
ໄວປານຝັນ ຕະຫຼາດຫຼັກຊັບລາວໄດ້ 10 ປີ ແລ້ວ
ນັບແຕ່ມື້ສ້າງຕັ້ງຕະຫຼາດຫຼັກຊັບລາວ ວັນທີ 10 ຕຸລາ 2010 ເປັນຕົ້ນມາ ຮອດປັດຈຸບັນຖືວ່າຄົບຮອບ 10 ປີ ທີ່ໃກ້ຈະມາເຖິງໃນໄວໆນີ້ ເຊິ່ງຕະຫຼາດຫຼັກຊັບລາວ ( ຕລຊລ ) ກໍເປັນອີກຊ່ອງທາງການລະດົມທຶນອີກຮູບແບບໜຶ່ງທີ່ບັນດາບໍລິສັດຕ່າງໆສາມາດເຮັດໄດ້ ເນື່ອງຈາກເປັນແຫຼ່ງລະດົມທຶນໄລຍະຍາວກວ່າຫາກທຽບໃສ່ກັບທະນາຄານ ຫຼື ສະຖາບັນການເງິນ.
ເລີ່ມຕົ້ນທຳອິດມີພຽງແຕ່ 2 ບໍລິສັດເທົ່ານັ້ນທີ່ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວທີ່ເປັນແບບຢ່າງນໍາໜ້າ ໄດ້ແກ່: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ຜະລິດ - ໄຟຟ້າລາວ ມະຫາຊົນ, ຖັດຈາກນັ້ນກໍມີບັນດາຫົວໜ່ວຍທຸລະກິດທີ່ມີເງື່ອນໄຂທະຍອຍເຂົ້າຈົດທະບຽນປີລະ 1 - 2 ບໍລິສັດ ຈົນຮອດປັດຈຸບັນຕະຫຼາດຫຼັກຊັບລາວມີທັງໝົດ 11 ບໍລິສັດແລ້ວ. ຄາດວ່າໃນທ້າຍປີ 2020 ນີ້ ຈະມີອີກໜຶ່ງບໍລິສັດເປີດການຊື້ - ຂາຍຮຸ້ນ ນັ້ນກໍຄື: ບໍລິສັດ ເອເນໂກ້ໄດນາມິກ ມະຫາຊົນ ເຊິ່ງເປັນບໍລິສັດທີ່ເຮັດກ່ຽວກັບທຸລະກິດນໍ້າມັນເຊື້ອໄຟທີ່ເປັນຂອງເອກະຊົນລາວ 100%.
ນັ້ນສະແດງໃຫ້ເຫັນວ່າໃນໄລຍະເວລາພຽງ 10 ປີ ຕະຫຼາດທຶນລາວມີບົດບາດຂັບເຄື່ອນເສດຖະກິດລາວຫຼາຍຂຶ້ນເທື່ອລະກ້າວ ເຮັດໃຫ້ມີມູນຄ່າຕະຫຼາດລວມ 7,8 ພັນກວ່າຕື້ກີບ ( ປະມານເກືອບເທົ່າ 5% ຂອງ GDP ປີ 2019 ), ມີຍອດບັນຊີທັງໝົດເກືອບ 15 ພັນບັນຊີ ເຊິ່ງບັນຊີນັກລົງທຶນຕ່າງປະເທດກວມເອົາ 20% ( ໄຕມາດ 2 ປີ 2020 ). ຄຽງຄູ່ກັນນັ້ນ, ຕະຫຼາດຫຼັກຊັບລາວຍັງມີບົດບາດຕໍ່ລະບົບເສດຖະກິດຫຼາຍຢ່າງ ເປັນຕົ້ນແມ່ນ:
1). ບົດບາດໃນການສົ່ງເສີມ ແລະ ເພີ່ມທາງເລືອກໃນການອອມ: ການອອມເງິນຂອງປະຊາຊົນ ແລະ ໜ່ວຍເສດຖະກິດຕ່າງໆ ບໍ່ຈຳເປັນຕ້ອງຝາກເງິນໃນທະນາຄານທຸລະກິດພຽງຢ່າງດຽວ, ການລົງທຶນຊື້ຫຼັກຊັບກໍຖືວ່າເປັນວິທີທາງເລືອກໃນການອອມເງິນ ໂດຍມີໂອກາດໄດ້ຮັບຜົນຕອບແທນໃນລັກສະນະຕ່າງກັນອອກໄປ.
2). ບົດບາດໃນການສະໜັບສະໜູນເງິນລົງທຶນ: ຕະຫຼາດທຶນມີບົດບາດສຳຄັນຕໍ່ລະບົບເສດຖະກິດ ເມື່ອທຸລະກິດມີຄວາມຕ້ອງການເງິນທຶນເປັນຈຳນວນຫຼາຍ ການກູ້ຢືມເງິນຈາກທະນາຄານທຸລະກິດອາດບໍ່ພຽງພໍຕໍ່ ຄວາມຕ້ອງການ ພ້ອມທັງຍັງເຮັດໃຫ້ບໍລິສັດຕ້ອງແບກຮັບພາລະໃນການຈ່າຍດອກເບ້ຍ ໂດຍສະເພາະຖ້າຫາກດອກເບ້ຍມີແນວໂນ້ມສູງຂຶ້ນ ການລະດົມທຶນຈາກຕະຫຼາດທຶນຈຶ່ງເປັນຊ່ອງທາງໜຶ່ງທີ່ຊ່ວຍໃຫ້ບໍລິສັດສາມາດບໍລິຫານຕົ້ນທຶນ ແລະ ປັບໂຄງສ້າງຂອງບໍລິສັດໄດ້ຢ່າງມີປະສິດທິພາບ.
3). ບົດບາດໃນການສ້າງ ແລະ ຮັກສາຄວາມໝັ້ນຄົງ: ຮູບແບບຂອງການລົງທຶນໃນຕະຫຼາດທຶນມີຫຼາກຫຼາຍ, ຊ່ວຍຮັກສາ ແລະ ຕໍ່ຍອດຄວາມຮັ່ງມີໄດ້ ເນື່ອງຈາກມີລະດັບຜົນຕອບແທນ ແລະ ຄວາມສ່ຽງຕ່າງກັນ ເຊິ່ງຜູ້ລົງທຶນສາມາດເລືອກໄດ້ຕາມລະດັບຄວາມສ່ຽງທີ່ຕົນເອງຍອມຮັບໄດ້ ຫາກຕະຫຼາດທຶນມີການເຕີບໂຕຢ່າງແຂງແກ່ນ ແລະ ຍືນຍົງ ກໍຍ່ອມສ້າງຜົນຕອບແທນອັນດີໃຫ້ແກ່ບັນດາຜູ້ຖືຮຸ້ນ.
4. ບົດບາດໃນການເປັນແຫຼ່ງສ້າງວຽກເຮັດງານທຳຂະໜາດໃຫຍ່ຂອງປະເທດ: ຕະຫຼາດທຶນເປັນແຫຼ່ງລວມຂອງບໍລິສັດຈົດທະບຽນຈຳນວນຫຼາຍ ທີ່ເຂົ້າມາລະດົມທຶນເພື່ອໄປໃຊ້ໃນການຜະລິດສິນຄ້າ ແລະ ບໍລິການ, ລວມເຖິງບັນດາບໍລິສັດທີ່ກ່ຽວຂ້ອງກັບຕະຫຼາດທຶນ ເປັນຕົ້ນແມ່ນ: ບໍລິສັດຫຼັກຊັບ, ຕະຫຼາດຫຼັກຊັບ ແລະ ສຳນັກງານຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ.
5. ບົດບາດໃນການສະໜັບສະໜູນການດຳເນີນນະໂຍບາຍຂອງລັດຖະບານ: ການເປັນທັງແຫຼ່ງລະດົມທຶນ, ທາງເລືອກໃນການອອມ, ການຈ້າງງານ ເຮັດໃຫ້ຕະຫຼາດທຶນມີບົດບາດໃນການຂັບເຄື່ອນເສດຖະກິດ ທັງໃນລະດັບຈຸລະພາກ ແລະ ມະຫາພາກ ລັດຖະບານຈຶ່ງສາມາດໃຊ້ນະໂຍບາຍເສດຖະກິດຕ່າງໆຜ່ານຕະຫຼາດທຶນ ເພື່ອໃຫ້ກະທົບໄປຍັງສ່ວນອື່ນໆ ຂອງລະບົບເສດຖະກິດໃຫ້ເກີດການປ່ຽນແປງໄປໃນທິດທາງທີ່ຕ້ອງການໄດ້.
ສະນັ້ນ, ວັນທີ 10 ຕຸລາ 2020 ທີ່ຈະມາເຖິງນີ້ ຕະຫຼາດຫຼັກຊັບລາວຈະໄດ້ມີການສະເຫຼີມສະຫຼອງວັນສ້າງຕັ້ງ ຄົບຮອບ 10 ປີ ຢ່າງເປັນທາງການ ຈຶ່ງຢາກເຊີນຊວນພໍ່ແມ່ປະຊາຊົນ, ນັກທຸລະກິດ, ຜູ້ປະກອບການ, ນັກຮຽນ - ນັກສຶກສາ ແລະ ມວນຊົນທົ່ວໄປເຂົ້າຮ່ວມງານດັ່ງກ່າວ ເຊິ່ງຈະມີການວາງສະແດງຜະລິດຕະພັນ, ການສໍາມະນາໃນຫົວຂໍ້ຕ່າງໆທີ່ໜ້າສົນໃຈກ່ຽວກັບຕະຫຼາດທຶນ, ການລົງທຶນໃນຕະຫຼາດຮຸ້ນ ແລະ ກິດຈະກໍາຕ່າງໆຢ່າງຫຼວງຫຼາຍ ຫຼື ທ່ານສາມາດຕິດຕາມໄດ້ທີ່ເພຈ໌ ແລະ ເວັບໄຊຂອງຕະຫຼາດຫຼັກຊັບລາວ ໄດ້ທີ່: www.facebook/LSXinvestmentGateway ເວັບໄຊ: www.lsx.com.la

“ບົດຄວາມຂໍນັບຮັບຕ້ອນ ຕະຫຼາດທຶນລາວຄົບຮອບ 10 ປີ”
(ໂດຍ: ຕະຫຼາດຫຼັກຊັບລາວ)
ສະແດງຂໍ້ມູນ